leftcenterrightdel
ສະຫາຍ ຫງວຽນຈ້ອງເຫງ້ຍ ເຮັດວຽກຢູ່ກອງພົນໃຫຍ່ 34. ພາບ: qdnd.vn

ລາຍງານຕໍ່ສະຫາຍ ຫງວຽນຈ້ອງເຫງ້ຍ ແລະຄະນະປະຕິບັດງານ, ທ່ານພົນຕີ ດ່າວຕວນແອງ, ຜູ້ບັນຊາການກອງພົນໃຫຍ່ 34 ໃຫ້ຮູ້ວ່າ: ໃນ 8 ເດືອນຕົ້ນປີ 2025, ຄະນະພັກ, ກອງບັນຊາການກອງພົນໃຫຍ່ 34 ໄດ້ຊາບຊຶມ, ປະຕິບັດບັນດາມະຕິ, ຄຳສັ່ງຂອງຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ຢ່າງເຂັ້ມງວດ; ຜັນຂະຫຍາຍວຽກງານທຸກດ້ານຢ່າງຮອບດ້ານ, ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.

leftcenterrightdel
ທ່ານພົນຕີ ດ່າວຕວນແອງ ຜູ້ບັນຊາການກອງພົນໃຫຍ່ 34  ລາຍງານສະພາບການຕໍ່ຄະນະປະຕິບັດງານ. ພາບ: qdnd.vn

ສະຫາຍ ຫງວຽນຈ້ອງເຫງ້ຍ ຍ້ອງຍໍຊົມເຊີຍ ແລະຮັບຮູ້ບັນດາໝາກຜົນ, ຜົນງານຂອງກອງພົນໃຫຍ່ 34 ບັນລຸໄດ້ໃນໄລຍະຜ່ານມາ, ເປັນຕົ້ນແມ່ນການຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກອງພົນໃຫຍ່ 34 ຄັ້ງທີ I, ອາຍຸການ 2025-2030, ພ້ອມທັງເນັ້ນໜັກວ່າ ຊຸມເດືອນຍັງເຫຼືອຂອງປີ 2025 ມີຄວາມໝາຍສຳຄັນຕໍ່ກັບການປະຕິບັດສໍາເລັດເປົ້າໝາຍ, ໜ້າທີ່ໃນມະຕິກອງປະຊຸມໃຫຍ່ທຸກຂັ້ນຂອງພັກ ອາຍຸການ 2020-2025.

leftcenterrightdel
ສະຫາຍ ຫງວຽນຈ້ອງເຫງ້ຍ ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງພົນໃຫຍ່ 34. ພາບ: qdnd.vn
leftcenterrightdel
ສະຫາຍ ຫງວຽນຈ້ອງເຫງ້ຍ  ຖ່າຍຮູບເປັນທີ່ລະນຶກກັບການນໍາກອງພົນໃຫຍ່ 34. ພາບ: qdnd.vn

ສະຫາຍ ຫງວຽນຈ້ອງເຫງ້ຍ ຮຽກຮ້ອງໃຫ້ຄະນະພັກ, ກອງບັນຊາການກອງພົນໃຫຍ່ 34 ສືບຕໍ່ຊາບຊຶມ, ຜັນຂະຫຍາຍຫຼາຍມາດຕະການເພື່ອແນໃສ່ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ  XIII ຂອງພັກ, ມະຕິຂອງຄະນະພັກການທະຫານສູນກາງ ແລະຂັ້ນຂອງຕົນຢ່າງມີໄຊ. ສຸມໃສ່ຊີ້ນຳນໍາພາປະຕິບັດສຳເລັດເປົ້າໝາຍ ແລະໜ້າທີ່ທີ່ໄດ້ວາງອອກ; ຍົກສູງຄຸນນະພາບສັງລວມ, ກໍາລັງແຮງສູ້ຮົບຕໍ່ສູ້ຂອງກອງພົນໃຫຍ່; ຮັກສາຄວາມເປັນລະບຽບຮຽບຮ້ອຍ, ລະບອບກຽມພ້ອມສູ້ຮົບ, ລະບຽບແບບແຜນ; ລະບອບປະຈໍາການກຽມພ້ອມສູ້ຮົບ; ສົມທົບກັນຮັກສາຄວາມສະຫງົບ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພທາງສັງຄົມຢູ່ບໍລິເວນໄຕຫງວຽນ ແລະພາກຕາເວັນອອກສ່ຽງໃຕ້. ພ້ອມທັງ, ປະຕິບັດນະໂຍບາຍແນວຫຼັງກອງທັບ ແລະບັນດາການເຄື່ອນໄຫວ “ຕອບບຸນແທນຄຸນ” ຢູ່ບໍລິເວນທີ່ກົມກອງຕັ້ງທັບໃຫ້ເປັນຢ່າງດີ, ກໍ່ສ້າງນໍ້າໃຈສາມັກຄີຄວາມສະໜິດຕິດພັນລະຫວ່າງຫະການ ແລະປະຊາຊົນ.

ເນື່ອງໃນໂອກາດນີ້, ສະຫາຍ ຫງວຽນຈ້ອງເຫງ້ຍ ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບກອງພົນໃຫຍ່ 34.

ໂດຍ: ທູຈາງ