ພະນັກງານ, ນັກຮົບເກືອບ 2.500 ຄົນ ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ
ກປ.ອອນໄລ - ຕອນຄ່ໍາວັນທີ 21 ມິຖຸນາ ແລະວັນທີ 22 ມິຖຸນາ, ກອງບັນຊາການທະຫານເຂດ 1 ສືບຕໍ່ຊີ້ນໍາບັນດາກົມກອງຜັນຂະຫຍາຍກໍາລັງທະຫານ, ພາຫະນະເຂົ້າຮ່ວມໜູນຊ່ວຍບັນດາທ້ອງຖິ່ນຍົກຍ້າຍປະຊາຊົນ, ຊັບສິນ, ຊອກຫາຜູ້ຫາຍສາບສູນ, ຊ່ວຍເຫຼືອປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.
    |
 |
ພະນັກງານ, ສໍາມະນາກອນໂຮງຮຽນການທະຫານ ທະຫານເຂດ 1 ຊອກຫາຜູ້ຫາຍສາບສູນໃນບໍລິເວນຕາແສງ ເລືອງເຊີນ, ນະຄອນ ຊົງກົງ, ແຂວງ ໄທຫງວຽນ. ພາບ: qdnd.vn |
ສະເພາະແມ່ນບັນດາກົມກອງຂຶ້ນກັບທະຫານເຂດ 1 ໄດ້ລະດົມກໍາລັງພະນັກງານ, ນັກຮົບເກືອບ 2.500 ຄົນ, ລົດໂອໂຕ 24 ຄັນ, ເຮືອ 20 ລໍາ, ເຄື່ອງປັ່ນໄຟຟ້າ 2 ໜ່ວຍ ແລະອຸປະກອນກູ້ຊີບກູ້ໄພ ເພື່ອປະສານສົມທົບກັບກໍາລັງທ້ອງຖິ່ນຍົກຍ້າຍປະຊາຊົນ 303 ຄອບຄົວ ແລະຊັບສິນອອກຈາກເຂດອັນຕະລາຍ; ຊອກຫາຜູ້ປະສົບເຄາະຮ້າຍຈາກເຫດດິນເຈື່ອນໃນຕອນກາງຄືນວັນທີ 20 ມິຖຸນາ ຢູ່ບ້ານ ນາຟຽງ, ຕາແສງ ມີ໊ເຟືອງ (ບາເບ, ບັກກ້ານ) ແລະມອບຄືນໃຫ້ຄອບຄົວ.
    |
 |
ບັນດາກຳລັງປຶກສາຫາລືວິທີການຍົກຍ້າຍປະຊາຊົນ ແລະຊັບສິນອອກຈາກເຂດອັນຕະລາຍ. ພາບ: qdnd.vn |
ພ້ອມທັງ, ວັນທີ 22 ມິຖຸນາ, ພາຍຫຼັງໄດ້ຮັບຂໍ້ມູນກ່ຽວກັບກໍລະນີຜູ້ຫາຍສາບສູນຍ້ອນຖືກນ້ຳຖ້ວມໄຫຼຢູ່ເຂດຕາແສງ ເລືອງເຊີນ (ນະຄອນ ຊົງກົງ, ແຂວງ ໄທງວຽນ), ໂຮງຮຽນການທະຫານ ທະຫານເຂດ 1 ໄດ້ຈັດສົ່ງພະນັກງານ, ສໍາມະນາກອນຈຳນວນ 85 ຄົນ, ພ້ອມດ້ວຍລົດໂອໂຕ 3 ຄັນ ແລະເຮືອກູ້ຊີບ 2 ລຳ ສົມທົບກັບກຳລັງອາສາສະໝັກ ເພື່ອດໍາເນີນການຊອກຫາຜູ້ຖືກເຄາະຮ້າຍ. ເວລາປະມານ 14 ໂມງ 30 ນາທີ ໃນວັນດຽວກັນ, ບັນດາກໍາລັງໄດ້ພົບເຫັນຜູ້ຖືກເຄາະຮ້າຍທີ່ເສຍຊີວິດ ແລະມອບໃຫ້ຄອບຄົວ.
ໂດຍ: ຈາງຫງວຽນ