ສູນ IFC ພວມຮ່ວມສໍາພັນກັບກໍາລັງທະຫານເຮືອ, ກໍາລັງປະຕິບັດກົດໝາຍທາງທະເລ ແລະຂະແໜງຂົນສົ່ງທາງທະເລຂອງກວ່າ 40 ປະເທດ (ໃນນັ້ນມີ 18 ປະເທດ ໄດ້ຈັດສົ່ງພະນັກງານໄປເຮັດວຽກຢູ່ສູນ) ເພື່ອແກ້ໄຂໄພຂົ່ມຂູ່ດ້ານຄວາມໝັ້ນຄົງຢູ່ທະເລ, ຄື: ໂຈນສະລັດ, ການກໍ່ການຮ້າຍທາງທະເລ, ຄ້າເຖື່ອນ, ຂຸດຄົ້ນສິນທະເລຜິດກົດໝາຍ, ໄພທຳມະຊາດ...

leftcenterrightdel
ຮ້ອຍເອກ ນາງ ເຈິ່ນທິມີງຮັ່ງ ສະແດງຄວາມຕັດສິນໃຈປະຕິບັດສຳເລັດໜ້າທີ່ໃຫ້ເປັນຢ່າງດີ. ພາບ: ລາຢຸຍ.

ຮ້ອຍເອກ ນາງ ເຈິ່ນທິມີງຮັ່ງ ແມ່ນນາຍຕໍາຫຼວດທະເລຍິງຫວຽດນາມ ຄົນທຳອິດທີ່ ໄປປະຕິບັດໜ້າທີ່ຢູ່ສູນ IFC. ຕາມແຜນການແລ້ວ, ຮ້ອຍເອກ ນາງ ເຈິ່ນທິມີງຮັ່ງ ຈະເຮັດວຽກຢູ່ສູນ IFC ແຕ່ວັນທີ 15 ສິງຫາ 2025 ຫາວັນທີ 12 ກຸມພາ 2026  ດ້ວຍໜ້າທີ່ແບ່ງປັນຂ່າວການເດີນທະເລທີ່ມາຈາກບັນດາປະເທດທີ່ກ່ຽວຂ້ອງ; ເຂົ້າຮ່ວມການຄົ້ນຄວ້າ, ສ້າງແຜນການຜັນຂະຫຍາຍການເຄື່ອນໄຫວຂອງສູນ; ພ້ອມທັງປະຕິບັດບາງເນື້ອໃນວຽກງານການພົວພັນຕ່າງປະເທດ ໃນຖານະເປັນຜູ້ຕາງໜ້າຂອງກໍາລັງຕໍາຫຼວດທະເລຫວຽດນາມ ຢູ່ສິງກະໂປ.

ໂດຍ: ເຈິ່ນຮວ່ຽນ