ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢ້ຽມຢາມ ແລະເຮັດວຽກຢູ່ກອງພົນ 316
ກປ.ອອນໄລ - ຕອນບ່າຍວັນທີ 12 ສິງຫາ, ທ່ານພົນຕີ ວົງສອນ ອິນປານພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ກອງພົນ 316 (ທະຫານເຂດ 2).
ເຂົ້າຮ່ວມຄະນະມີທ່ານພົນໂທ ເລກວາງມິງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ; ພົນຕີ ຫງວຽນຮົ່ງໄທ, ຮອງຫົວໜ້າການເມືອງທະຫານເຂດ 2. ທ່ານພັນເອກພິເສດ ເລິມຢູງຕ໊ຽນ, ເລຂາພັກ, ຫົວໜ້າການເມືອງກອງພົນ 316 ແລະພັນເອກພິເສດ ບຸ່ຍເທຢູງ ຫົວໜ້າກອງພົນ ໄດ້ເປັນປະທານພິທີຕ້ອນຮັບ ແລະເຮັດວຽກກັບຄະນະ.
    |
 |
ທ່ານພັນເອກພິເສດ ບຸ່ຍເທຢູງ, ຫົວໜ້າກອງພົນ 316 ໄດ້ມອບດອກໄມ້ໃຫ້ທ່ານພົນຕີ ວົງສອນ ອິນປານພິມ ແລະພັນລະຍາ. ພາບ: qdnd.vn |
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn |
    |
 |
ທ່ານພົນຕີ ວົງສອນ ອິນປານພິມ ມອບຂອງຂວັນທີ່ລະນຶກໃຫ້ແກ່ກອງພົນ 316. ພາບ: qdnd.vn |
ລາຍງານໃຫ້ຄະນະປະຕິບັດງານ, ກອງພົນ 316 ໄດ້ແບ່ງປັນປະສົບການໃນການເຄື່ອນໄຫວວຽກງານພັກ, ວຽກງານການເມືອງຢູ່ກົມກອງໂດຍສຸມໃສ່ເນື້ອໃນດັ່ງນີ້: ຍົກສູງຄຸນນະພາບການສຶກສາທາງດ້ານການເມືອງ ແລະແນວຄິດ; ກໍ່ສ້າງຄະນະພັກ ແລະອົງການຈັດຕັ້ງພັກໃຫ້ປອດໃສ ແລະເຂັ້ມແຂງ; ເບິ່ງແຍງ ແລະບຳລຸງສ້າງພະນັກງານໜຸ່ມ; ເຮັດວຽກງານຂົນຂວາຍປະຊາຊົນ; ຮັບປະກັນຊີວິດທາງດ້ານວັດຖຸ ແລະຈິດໃຈໃຫ້ທະຫານ, ກໍ່ສ້າງສະພາບແວດລ້ອມວັດທະນະທໍາທີ່ປອດໃສ, ອຸດົມສົມບຸນ.
    |
 |
ຜູ້ບັນຊາການກອງພົນ 316 ມອບຂອງທີ່ລະນຶກໃຫ້ສະຫາຍ ວົງສອນ ອິນປານພິມ ພ້ອມດ້ວຍພັນລະຍາ ແລະຄະນະປະຕິບັດງານ. ພາບ: qdnd.vn |
ພາຍຫຼັງການເຮັດວຽກຢູ່ກອງພົນ, ຄະນະໄດ້ລົງຢ້ຽມຢາມ ແລະໃຫ້ກຳລັງໃຈພະນັກງານ, ນັກຮົບກອງພັນໃຫຍ່ 98 ແລະກອງພັນທີ 8 (ກອງພັນໃຫຍ່ 98). ຢູ່ທີ່ນີ້, ຄະນະໄດ້ຮັບຟັງການລາຍງານຜົນການຝຶກແອບ, ກໍ່ສ້າງກົມກອງ, ວຽກງານກຽມພ້ອມສູ້ຮົບ ແລະຊີວິດການເປັນຢູ່ຂອງທະຫານ; ຢ້ຽມຢາມບ່ອນກິນ, ບ່ອນຢູ່ ແລະການດໍາລົງຊີວິດຂອງທະຫານ; ໃຫ້ກໍາລັງໃຈພະນັກງານ, ນັກຮົບສືບຕໍ່ເສີມຂະຫຍາຍມູນເຊື້ອ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ.
    |
 |
ທ່ານພົນຕີ ວົງສອນ ອິນປານພິມ ພ້ອມດ້ວຍຄະນະພະນັກງານຂັ້ນສູງກອງທັບປະຊາຊົນລາວ ຖ່າຍຮູບທີ່ລະນຶກກັບພະນັກງານ-ນັກຮົບກອງພົນ 316. ພາບ: qdnd.vn |
ທ່ານພົນຕີ ວົງສອນ ອິນປັນພິມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະເປັນກຽດຂອງພະນັກງານ, ນັກຮົບກອງພົນ 316; ຕີລາຄາສູງຜົນງານ ແລະບົດຮຽນເຊິ່ງກອງພົນ ບັນລຸໄດ້ໂດຍສະເພາະແມ່ນເພີ່ມທະວີນໍ້າໃຈມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງກອງພົນ 316 ແລະກອງພົນທະຫານຮາບທີ 2 ຂອງກອງທັບປະຊາຊົນລາວ ໃນຊຸມປີຜ່ານມາ.
ໂດຍ: ໄຊນີດາ