ກ່າວຄຳເຫັນທີ່ພິທີປິດ, ທ່ານພັນເອກພິເສດ ຫງວຽນຢຸຍມິງ, ຮອງຫົວໜ້າກົມພົວພັນຕ່າງປະເທດ ເນັ້ນໜັກວ່າ ປະຈຸບັນ, ສະພາບການໂລກ ແລະພາກພື້ນຜັນແປຢ່າງສັບສົນ, ຮຽກຮ້ອງໃຫ້ຖັນແຖວພະນັກງານການທູດເວົ້າລວມ, ພະນັກງານການທູດປ້ອງກັນຊາດເວົ້າສະເພາະຕ້ອງຄົ້ນຄວ້າ, ຍົກສູງກໍາລັງຄວາມສາມາດໃນທຸກດ້ານ, ເປັນຕົ້ນແມ່ນວຽກງານຄົ້ນຄ້ວາ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການ ແລະເປັນເສນາທິການວິທີການແກ້ໄຂ ເພື່ອຮັບປະກັນຜົນປະໂຫຍດຂອງປະເທດ, ຂອງຊາດຢ່າງສຸດຂີດ.
ຜ່ານສະພາບຕົວຈິງໄດ້ພິສູດໃຫ້ເຫັນວ່າ ເມື່ອວຽກງານຄົ້ນຄວ້າ ແລະເປັນເສນາທິການກ່ຽວກັບການພົວພັນຕ່າງປະເທດ ໄດ້ປະຕິບັດເປັນຢ່າງດີ, ທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດໄດ້ຮັບການປັບປຸງ, ຍົກສູງຂຶ້ນ. ນອກຈາກນັ້ນ, ການຫັນເປັນໂລກາພິວັດ, ສັນຕິພາບ, ການຮ່ວມມື ແລະການພັດທະນາແມ່ນທ່າອ່ຽງລວມຂອງໂລກ, ເຮັດໃຫ້ການເຄື່ອນໄຫວພົວພັນຕ່າງປະເທດນັບມື້ນັບເພີ່ມຂຶ້ນ, ຄວາມຮຽກຮ້ອງຕ້ອງການທາງດ້ານລັກສະນະທັນສະໄໝ, ເປັນມືອາຊີບຂອງວຽກງານການທູດເວົ້າລວມ, ການທູດປ້ອງກັນຊາດເວົ້າສະເພາະນັບມື້ນັບສູງ. ສະນັ້ນ, ພະນັກງານການທູດແຕ່ລະຄົນຕ້ອງຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມດ້ວຍຕົນເອງ, ຍົກສູງທັກສະດ້ານວິຊາການຢ່າງບໍ່ຢຸດຢັ້ງ ເພື່ອທຽບເທົ່າກັບໜ້າທີ່ວຽກງານ.
    |
 |
ມອບໃບຢັ້ງຢືນປະຕິບັດສໍາເລັດຊຸດຝຶກອົບຮົມໃຫ້ແກ່ພະນັກງານກອງທັບປະຊາຊົນລາວ. ພາບ: qdnd.vn |
ທ່ານພັນເອກພິເສດ ຫງວຽນຢຸຍມິງ ກ່າວຄໍາເຫັນວ່າ “ນີ້ແມ່ນບັນດາບັນຫາສຳຄັນທີ່ຄະນະຈັດຕັ້ງຊຸດຝຶກອົບຮົມ ໄດ້ກຳນົດ ແລະປາດຖະໜາຢາກພ້ອມກັບບັນດາສະຫາຍ, ນັກສໍາມະນາກອນຄົນຄວ້າ, ແລກປ່ຽນໃນໄລຍະຝຶກອົບຮົມຢູ່ຫວຽດນາມ. ພາຍຫຼັງເວລາຄົ້ນຄວ້າ, ແລກປ່ຽນດ້ວຍຄວາມຮັບຜິດຊອບສູງ ແລະຄວາມມານະພະຍາຍາມຢ່າງບໍ່ຢຸດຢັ້ງຂອງບັນດາຄູອາຈານ, ນັກສໍາມະນາກອນ ແລະບັນດາອົງການກ່ຽວຂ້ອງ, ຊຸດອົບຮົມໄດ້ປະຕິບັດສຳເລັດ, ຮັບປະກັນຄຸນນະພາບ ແລະຖືກຕາມແຜນການ. ພວກຂ້າພະເຈົ້າ ຫວັງວ່າ ໄລຍະຝຶກອົບຮົມຜ່ານມາຈະເປັນບົດຮຽນ, ປະສົບການ, ອານຸສອນທີ່ເປັນໜ້າຈົດຈໍາ ເພື່ອໃຫ້ພວກສະຫາຍຍົກສູງຄວາມສາມາດດ້ານວິຊາສະເພາະ, ພ້ອມທັງມີຄວາມເຂົ້າໃຈຕື່ມອີກກ່ຽວກັບປະເທດຊາດ ແລະຊາວຫວຽດນາມ, ປະກອບສ່ວນຊຸກຍູ້ສາຍພົວພັນສາມັກຄີ, ນໍ້າໃຈມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ. ພວກຂ້າພະເຈົ້າຫວັງວ່າ ພວກສະຫາຍຈະໝູນໃຊ້ຄວາມຮູ້, ປະສົບການທີ່ໄດ້ຄົ້ນຄວ້າ, ຮໍ່າຮຽນເພື່ອປະຕິບັດສໍາເລັດພາລະບົດບາດ, ໜ້າທີ່ທີ່ກະຊວງປ້ອງກັນປະເທດລາວ ມອບໝາຍໃຫ້”.
ພາຍຫຼັງຜົນສຳເລັດຂອງຊຸດຝຶກອົບຮົມກ່ອນນີ້, ກົມພົວພັນຕ່າງປະເທດ ໄດ້ສົມທົບກັບສະຖາບັນຍຸດທະສາດ ແລະປະຫວັດສາດປ້ອງກັນຊາດຫວຽດນາມ, ສະຖາບັນການທູດເພື່ອສ້າງໂຄງການຝຶກອົບຮົມປີ 2025 ລວມມີ 7 ຫົວເລື່ອງສະເພາະກ່ຽວກັບຄວາມຮູ້ລວມ ແລະທັກສະວິຊາສະເພາະການພົວພັນຕ່າງປະເທດ, ຄື: ສະພາບການໂລກ ແລະພາກພື້ນໃນປະຈຸບັນ ແລະບາງບັນຫາສາກົນທີ່ພົ້ນເດັ່ນ; ການພົວພັນ ຫວຽດນາມ - ລາວ ແລະການພົວພັນດ້ານປ້ອງກັນຊາດຫວຽດນາມ - ລາວ; ທັກສະບັນລະຍາຍ; ວຽກງານຕ້ອນ-ຮັບແຂກທາງການທູດ; ທັກສະຈັດຕັ້ງເຫດການການທູດ, ກອງປະຊຸມ, ກອງປະຊຸມສໍາມະນາສາກົນ; ສິລະປະການປະພຶດໃນວຽກງານການພົວພັນຕ່າງປະເທດ; ການຈັດຕັ້ງ ແລະເຂົ້າຮ່ວມງານລ້ຽງທາງການທູດ.
ໂດຍ: ທູຈາງ