    |
 |
ທ່ານພົນຈັດຕະວາ ຫງວຽນຈ້ອງທ້ຽນ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ໃນໄລຍະຝຶກອົບຮົມເປັນເວລາ 45 ວັນ, ບັນດານັກສໍາມະນາກອນຂອງກອງທັບລາວ ຈະສຸມໃສ່ຄົ້ນຄວ້າບາງຫົວເລື່ອງສະເພາະກ່ຽວກັບວຽກງານພະລາທິການ, ວຽກງານເປັນເສນາທິການດ້ານພະລາທິການ ແລະວຽກງານພະລາທິການການທະຫານທ້ອງຖິ່ນ, ບາງບັນຫາກ່ຽວກັບວຽກງານພະລາທິການ ເມື່ອເຂົ້າຮ່ວມການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ; ເນື້ອໃນພື້ນຖານກ່ຽວກັບການຈັດຕັ້ງ ແລະໜ້າທີ່ວຽກງານຂອງຂະແໜງສຳພາລະທະຫານ; ເນື້ອໃນພື້ນຖານກ່ຽວກັບການໜູນໃຊ້ວິທະຍາສາດໃນຂະແໜງສຳພາລະທະຫານ; ການຮັບປະກັນດ້ານສຳພາລະທະຫານໃນການສູ້ຮົບ...
    |
 |
ຜູ້ຕາງໜ້າພະນັກງານກອງທັບປະຊາຊົນລາວ ກ່າວຄໍາເຫັນທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn |
ຄຽງຂ້າງນັ້ນ, ຊຸດຝຶກອົບຮົມຍັງສຸມໃສ່ຄົ້ນຄວ້າບັນຫາກ່ຽວກັບວຽກງານວາງແຜນກໍ່ສ້າງຄ້າຍທະຫານ; ບັນຫາພື້ນຖານກ່ຽວກັບໂຄງສ້າງ, ການລົງມືກໍ່ສ້າງຄ້າຍທະຫານ; ວຽກງານຄຸ້ມຄອງການລົງທຶນກໍ່ສ້າງ, ການຕິດຕາມລົງມືກໍ່ສ້າງ ແລະບໍາລຸງຮັກສາກິດຈະກໍາກໍ່ສ້າງ; ລະບົບຄຸ້ມຄອງເຕັກນິກກິດຈະກໍາກໍ່ສ້າງ; ບາງບັນຫາພື້ນຖານກ່ຽວກັບນໍ້າມັນອາຍແກັສໃນກອງທັບ; ຮັບປະກັນນ້ຳມັນອາຍແກັສຢ່າງເປັນປະຈໍາ; ຮັບປະກັນນໍ້າມັນອາຍແກັສໃນການສູ້ຮົບ; ບາງຫົວເລື່ອງສະເພາະກ່ຽວກັບວຽກງານຮັບປະກັນດ້ານເຕັກນິກໃຫ້ລົດ, ກົນຈັກ ແລະວຽກງານການເງິນ, ແຜນງົບປະມານໃນກອງທັບ.
    |
 |
ບັນດາພະນັກງານຂອງກອງທັບລາວ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn |
ນອກຈາກນັ້ນ, ໃນໄລຍະດໍາເນີນຊຸດຝຶກອົບຮົມ, ພະນັກງານຂອງກອງທັບປະຊາຊົນລາວ ຍັງໄປທັດສະນະສຶກສາທີ່ບາງກົມກອງຂອງກອງທັບປະຊາຊົນຫວຽດນາມ.
ກ່າວຄຳເຫັນເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ຫງວຽນຈ້ອງທ້ຽນ ຢືນຢັນວ່າ: ຊຸດອົບຮົມຄັ້ງນີ້ ເພື່ອແນໃສ່ບໍາລຸງສ້າງ, ຍົກສູງຄວາມຮູ້ດ້ານທິດສະດີ, ແລກປ່ຽນບົດຮຽນປະສົບການໃນວຽກງານບັນຊາເສນາທິການດ້ານພະລາທິການ; ວຽກງານສໍາພາລະທະຫານ, ຄ້າຍທະຫານ, ນ້ຳມັນອາຍແກັສ, ການຂົນສົ່ງ, ການເງິນ ແລະການກໍ່ສ້າງຂະແໜງພະລາທິການ-ເຕັກນິກ, ການເງິນໃນກອງທັບປະຊາຊົນຫວຽດນາມ, ເພື່ອໃຫ້ພະນັກງານຂອງລາວ ທາບທາມ, ໝູນໃຊ້ໃນວຽກງານບັນຊາ, ຊີ້ນຳວຽກງານພະລາທິການ, ການເງິນທີ່ບັນດາກົມກອງໃນກອງທັບປະຊາຊົນລາວ.
ຜ່ານນັ້ນ, ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີມິດຕະພາບ, ຄວາມສະໜິດຕິດພັນທີ່ເປັນມູນເຊື້ອລະຫວ່າງປະຊາຊົນ, ກອງທັບ ແລະຂະແໜງພະລາທິການ - ເຕັກນິກ, ການເງິນກອງທັບສອງປະເທດຫວຽດນາມ - ລາວ.
    |
 |
ການນໍາກົມໃຫຍ່ພະລາທິການ-ເຕັກນິກ, ວິທະຍາຄານພະລາທິການ ພ້ອມດ້ວຍພະນັກງານກອງທັບລາວ ເຂົ້າຮ່ວມຊຸດຝຶກອົບຮົມ. ພາບ: qdnd.vn |
ເພື່ອປະຕິບັດສໍາເລັດເນື້ອໃນຂອງຊຸດຝຶກອົບຮົມ, ການນໍາກົມໃຫຍ່ພະລາທິການ-ເຕັກນິກ ສະເໜີໃຫ້ຄະນະຈັດຕັ້ງຊຸດຝຶກອົບຮົມ ປະສານສົມທົບກັບບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ເພື່ອຈັດຕັ້ງຜັນຂະຫຍາຍປະຕິບັດແຜນການຝຶກອົບຮົມຢ່າງເຂັ້ມງວດ, ມີປະສິດທິຜົນ; ຮັບປະກັນຄວາມສະຫງົບ ແລະຄວາມປອດໄພໃນໄລຍະທີ່ພະນັກງານກອງທັບລາວ ຝຶກອົບຮົມຢູ່ຫວຽດນາມ.
ໂດຍ: ທູຈາງ