ຕໍາຫຼວດທະເລຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຕໍາຫຼວດທະເລອາຊຽນ
ກປ.ອອນໄລ - ວັນທີ 20 ມິຖຸນາ, ທີ່ຮ່າໂນ້ຍ, ທ່ານພົນຈັດຕະວາ ຫວູຈູງກຽນ ຮອງຜູ້ບັນຊາການກົດໝາຍຕໍາຫຼວດທະເລຫວຽດນາມ ເປັນປະທານກອງປະຊຸມຊາບຊຶມ, ມອບໜ້າທີ່ໃຫ້ຄະນະພະນັກງານຕໍາຫຼວດທະເລຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຕໍາຫຼວດທະເລອາຊຽນ (ACF).
ຕາມແຜນການ, ຕໍາຫຼວດທະເລຫວຽດນາມ ຈະຈັດຕັ້ງຄະນະພະນັກງານໂດຍທ່ານພັນເອກພິເສດ ຫງວຽນຈິ້ງຮຸ່ງ ຮອງຫົວໜ້າກົມອາຊີບ ແລະກົດໝາຍຕໍາຫຼວດທະເລເຂົ້າຮ່ວມກອງປະຊຸມສຸດຍອດເວທີປາໄສຕໍາຫຼວດທະເລອາຊຽນ ຢູ່ນະຄອນ Pattaya, ໄທ ໃນລະຫວ່າງວັນທີ 24 - 27 ມິຖຸນາ.
    |
 |
ທ່ານພົນຈັດຕະວາ ຫວູຈູງກຽນ, ຮອງຜູ້ບັນຊາການກົດໝາຍຕໍາຫຼວດທະເລຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn |
ເວທີປາໄສ ACF ໄດ້ສ້າງຕັ້ງດ້ວຍເປົ້າໝາຍ “ສ້າງກົນໄກເຈລະຈາສະເພາະເພື່ອຊຸກຍູ້ບົດບາດໃຈກາງຂອງອາຊຽນ ຕໍ່ກັບຄວາມໝັ້ນຄົງທາງທະເລໃນພາກພື້ນ” ໃນສະພາບບັນດາປະເທດສະມາຊິກພວມມານະພະຍາຍາມເພີ່ມທະວີການຮ່ວມມື ແລະສື່ມວນຊົນເພື່ອຕ້ານຄືນສິ່ງນາບຂູ່ ບົນທະເລຄືການເຄື່ອນໄຫວຂຸດຄົ້ນສິນໃນທະເລຜິດກົດໝາຍ, ບໍ່ລາຍງານ ແລະບໍ່ຕາມກໍານົດ (IUU), ອາດຊະຍາກໍາການຄ້າມະນຸດ ແລະຢາເສບຕິດ ກໍ່ຄືສົມທົບກັນໃນການລາດຕະເວນຢູ່ທະເລຕາເວັນອອກ. ເວທີປາໄສກໍ່ແມ່ນພື້ນຖານເພື່ອແກ້ໄຂບັນດາຄວາມແຕກຕ່າງກັນຄືໃນປະຈຸບັນ ແລະເພີ່ມທະວີການຮ່ວມມືໃນພາກພື້ນເພື່ອຜົນປະໂຫຍດລວມ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ຫວູຈູງກຽນ ເນັ້ນໜັກວ່າ: ກອງປະຊຸມສຸດຍອດເວທີປາໄສຕໍາຫຼວດທະເລອາຊຽນ ແມ່ນການເຄື່ອນໄຫວການຕ່າງປະເທດທີ່ມີຄວາມໝາຍສໍາຄັນ, ສ້າງກາລະໂອກາດໃຫ້ບັນດາປະເທດໃນພາກພື້ນແລກປ່ຽນຢ່າງປອດໄສ, ເປີດເຜີຍ ແລະເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນເພື່ອຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງໃນການເດີນທະເລລວມ.
ທ່ານພົນຈັດຕະວາ ຫວູຈູງກຽນ ຮຽກຮ້ອງສະມາຊິກທັງໝົດໃນຄະນະຕ້ອງກໍາແໜ້ນເນື້ອໃນວຽກງານ, ຍົກສູງຄວາມຮັບຜິດຊອບຂອງຕົນ; ປະຕິບັດບັນດາຫຼັກການການຕ່າງປະເທດປ້ອງກັນຊາດຢ່າງເຂັ້ມງວດ,... ສ້າງສາຈິດໃຈຄວາມສາມັກຄີ, ຊ່ວຍເຫຼືອເຊິ່ງກັນ ແລະກັນໃນວຽກງານ,... ປະກອບສ່ວນປະຕິບັດໜ້າທີ່ລວມຂອງຄະນະ. ຄຽງຂ້າງກັນນັ້ນ, ບັນດາສະມາຊິກຕ້ອງໝູນໃຊ້ໃນໄລຍະອັນລໍ້າຄ່າເພື່ອແລກປ່ຽນ, ແບ່ງປັນບົດຮຽນໃນວຽກງານກັບກໍາລັງປະຕິບັດບົນທະເລບັນດາປະເທດເຂົ້າຮ່ວມເວທີປາໄສ.
ໂດຍ: ໄຊນີດາ