ທ່ານພົນເອກ ຟານວັນຢາງ ພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ
ກປ.ອອນໄລ - ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ, ຕອນບ່າຍວັນທີ 12 ສິງຫາ, ທີ່ສໍານັກງານກະຊວງປ້ອງກັນປະເທດ ສ.ເກົາຫຼີ ຢູ່ນະຄອນຫຼວງ Seoul, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ ໄດ້ມີການພົບປະກັບທ່ານ Ahn Gyu-back ລັດຖະມົນຕີກະຊວງປ້ອງກັນປະເທດ ສ.ເກົາຫຼີ.
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ແລະ ສ.ເກົາຫຼີ ແມ່ນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງກັນ ແລະການພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະພັດທະນາຢ່າງດີງາມທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ການຢ້ຽມຢາມທາງລັດຖະກິດຢູ່ ສ.ເກົາຫຼີ ຂອງທ່ານເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍພິເສດ, ສະແດງໃຫ້ເຫັນການຖືເປັນສຳຄັນຂອງການພົວພັນສອງຝ່າຍ ແລະອາລົມຈິດອັນດີງາມທີ່ສອງຝ່າຍສະຫງວນໃຫ້ກັນ.
    |
 |
ທ່ານພົນເອກ ຟານວັນຢາງ ພົບປະກັບທ່ານ Ahn Gyu-back ລັດຖະມົນຕີປ້ອງກັນປະເທດ ສ.ເກົາຫຼີ. ພາບ: qdnd.vn |
ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບນໍາກັນວ່າ ພ້ອມກັບການພັດທະນາຢ່າງເລິກເຊິ່ງກວ້າງຂວາງຂອງການພົວພັນຫວຽດນາມ - ສ.ເກົາຫຼີ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກສອງຝ່າຍ, ເປີດກວ້າງຢ່າງບໍ່ຢຸດຢັ້ງ, ເຂົ້າສູ່ລວງເລິກ ແລະນັບມື້ນັບມີປະສິດທິຜົນ, ແທດຈິງກວ່າ. ສອງຝ່າຍຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ ແລະບັນດາກົນໄກຮ່ວມມືປະຈຳປີ; ຍູ້ແຮງການຮ່ວມມືລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ອຸດສາຫະກຳປ້ອງກັນຊາດ, ການສຶກສາ-ບຳລຸງສ້າງ, ຮັກສາສັນຕິພາບຂອງສະຫະປະຊາຊາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຢູ່ຫວຽດນາມ; ສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ...
ສອງຝ່າຍເຫັນດີເປັນເອກະພາບຈະສືບຕໍ່ຮັກສາ ແລະຊຸກຍູ້ບັນດາເນື້ອໃນການຮ່ວມມືດັ່າງກ່າວ, ພ້ອມທັງເອົາໃຈໃສ່, ສ້າງເງື່ອນໄຂເພື່ອຜັນຂະຫຍາຍການຮ່ວມມືລະຫວ່າງບັນດາອົງການຄົ້ນຄ້ວາຂອງ ສອງກອງທັບ ແລະໃນຂົງເຂດຄວາມໝັ້ນຄົງທາງດ້ານໄຊເບີ, ເສນາຮັກ...
ທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ໄດ້ເຊື້ອເຊີນທ່ານລັດຖະມົນຕີ Ahn Gyu-back ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໂດຍໄວ.
ໂດຍ: ຈາງຫງວຽນ