leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມຮັບຮອງເອົາວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ຂອງອົງຄະນະພັກທະຫານເຂດ 3, ອາຍຸການ 2025-2030. ພາບ: qdnd.vn

ທີ່ກອງປະຊຸມ, ການນຳສອງກົມກອງ ໄດ້ລາຍງານຕໍ່ຄະນະປະຈຳຄະນະພັກການທະຫານສູນກາງ ກ່ຽວກັບວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ອາຍຸການ 2025-2030. ຕາມນັ້ນແລ້ວ, ຮ່າງເອກະສານທີ່ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ ໂດຍແຕ່ລະກົມກອງໄດ້ກະກຽມຢ່າງລະອຽດ; ຕີລາຄາຜົນການນຳພາຂອງບັນດາອົງຄະນະພັກ ໃນອາຍຸການ 2020-2025 ຢ່າງແທດຈິງ; ກໍານົດທິດທາງ, ເປົ້າໝາຍ ແລະມາດຕະການນຳພາໃນອາຍຸການ ຈະມາເຖິງ...

leftcenterrightdel
 
leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມຮັບຮອງເອົາວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່ຂອງອົງຄະນະພັກເຫຼົ່າທັບເຮືອ, ອາຍຸການ 2025-2030. ພາບ: qdnd.vn

ກ່າວຄຳເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ໄດ້ຮັບຮູ້, ຍ້ອງຍໍຊົມເຊີຍຜົນງານກະກຽມກອງປະຊຸມໃຫຍ່ຂອງຄະນະພັກທະຫານເຂດ 3 ແລະຄະນະພັກເຫຼົ່າທັບເຮືອ. ທ່ານພົນເອກ ຟານວັນຢາງ ຮຽກຮ້ອງວ່າ ຄະນະພັກທະຫານເຂດ 3 ແລະຄະນະພັກເຫຼົ່າທັບເຮືອ ຮັບເອົາຄໍາເຫັນປະກອບຂອງບັນດາຜູ້ແທນທີ່ກອງປະຊຸມ ເພື່ອສືບຕໍ່ປັບປຸງວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ໃຫ້ສົມບູນແບບຮັບປະກັນຄວາມຄົບຊຸດ, ຖືກຂັ້ນຕອນ, ປະຕິບັດຕາມຄໍາສັ່ງ, ຄໍາແນະນໍາຂອງຂັ້ນເທິງຢ່າງເຂັ້ມງວດ; ສືບຕໍ່ຊີ້ນຳກວດກາຄືນ, ປັບປຸງດັດແກ້ເອກະສານໃຫ້ສົມບູນແບບ, ອັດເດດບັນດາບັນຫາໃໝ່ຢ່າງທັນການ ຕາມກໍານົດທິດຂອງຄະນະປະຈຳຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ. ບັນດາອົງການທີ່ກ່ຽວຂ້ອງສົມທົບກັນຊຸກຍູ້, ສັງລວມ, ລາຍງານຜົນການປະເມີນໃຫ້ກົມໃຫຍ່ການເມືອງ... ປະກອບສ່ວນຮັບປະກັນຜົນສຳເລັດຂອງກອງປະຊຸມໃຫຍ່.

ຄຽງຄູ່ກັນນັ້ນ, ຄະນະພັກທະຫານເຂດ 3 ແລະຄະນະພັກເຫຼົ່າທັບເຮືອ ສືບຕໍ່ນຳພາ, ຊີ້ນໍາ, ຍູ້ແຮງວຽກງານໂຄສະນາເຜີຍແຜ່, ແຂ່ງຂັນ, ຕັດສິນໃຈສ້າງຜົນງານສູງສຸດ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຂັ້ນຂອງຕົນ ແລະກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກອງມທັບ ຄັ້ງທີ XII, ມຸ່ງໄປເຖິງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ. ນຳພາ, ຊີ້ນຳບັນດາອົງການ, ກົມກອງຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ; ກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ແກ້ໄຂບັນດາກໍລະນີຢ່າງທັນການ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງອີນ...

ໂດຍ: ໄຊຊະນະ