leftcenterrightdel
ຄະນະຜູ້ແທນສອງປະເທດຢູ່ກອງບັນຊາການທະຫານເຂດ 2.​ ພາບ: ຢຸຍເຕີນ-ແມ້ງເຕື່ອງ

ທີ່ການເຮັດວຽກ, ທ່ານພົນຕີ ຟ້າມດຶກຢວຽນ, ເລຂາພັກ, ຫົວໜ້າການເມືອງທະຫານເຂດ 2 ໄດ້ລາຍງານສະພາບລວມຂອງທະຫານເຂດ 2. ໃນໄລຍະຜ່ານມາ, ບັນດາກົມກອງຂຶ້ນກັບທະຫານເຂດ 2 ແລະບັນດາກົມກອງຂອງກອງທັບປະຊາຊົນລາວ ທີ່ປະຈຳຢູ່ເຂດຕິດກັບຊາຍແດນໄດ້ມີການເຄື່ອນໄຫວສົມທົບກັນຢ່າງເປັນປະຈໍາ, ສຸມໃສ່ການເຄື່ອນໄຫວຕ່າງໆ, ຄື: ຈັດຕັ້ງການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຈັດຊຸດຝຶກອົບຮົມ ແລະບໍາລຸງສ້າງໃຫ້ແກ່ພະນັກງານວິຊາຊີບ; ສ້ອມແປງອາວຸດຍຸດໂທປະກອນດ້ານເຕັກນິກ; ຊອກຫາ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ; ກໍ່ສ້າງ ແລະພັດທະນາກຸ່ມບ້ານ; ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນ ສອງປະເທດ.

ທ່ານພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະເຫັນດີເປັນເອກະພາບສູງຕໍ່ເນື້ອໃນການຮ່ວມມືລະຫວ່າງກອງບັນຊາການທະຫານເຂດ 2, ຕີລາຄາສູງເນື້ອໃນການຮ່ວມມືລະຫວ່າງທະຫານເຂດ 2 ກັບບັນດາກົມກອງຂອງກອງທັບປະຊາຊົນລາວ ໄດ້ມີການພັດທະນາໃໝ່, ບັນລຸໄດ້ໝາກຜົນທີ່ແທດຈິງ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາສອງຝ່າຍ, ປະກອບສ່ວນກໍ່ສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ ໃຫ້ນັບມື້ນັບເລິກເຊິ່ງກວ່າອີກ.

ໂດຍ: ໄຊນີດາ