leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ພິທີ. ພາບ: ດຶກແອງ.

ນັ້ນແມ່ນຄຳຮຽກຮ້ອງຂອງທ່ານພົນເອກ ຫງວຽນເຕິນເກືອງ, ກຳມະການສູນກາງພັກ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ເມື່ອກ່າວຄຳເຫັນຊີ້ນໍາທີ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອ (7 ກັນຍາ 1945 / 7 ກັນຍາ 2025) ແລະຮັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ II ຂອງກົມສູ້ຮົບ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ທີ່ຈັດຂຶ້ນໃນຕອນເຊົ້າວັນທີ 9 ສິງຫາ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີ. ພາບ: ດຶກແອງ.

ກ່າວຄຳເຫັນທີ່ພິທີ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານດີເດັ່ນທີ່ກົມສູ້ຮົບ ແລະກົມແຜນທີ່ໃນເມື່ອກ່ອນ, ກົມສູ້ຮົບໃນປັດຈຸບັນບັນລຸໄດ້. ເນັ້ນໜັກວ່າ ວຽກງານປົກປັກຮັກສາປະເທດຊາດນັບມື້ນັບວາງອອກຄວາມຮຽກຮ້ອງຕ້ອງການສູງສໍາລັບວຽກງານເປັນເສນາທິການ, ວຽກງານສູ້ຮົບ, ທ່ານພົນເອກ ຫງວຽນເຕິນເກືອງ ຮຽກຮ້ອງໃຫ້ກົມສູ້ຮົບ ສືບຕໍ່ຊາບຊຶມຢ່າງເລິກເຊິ່ງບັນດາມະຕິ, ຂໍ້ສະຫຼຸບ, ຄໍາສັ່ງຂອງທຸກຂັ້ນກ່ຽວກັບວຽກງານການທະຫານ, ການປ້ອງກັນຊາດ, ຍົກສູງຄຸນນະພາບການຄົ້ນຄວ້າ, ຕິດຕາມກວດກາ, ຕີລາຄາ, ກໍາແໜ້ນ ແລະຄາດຄະເນສະພາບການ ເພື່ອເປັນເສນາທິການ, ສະເໜີແຜນນະໂຍບາຍ, ມາດຕະການແກ້ໄຂສະຖານະການຢ່າງທັນການ ແລະມີປະສິດທິຜົນ, ເພື່ອໃຫ້ສົມກັບພາລະບົດບາດ, ຖານະທີ່ຕັ້ງ “ແມ່ນໜຶ່ງໃນບັນດາອົງການສຳຄັນທີ່ສຸດຂອງກົມໃຫຍ່ເສນາທິການ”, ຄືດັ່ງຄໍາຢັ້ງຢືນຂອງທ່ານພົນເອກ ຫວໍງວຽນຢາບ. ກົມສູ້ຮົບ ຕ້ອງສືບຕໍ່ປ່ຽນແປງໃໝ່ຈິນຕະນາການສູ້ຮົບ, ສຸມໃສ່ຄົ້ນຄວ້າ, ພັດທະນາສິລະປະຍຸດການທະຫານຫວຽດນາມ ທີ່ທັນສະໄໝ, ເປັນເອກະລັກສະເພາະ, ສອດຄ່ອງກັບກົງຈັກການຈັດຕັ້ງ, ເງື່ອນໄຂຂອງສົງຄາມ, ຮັບປະກັນເປັນເຈົ້າການດ້ານຍຸດທະສາດ, ມີຄວາມໄຫວພິບດ້ານລັດຖະນະໂຍບາຍ. ເປັນເສນາທິການ, ສະເໜີ, ທົບທວນຄືນ, ປັບປຸງ, ເພີ່ມເຕີມແຜນການສູ້ຮົບ, ຈັດຕັ້ງການຝຶກແອບ, ຝຶກຊ້ອມ; ເພີ່ມທະວີການນຳພາ, ຊີ້ນໍາ, ປ່ຽນແປງໃໝ່ຍົກສູງຄຸນນະພາບວຽກງານສຶກສາອົບຮົມການເມືອງ, ແນວຄິດ; ກໍ່ສ້າງອົງການຈັດຕັ້ງພັກໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ, ກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ”. 

leftcenterrightdel
 
leftcenterrightdel
ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ປະດັບຫຼຽນໄຊປົກປັກຮັກສາປະເທດຊາດ ຊັ້ນ IIໃຫ້ກົມສູ້ຮົບ. ພາບ: ດຶກແອງ.

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນໄລຍະທາງແຫ່ງກໍ່ສ້າງ, ຕໍ່ສູ້ ແລະເຕີບໃຫຍ່ຂະຫຍາຍຕົວ ດ້ວຍບັນດາຜົນງານດີເດັ່ນຂອງກົມສູ້ຮົບ. ໃນໄລຍະຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາຊາຍແດນ ແລະປະຕິບັດພັນທະສາກົນ, ກົມສູ້ຮົບ ໄດ້ຊາບຊຶມຢ່າງເລິກເຊິ່ງທັດສະນະ, ແນວຄິດການທະຫານຂອງພັກ, ຄຳສັ່ງສອນຂອງປະທານ ໂຮ່ຈີມິນ, ຢຶດໝັ້ນຄຸນທາດການເມືອງ, ຍົກສູງຄວາມຮູ້ຄວາມສາມາດດ້ານວິຊາສະເພາະຢ່າງບໍ່ຢຸດຢັ້ງ, ປ່ຽນແປງໃໝ່ຈິນຕະນາການ, ເປັນເສນາທິການຊ່ວຍໃຫ້ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການ ນໍາພາ, ຊີ້ນໍາທົ່ວກອງທັບ, ທົ່ວປວງຊົນທັງຊາດ ດໍາເນີນການຕໍ່ສູ້ປົດປ່ອຍຊາດ, ສ້າງສາ ແລະປົກປັກຮັກສາປະເທດຊາດ.

ໂດຍ: ໄຊຊະນະ