ໃນວິວັດການຮໍ່າຮຽນຢູ່ໂຮງຮຽນນາຍທະຫານສື່ສານ, ບັນດານັກສໍາມະນາກອນລາວ ແລະກໍາປູເຈຍ ໄດ້ມານະພະຍາຍາມຜ່ານຜ່າຮົ້ວກີດຂວາງທາງດ້ານພາສາ ເພື່ອຮັບເອົາຄວາມຮູ້ເບື້ອງຕົ້ນກ່ຽວກັບລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ, ແນວທາງການປະຕິວັດຫວຽດນາມ ພ້ອມກັບຄວາມຮູ້ວິທະຍາສາດສັງຄົມ-ມະນຸດສະທໍາທີ່ຈໍາເປັນໃຫ້ການເຄື່ອນໄຫວການທະຫານ.

ຄຽງຂ້າງກັນນັ້ນ, ບັນດານັກສໍາມະນາກອນໄດ້ຝຶກຝົນໂລກະທັດ, ວິທີການວິທະຍາສາດ, ຄຸນທາດການເມືອງ, ຄຸນສົມບັດ ແລະແບບແຜນການເຮັດວຽກ, ພ້ອມກັບຄວາມຮູ້ ແລະທັກສະວິຊາການສື່ສານ, ຕອບສະໜອງຄວາມຕ້ອງການຂອງນາຍທະຫານບັນຊາ-ເສນາການສື່ສານຂັ້ນໝວດລະດັບປະລິນຍາຕີ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຈ້ອງວິ໊ງ, ຮອງອະທິການບໍດີໂຮງຮຽນນາຍທະຫານສື່ສານ ມອບໃບຍ້ອງຍໍໃຫ້ນັກສໍາມະນາກອນດີເດັ່ນສອງຄົນ. ພາບ: qdnd.vn

ໃນໄລຍະບໍາລຸງສ້າງ, ໂຮງຮຽນໄດ້ອັບເດັດ ແລະສອນຄວາມຮູ້ວິທະຍາສາດທີ່ກ້າວໜ້າ, ຮັບປະກັນຫຼັກສູດນໍາທັນກັບການພັດທະນາຂອງວິທະຍາສາດເຕັກໂນໂລຢີ ແລະລະບົບຂໍ້ມູນຕິດຕໍ່ສື່ສານການທະຫານ.

ພາຍຫຼັງຮຽນຈົບ, ບັນດານັກສໍາມະນາກອນຈະມີຄວາມສາມາດໃນການສິດສອນ, ຄົ້ນຄວ້າວິທະຍາສາດເປັນຢ່າງດີ ກໍ່ຄືເປັນເສນາທິການ, ຈັດຕັ້ງ, ຄຸ້ມຄອງ, ບັນຊາ, ຝຶກແອບໝວດຂໍ້ມູນສື່ສານ ແລະຂຸດຄົ້ນບັນດາວັດຖຸອຸປະກອນສື່ສານຂອງກອງທັບປະຊາຊົນລາວ ແລະກອງທັບລາຊະອານາຈັກກໍາປູເຈຍ ຢ່າງມີປະສິດທິຜົນ.

ໝາກຜົນການຮຽນ, ນາຍທະຫານກອງທັບປະຊາຊົນລາວ ຊຸດ 13 ມີນັກສໍາມະນາກອນຮຽນຈົບ 5 ຄົນ, ໃນນັ້ນມີນັກສໍາມະນາກອນຮຽນເກັ່ງ 2 ຄົນ, ນັກສໍາມະນາກອນຮຽນດີ 3 ຄົນ. ນາຍທະຫານກອງທັບລາຊະອານາຈັກກໍາປູເຈຍ ມີນັກສໍາມະນາກອນຮຽນຈົບ 10 ຄົນ, ໃນນັ້ນມີນັກສໍາມະນາກອນຮຽນເກັ່ງ 2 ຄົນ ແລະນັກສໍາມະນາກອນຮຽນດີ 8 ຄົນ.

leftcenterrightdel
ການນໍາໂຮງຮຽນນາຍທະການສື່ສານ ຖ່າຍຮູບກັບນັກສໍາມະນາກອນລາວ ແລະກໍາປູເຈຍ. ພາບ: qdnd.vn

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ຫງວຽນຈ້ອງວິ໊ງ ຮອງອະທິການບໍດີໂຮງຮຽນນາຍທະຫານສື່ສານ ຊົມເຊີຍນັກສໍາມະນາກອນລາວ, ກໍາປູເຈຍ ທີ່ໄດ້ປະຕິບັດສໍາເລັດໜ້າທີ່ຂອງຊຸດຮຽນ ແລະເຊື່ອໝັ້ນວ່າບັນດາພະນັກງານ, ນາຍທະຫານສື່ສານຂອງກອງທັບປະຊາຊົນລາວ ແລະກອງທັບລາຊະອານາຈັກກໍາປູເຈຍ ຈະຍົກສູງຈິດໃຈຮໍ່າຮຽນ, ກໍາແໜ້ນໜ້າທີ່ຂອງກົມກອງຢ່າງວ່ອງໄວ, ໝູນໃຊ້ຄວາມຮູ້ທີ່ໄດ້ຮຽນຢູ່ໂຮງຮຽນຜ່ານການສິດສອນ, ບັນຊາ, ຄຸ້ມຄອງ, ຂຸດຄົ້ນອຸປະກອນຕິດຕໍ່ສື່ສານ, ປະກອບສ່ວນກໍ່ສ້າງກໍາລັງສື່ສານຂອງກອງທັບປະຊາຊົນລາວ ແລະກອງທັບລາຊະອານາຈັກ ກໍາປູເຈຍ ໃຫ້ໝັ້ນຄົງເຂັ້ມແຂງ.

ໂດຍ: ໄຊນີດາ