ກ່າວຄໍາເຫັນເປີດຊຸດຝຶກອົບຮົມ, ທ່ານພົນຈັດຕະວາ ຫງວຽນແທັງຟອງ, ຮອງຫົວໜ້າອົງການໄອຍະການທະຫານສູນກາງ ໃຫ້ຮູ້ວ່າ: ໃນຊຸມປີຜ່ານມາອົງການໄອຍະການທະຫານສູນກາງຫວຽດນາມ ໄດ້ສົມທົບກັບບັນດາອົງການ, ກົມກອງຈັດຕັ້ງບັນດາຊຸດອົບຮົມວຽກງານໄອຍະການທະຫານ ໃຫ້ພະນັກງານຂອງອົງການໄອຍະການທະຫານກອງທັບປະຊາຊົນລາວ.

leftcenterrightdel
ທ່ານພົນຈັດຕະວາ ຫງວຽນແທັງຟອງ, ຮອງຫົວໜ້າອົງການໄອຍະການທະຫານສູນກາງ ກ່າວຄໍາເຫັນເປີດຊຸດຝຶກອົບຮົມ. ພາບ: qdnd.vn

ຜ່ານຊຸດຝຶກອົບຮົມຕ່າງໆໄດ້ຊ່ວຍໃຫ້ພະນັກງານຂອງລາວ ຍົກສູງກໍາລັງຄວາມສາມາດ, ລະດັບຄວາມຮູ້ວຽກງານໄອຍະການ ແລະໝູນໃຊ້ເຂົ້າໃນສະພາບຕົວຈິງຂອງວຽກງານຢ່າງມີປະສິດທິຜົນ, ເປັນພະຍານຫຼັກຖານທີ່ສະແດງໃຫ້ເຫັນນໍ້າໃຈມິດຕະພາບອັນດີງາມ, ຄວາມໄວ້ເນື້ອເຊື່ອໃຈ, ນັບມື້ນັບເຂົ້າສູ່ລວງເລິກ ແລະສະໜິດຕິດພັນຢ່າງແໜ້ນແຟ້ນລະຫວ່າງລະບົບໄອຍະການທະຫານຂອງສອງປະເທດ ຫວຽດນາມ - ລາວ.

ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້, ໄປຄຽງຄູ່ກັບການຮຽນພາກທິດສະດີແລ້ວ, ບັນດານັກສໍາມະນາກອນຍັງໄດ້ໄປທັດສະນະສຶກສາຕົວຈິງທີ່ບັນດາອົງການໄອຍະການທະຫານ ຂັ້ນທະຫານເຂດ; ຢ້ຽມຢາມ ແລະເຮັດວຽກກັບອົງການໄອຍະການທະຫານສູນກາງຫວຽດນາມ. ນອກຈາກນັ້ນ, ນັກສໍາມະນາກອນ ຍັງໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ແລະທັດສະນີຍະພາບບາງແຫ່ງຢູ່ບາງແຂວງພາກເໜືອຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn

ເພື່ອໃຫ້ຊຸດຝຶກອົບຮົມບັນລຸໄດ້ໝາກຜົນດີທີ່ສຸດ, ທ່ານພົນຈັດຕະວາ ຫງວຽນແທັງຟອງ ສະເໜີໃຫ້ກອງ 871, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະອົງການໄອຍະການທະຫານສູນກາງຫວຽດນາມ ຈັດສົ່ງພະນັກງານຕິດຕາມສະພາບການຂອງຊຸດຝຶກອົບຮົມ; ແກ້ໄຂບັນຫາທີ່ເກີດຂຶ້ນໃນຄວາມສາມາດ, ຄວາມຮັບຜິດຊອບຂອງຕົນ ແລະລາຍງານໃຫ້ການນໍາກົມໃຫຍ່ການເມືອງ ຮັບຊາບຢ່າງທັນການ ເພື່ອຂໍຄໍາເຫັນໃຫ້ທິດຊີ້ນໍາ.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມພິທີເປີດຊຸດຝຶກອົບຮົມ. ພາບ: qdnd.vn

ບັນດານັກສໍາມະນາກອນຂອງລາວ ສົມທົບຢ່າງແໜ້ນແຟ້ນກັບກອງ 871 ແລະອົງການໄອຍະການທະຫານສູນກາງຫວຽດນາມ ເພື່ອໃຫ້ວິວັດການຮຽນ ແລະໄປທັດສະນະສຶກສາຕົວຈິງ, ແລກປ່ຽນປະສົບການ, ຢ້ຽມຢາມອົງການ, ກົມກອງຕ່າງໆ ຮັບປະກັນຄວາມປອດໄພ ແລະຮັບເອົາຄວາມຮູ້ທີ່ມີປະໂຫຍດຫຼາຍຢ່າງ.

ທ່ານພົນຈັດຕະວາ ຫງວຽນແທັງຟອງ ເຊື່ອໝັ້ນວ່າ, ພາຍຫຼັງຊຸດຝຶກອົບຮົມຄັ້ງນີ້, ບັນດານັກສໍາມະນາກອນ ຈະຮັບເອົາຂໍ້ມູນຂ່າວສານທີ່ມີປະໂຫຍດ, ປະສົບການອັນລ້ຳຄ່າຕື່ມອີກ ເພື່ອຮັບໃຊ້ກອງທັບ ແລະປະຊາຊົນໃຫ້ດີກວ່າເກົ່າ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງສອງພັກ, ສອງລັດ, ສອງກອງທັບ ແລະສອງຂະແໜງໄອຍະການທະຫານ ໃຫ້ນັບມື້ນັບດີຂຶ້ນ, ສະໜິດຕິດພັນກວ່າ.

ຕາມແຜນການແລ້ວ, ຊຸດອົບຮົມ ຈະດໍາເນີນໄປຈົນຮອດວັນທີ 17 ກໍລະກົດ 2025 ຈຶ່ງປິດລົງ.

ໂດຍ: ທູຈາງ