ແລກປ່ຽນກ່ຽວກັບຜົນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ USAID ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ໃນໄລຍະຜ່ານມາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ ເລື່ອງໂຄງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ແມ່ນໜຶ່ງໃນ 17% ບັນດາໂຄງການຂອງ USAID ໄດ້ເຄື່ອນໄຫວຄືນໃໝ່ ເຊິ່ງສະແດງໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງການເຄື່ອນໄຫວນີ້ຕໍ່ການພົວພັນຫວຽດນາມ-ອາເມລິກາ ເວົ້າລວມ ແລະການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ. ຜ່ານບັນດາການແລກປ່ຽນ, ພົບປະຂັ້ນສູງທີ່ຜ່ານມາ, ການນໍາສອງປະເທດ, ສອງກະຊວງປ້ອງກັນປະເທດ ຕີລາຄາສູງໝາກຜົນສອງຝ່າຍບັນລຸໄດ້ໃນການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ແລະໃຫ້ຄໍາໝັ້ນສັນຍາຈະສືບຕໍ່ຊຸກຍູ້ການຮ່ວມມືໃນຂົງເຂດນີ້.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ແອງຫວູ

ທ່ານພົນໂທ ຮວ່າງຊວນຈ໊ຽນ ຫວັງວ່າ ສະຖານທູດອາເມລິກາ ປະຈໍາ ຫວຽດນາມ ແລະບັນດາອົງການທີ່ກ່ຽວຂ້ອງຂອງອາເມລິກາ ຈະສົມທົບກັບກະຊວງປ້ອງກັນປະເທດຫວຽດນາມ ຜັນຂະຫຍາຍເອກະສານຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມສະບັບຕ່າງໆ ເຊິ່ງການນໍາສອງຝ່າຍເຫັນດີເປັນເອກະພາບ ຢ່າງມີປະສິດທິຜົນ; ສືບຕໍ່ບຸລິມະສິດລະດົມແຫຼ່ງກໍາລັງເພື່ອຍູ້ແຮງຄວາມຄືບໜ້າ, ມຸ່ງໄປເຖິງການກໍາຈັດດິນຖືກມົນລະພິດດີໂອຊິນ ຢູ່ເຂດສະໜາມບິນ ບຽນຮວ່າ ຢ່າງເຖິງຖອງ ແລະໜູນຊ່ວຍຫວຽດນາມ ກໍາຈັດບັນດາຈຸດມົນລະພິດດີໂອຊິນຢູ່ສະໜາມບິນຝູ່ກ໊າດ ກໍ່ຄືບາງເຂດອື່ນ;...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ທ່ານນາງ Aler Grubbs. ພາບ: ແອງຫວູ

ທ່ານນາງ Grubbs ແບ່ງປັນຄວາມປະທັບໃຈທີ່ດີງາມໃນເວລາເຮັດວຽກຢູ່ຫວຽດນາມ, ພິເສດແມ່ນຄວາມຄືບໜ້າທີ່ປະທັບໃຈໃນການເຄື່ອນໄຫວແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ; ພ້ອມທັງຂອບໃຈກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົມທົບກັນ, ຮ່ວມມືຢ່າງແໜ້ນແຟ້ນ, ພ້ອມກັບ USAID ຊຸກຍູ້ ແລະຜັນຂະຫຍາຍການເຄື່ອນໄຫວນີ້ຢ່າງມີປະສິດທິຜົນ. ທ່ານນາງ Grubbs ກໍ່ໃຫ້ຮູ້ວ່າ ພາຍຫຼັງ USAID ປະຈໍາ ຫວຽດນາມ ຍຸບເລີກ, ບາງພະນັກງານຂອງອົງການນີ້ຈະຍ້າຍມາເຮັດວຽກຢູ່ສະຖານທູດອາເມລິກາ ປະຈໍາ ຫວຽດນາມ ສະນັ້ນບັນດາໂຄງການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຈະສືບຕໍ່ດໍາເນີນໄປ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ພ້ອມດ້ວຍບຸກຄົນຂອງ USAID ປະຈໍາຫວຽດນາມ ໄດ້ຮັບໃບຍ້ອງຍໍ. ພາບ: ແອງຫວູ

ໂອກາດນີ້, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ທ່ານນາງ Grubbs ແລະບຸກຄົນອື່ນຂອງ USAID ເພື່ອມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດພິດເຄມີ/ດີໂອຊິນ ທີ່ຕົກຄ້າງຫຼັງສົງຄາມຢູ່ຫວຽດນາມ ໄລຍະ 2021-2025.

ໂດຍ: ໄຊນີດາ