ກະກຽມສະຫຼຸບ 10 ປີແຫ່ງການປະຕິບັດຄໍາສັ່ງເລກທີ 05 ໃນກອງທັບ ຢ່າງລອບຄອບ
ກປ.ອອນໄລ - ຕອນບ່າຍວັນທີ 23 ມິຖຸນາ, ທ່ານພົນໂທ ຈິ້ງວັນກວ໊ຽດ, ເລຂາທິການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານກອງປະຊຸມກວດກາຄືນວຽກງານກະກຽມລາຍການພົບປະແລກປ່ຽນແບບຢ່າງດີເດັ່ນ ແລະສະຫຼຸບ 10 ປີແຫ່ງການປະຕິບັດຄໍາສັ່ງສະບັບເລກທີ 05-CT/TW ລົງວັນທີ 15 ພຶດສະພາ 2016 ຂອງກົມການເມືອງ ຊຸດທີ XII ກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.
    |
 |
ທ່ານພົນໂທ ຈິ້ງວັນກວ໊ຽດ ເປັນປະທານກອງປະຊຸມ. ພາບ: qdnd.vn |
ສະຫຼຸບກອງປະຊຸມ, ທ່ານພົນໂທ ຈິ້ງວັນກວ໊ຽດ ໄດ້ຍ້ອງຍໍຊົມເຊີຍບັນດາອົງການ, ກົມກອງທີ່ມານະພະຍາຍາມ, ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດສຳເລັດວຽກງານກະກຽມຖືກຕ້ອງຕາມເວລາ ແລະຄວາມຮຽກຮ້ອງຕ້ອງການທີ່ວາງອອກ. ທ່ານພົນໂທ ຈິ້ງວັນກວ໊ຽດ ຮຽກຮ້ອງວ່າ: ບັນດາອົງການທີ່ກ່ຽວຂ້ອງຮັບເອົາຄຳເຫັນທີ່ກອງປະຊຸມ; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປັບປຸງ, ເພີ່ມເຕີມ ແລະປະກອບເນື້ອໃນ, ຄວາມຮຽກຮ້ອງຕ້ອງການຂອງລາຍການພົບປະແລກປ່ຽນແບບຢ່າງດີເດັ່ນ ແລະສະຫຼຸບ 10 ປີແຫ່ງການປະຕິບັດຄໍາສັ່ງສະບັບເລກທີ 05, ຮັບປະກັນເປົ້າໝາຍເປັນຢ່າງດີ: ສ່ອງແສງໃຫ້ເຫັນມູນເຊື້ອວິລະຊົນຂອງກອງທັບ; ແຜນນະໂຍບາຍ ແລະຂັ້ນຕອນກໍ່ສ້າງກອງທັບຍອດຢ້ຽມ, ກະທັດຮັດ, ເຂັ້ມແຂງຂອງພັກເຮົາ, ຕິດພັນກັບຄຳສັ່ງສອນຂອງປະທານໂຮ່ຈີມິນ ກ່ຽວກັບການກໍ່ສ້າງກອງທັບ; ແຜ່ຂະຫຍາຍເນື້ອໃນຈິດໃຈປະຕິບັດຄໍາສັ່ງສະບັບເລກທີ 05 ໃນທົ່ວກອງທັບ, ແກ້ໄຂຄວາມຫຍຸ້ງຍາກເປັນຢ່າງດີ, ປະຕິບັດສຳເລັດໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບ, ພ້ອມກັບອຳນາດການປົກຄອງກໍ່ສ້າງ, ປັບປຸງລະບົບການເມືອງຢູ່ຮາກຖານ, ຊ່ວຍປະຊາຊົນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ບັນດາຜົນງານຂອງກອງທັບ ບັນລຸໄດ້ໃນການຄົ້ນຄວ້າວິທະຍາສາດ, ນໍາໃຊ້ເຕັກໂນໂລຢີ, ປັນຍາປະດິດ, ການຫັນເປັນດີຈີຕອນ, ການກໍ່ສ້າງສັງຄົມດີຈີຕອນ.
ທ່ານພົນໂທ ຈິ້ງວັນກວ໊ຽດ ເນັ້ນໜັກວ່າ: ສຳລັບລາຍການພົບປະແລກປ່ຽນແບບຢ່າງດີເດັ່ນ; ບັນດາສາລະຄະດີທີ່ລາຍການຕ້ອງສ່ອງແສງໄດ້ໝາກຜົນອັນພົ້ນເດັ່ນກ່ຽວກັບການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໃນການປະຕິບັດພາລະບົດບາດ, ຄື: ກອງທະຫານສູ້ຮົບ, ກອງທະຫານປະຕິບັດງານ, ກອງທະຫານອອກແຮງງານທໍາການຜະລິດຂອງກອງທັບ, ຕິດພັນກັບການສ່ອງແສງບຸກຄົນດີເດັ່ນໃນວຽກງານແຕ່ລະດ້ານ.
ໂດຍ: ເຈິ່ນຮວ່ຽນ