leftcenterrightdel
ທ່ານພົນເອກ ຟານວັນຢາງ ຢ້ຽມຢາມ, ລະດົມກໍາລັງໃຈພະນັກງານ, ນັກວິສະວະກອນ ແມ່ທັບນ້ອຍ 12 ແລະເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ໄດ້ກວດກາບາງກິດຈະການກໍ່ສ້າງ, ຢ້ຽມຢາມ, ລະດົມກໍາລັງໃຈພະນັກງານ, ນັກວິສະວະກອນ, ຊ່ຽວຊານ ແລະກໍາມະກອນ ທີ່ພວມປະຕິບັດງານຢູ່ໂຄງການກໍ່ສ້າງສະໜາມບິນສາກົນ ລອງແທ່ງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ພ້ອມດ້ວຍຄະນະ ກວດກາໂຄງການສະໜາມບິນສາກົນ ລອງແທ່ງ. ພາບ: ມິງຫງວຽນ

ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດ ແບ່ງປັນກັບພະນັກງານ, ນັກຮົບ, ກໍາມະກອນຂອງແມ່ທັບນ້ອຍ 12 ແລະເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ກ່ຽວກັບຄວາມຫຍຸ້ງຍາກລໍາບາກໃນເງື່ອນໄຂກໍ່ສ້າງທີ່ແດດຮ້ອນ, ມີຂີ້ຝຸ່ນຫຼາຍ, ສົ່ງຜົນສະທ້ອນເຖິງສຸຂະພາບ; ພ້ອມທັງຫວັງວ່າ ບັນດາກົມກອງກອງທັບປະຕິບັດສໍາເລັດບາງກິດຈະການກໍ່ສ້າງ ທີ່ໄດ້ຮັບການແບ່ງງານ ໃຫ້ເປັນຢ່າງດີ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລກປ່ຽນກັບຖັນແຖວນັກວິສະວະກອນທີ່ພວມປະຕິບັດງານຢູ່ສະໜາມບິນສາກົນ ລອງແທ່ງ. ພາບ: ມິງຫງວຽນ
leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນລະດົມກໍາລັງໃຈພະນັກງານ, ນັກວິສະວະກອນແມ່ທັບນ້ອຍ 12, ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດ ທີ່ພວມປະຕິບັດງານຢູ່ສະໜາມບິນສາກົນ ລອງແທ່ງ. ພາບ: ມິງຫງວຽນ

ເຮັດວຽກກັບຜູ້ຕາງໜ້າການນໍາບໍລິສັດໃຫຍ່ ACV, ບໍລິສັດໃຫຍ່ກໍ່ສ້າງ ເຈື່ອງເຊີນ, ບໍລິສັດໃຫຍ່ກໍ່ສ້າງກິດຈະການການບິນ ACC ແລະຜູ້ຮັບເໝົາ, ທ່ານພົນເອກ ຟານວັນຢາງ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງຖັນແຖວພະນັກງານ, ນັກວິສະວະກອນ, ກໍາມະກອນ ທີ່ພວມປະຕິບັດງານໂຄງການກໍ່ສ້າງສະໜາມບິນສາກົນ ລອງແທ່ງ ແລະຮຽກຮ້ອງໃຫ້ບັນດາກົມກອງ, ພິເສດແມ່ນບໍລິສັດໃຫຍ່ກໍ່ສ້າງ ເຈື່ອງເຊີນ, ບໍລິສັດໃຫຍ່ກໍ່ສ້າງກິດຈະການການບິນ ACC ສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ຢັ້ງຢືນທີ່ຕັ້ງຂອງວິສາຫະກິດກອງທັບ, ປະຕິບັດບັນດາກິດຈະການຍ່ອຍຂອງໂຄງການກໍ່ສ້າງສະໜາມບິນສາກົນ ລອງແທ່ງ ໃຫ້ເປັນຢ່າງດີ, ຮັບປະກັນຄວາມຄືນໜ້າ ແລະຄຸນນະພາບໂຄງການ.

ໂດຍ: ໄຊຊະນະ