ອົງຄະນະພັກກອງບັນຊາການ 86 ນໍາພາການປະຕິບັດໜ້າທີ່ປົກປັກຮັກສາອະທິປະໄຕແຫ່ງຊາດ ທາງດ້ານໄຊເບີ
ກປ.ອອນໄລ - ວັນທີ 11 ສິງຫາ, ອົງຄະນະພັກກອງບັນຊາການ 86 ໄດ້ເປີດກອງປະຊຸມໃຫຍ່ ຄັ້ງທີ II, ສະໄໝ 2025-2030. ທ່ານພົນໂທ ເລຮຸຍວີ້ງ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຂົ້າຮ່ວມ ແລະກ່າວຄໍາເຫັນຊີ້ນໍາກອງປະຊຸມໃຫຍ່. ເຂົ້າຮ່ວມກອງປະຊຸມໃຫຍ່ ຍັງມີທ່ານພົນໂທ ຖ໊າຍດ້າຍຫງອກ, ກໍາມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ເລຮຸຍວີ້ງ ໄດ້ສະເໜີໃຫ້ກອງບັນຊາການ 86 ສືບຕໍ່ຊາບຊຶມຢ່າງເລິກເຊິ່ງກ່ຽວກັບແນວທາງ, ແຜນນະໂຍບາຍຂອງພັກ ກ່ຽວກັບໜ້າທີ່ປົກປັກຮັກສາປະເທດຊາດທາງດ້ານໄຊເບີ, ຫັນບັນດາແຜນນະໂຍບາຍເປັນລະອຽດ, ກໍານົດແຜນນະໂຍບາຍ, ມາດຕະການນຳພາ ຕິດພັນກັບລັກສະນະສະພາບການຂອງໜ້າທີ່ວຽກງານ. ນໍາພາການປະຕິບັດບົດບາດເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ໃນການຄຸ້ມຄອງລັດ ກ່ຽວກັບການປົກປັກຮັກສາອະທິປະໄຕແຫ່ງຊາດທາງດ້ານໄຊເບີ, ຍົກສູງກໍາລັງຄວາມສາມາດສູ້ຮົບທາງອິນເຕີແນັດ; ສົມທົບກັນຈັດຕັ້ງປະຕິບັດມາດຕະການສັງລວມເພື່ອຮັບປະກັນຄວາມປອດໄພຂໍ້ມູນຂ່າວສານ ແລະຄວາມປອດໄພດ້ານໄຊເບີ ຢ່າງມີປະສິດທິຜົນ. ນໍາພາການກະກຽມກຳລັງ, ພາຫະນະ, ແຜນການເພື່ອປະຕິບັດໜ້າທີ່ສູ້ຮົບຂອງກອງທັບໃນໄລຍະສັນຕິພາບ; ກໍາແໜ້ນສະພາບການທາງດ້ານໄຊເບີ, ສະເໜີ, ແກ້ໄຂຢ່າງທັນການ, ມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ທ່າຮັບໂດຍບັງເອີນໃນທຸກສະຖານະການ.
    |
 |
ຄະນະບໍລິຫານງານອົງຄະນະພັກກອງບັນຊາການ 86 ສະໄໝ 2025-2030 ສະເໜີຕົວທີ່ກອງປະຊຸມໃຫຍ່. ພາບ: qdnd.vn |
ທ່ານ ພົນໂທ ເລຮຸຍວີ້ງ ຮຽກຮ້ອງໃຫ້ຄະນະພັກ ກອງບັນຊາການ 86 ນໍາພາເສີມຂະຫຍາຍບົດບາດຫຼັກແຫຼ່ງໃນການກໍ່ສ້າງກໍາລັງປ້ອງກັນດ້ານໄຊເບີ ທ່ົວກອງທັບທັນສະໄໝ ໃຫ້ເປັນຢ່າງດີ; ຜັນຂະຫຍາຍການກໍ່ສ້າງ ແລະພັດທະນາເຄືອຂ່າຍຄອມພິວເຕີການທະຫານທີ່ຄົບຊຸດ, ທັນສະໄໝ, ຮັບປະກັນຄວາມປອດໄພຈາກຂັ້ນຍຸດທະວິທີ ຈົນເຖິງຂັ້ນຍຸດທະສາດ, ຮັບໃຊ້ການພັດທະນາລັດຖະບານເອເລັກໂຕນິກ ແລະການຫັນການບັນຊາໃນກະຊວງປ້ອງກັນປະເທດເປັນອັດຕະໂນມັດ. ນຳພາກົມກອງປະຕິບັດສໍາເລັດ, ຍົກລະດັບຊອບແວ, ຖ່າຍທອດສົດທາງອອນລາຍ, ຜັນຂະຫຍາຍໃຫ້ບັນດາອົງການ, ກົມກອງໃນທົ່ວກອງທັບຖືກຕາມການກໍານົດ; ຍູ້ແຮງການກໍ່ສ້າງ ແລະໝູນໃຊ້ເຕັກໂນໂລຢີຈໍາລອງເຂົ້າໃນວຽກງານບໍາລຸງສ້າງ, ຝຶກແອບ, ຝຶກຊ້ອມ.
ໂດຍ: ທູຈາງ