ຕາມແຜນການ, ໂຮງໝໍສະໜາມຂັ້ນ 2 ເລກ 7 ຈະປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ ຢູ່ຊູດັງໃຕ້, ປ່ຽນແທນໂຮງໝໍສະໜາມຂັ້ນ 2 ເລກ 6. ໃນຊຸດຝຶກແອບ, ພະນັກງານ, ລັດຖະກອນຂອງໂຮງໝໍສະໜາມຂັ້ນ 2 ເລກ 7 ໄດ້ມີຄວາມຮູ້ພື້ນຖານກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ ແລະທັກສະທີ່ຈຳເປັນໃນການປະຕິບັດໜ້າທີ່ວິຊາສະເພາະຮັກສາສັນຕິພາບ ຢູ່ຄະນະປະຕິບັດງານ, ອັບເດດສະພາບການຢູ່ຊູດັງໃຕ້. ນີ້ກໍ່ແມ່ນໂອກາດເພື່ອຕີລາຄາສັງລວມກໍາລັງຄວາມສາມາດຂອງໂຮງໝໍສະໜາມ ຂັ້ນ 2 ເລກ 7 ກ່ອນຜັນຂະຫຍາຍເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສປຊ.

leftcenterrightdel
ພັນເອກພິເສດ ຫງວຽນບ໋າຮືງ, ຮອງຫົວໜ້າກົມຮັກສາສັນຕິພາບຫວຽດນາມ ເຂົ້າຮ່ວມສິດສອນຢູ່ຊຸດຝຶກແອບ. ພາບ: qdnd.vn

ຊຸດຝຶກແອບຄັ້ງນີ້ໄດ້ຜັນຂະຫຍາຍຕາມ 5 ໄລຍະ, ຄື: ການຝຶກແອບຕາມເອກະສານຝຶກແອບກ່ອນການຜັນຂະຫຍາຍໜ້າທີ່ຂອງ ສປຊ; ການຝຶກແອບຕາມໜ້າທີ່ທີ່ລະອຽດຢູ່ຄະນະປະຕິບັດງານຮັກສາສັນຕິພາບຂອງ ສປຊ; ຝຶກແອບກ່ຽວກັບຂໍ້ກໍານົດ, ລະບອບລະບຽບການ, ນະໂຍບາຍຂອງກອງທັບປະຊາຊົນຫວຽດນາມ; ການຝຶກແອບທັກສະເສີມໃຫ້ບັນດາພາກສ່ວນ. ນອກຈາກນັ້ນ, ຊຸດຝຶກແອບ ຈະຝຶກຊ້ອມການປະຕິບັດວຽກງານໂຮງໝໍຕາມການກຳນົດ 30 ກໍລະນີທີ່ເປັນສົມມຸດຖານ ແລະປະສົມປະສານ.

ໂດຍ: ຈາງຫງວຽນ