ການໄປປະຕິບັດງານແນໃສ່ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດ, ທັດສະນະຊີ້ນໍາຂອງຄະນະພັກການທະຫານສູນກາງ ແລະກະຊວງປ້ອງກັນປະເທດ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະການທູດປ້ອງກັນຊາດ; ຜ່ານການເຂົ້າຮ່ວມພິທີສວນສະໜາມ ແລະເຝິກຊ້ອມ Kakadu 2026 ສືບຕໍ່ຍົກສູງຄວາມສາມາດສົມທົບກັນໃນການຮັບມືກັບສິ່ງທ້າທາຍລວມກ່ຽວກັບຄວາມໝັ້ນຄົງທາງທະເລ; ເພີ່ມທະວີຄວາມເຂົ້າໃຈ ແລະຄວາມໄວ້ເນື້ອເຊື່ອໃຈກັນ, ຊຸກຍູ້ການຮ່ວມມືລະຫວ່າງກອງທັບ ແລະທະຫານເຮືອບັນດາປະເທດທີ່ມາເຂົ້າຮ່ວມເພື່ອສັນຕິພາບ, ສະຖຽນລະພາບ, ການພັດທະນາຢູ່ພາກພື້ນ ແລະໃນໂລກ. ການເຂົ້າຮ່ວມຄັ້ງນີ້ກໍ່ໍ່ຊ່ວຍປັບປຸງ ແລະເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງກອງທັບ ແລະທະຫານເຮືອສອງປະເທດ, ສອດຄ່ອງກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ອົດສະຕາລີ ກວ່າອີກ.
ກ່ອນໜ້ານັ້ນ, ການກະກຽມໃຫ້ແກ່ການໄປປະຕິບັດງານ ທີ່ການນໍາ, ຜູ້ບັນຊາການ ທະຫານເຮືອເຂດ 4 ທຸກຂັ້ນ, ໂດຍກົງແມ່ນກອງພົນນ້ອຍ 162 ແລະຈຸກໍາປັ່ນ 016-ກວາງຈູງ ໄດ້ກະກຽມທຸກດ້ານຢ່າງຮອບຄອບ. “ນັບແຕ່ໄດ້ຮັບແຜນການ, ພວກຂ້າພະເຈົ້າ ກໍ່ກໍານົດວ່າ ນີ້ແມ່ນໜ້າທີ່ສໍາຄັນ, ຫຍຸ້ງຍາກ ແລະສັບສົນທີ່ສຸດ. ໄລຍະທາງສາມາດເວົ້າໄດ້ວ່າ ແມ່ນຍາວທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ ເຊິ່ງ ກໍາປັ່ນຂອງທະຫານເຮືອປະຊາຊົນຫວຽດນາມ ເຄີຍໄດ້ປະຕິບັດຜ່ານມາ, ເວລາເຄື່ອນໄຫວຕໍ່ເນື່ອງດ້ວຍລະດັບສູງ ແລະໄປຜ່ານເຂດທະເລຫຼາຍບ່ອນເຊິ່ງກ່ອນນີ້ພວກເຮົາຍັງບໍ່ເຄີຍໄດ້ໄປຜ່ານ. ສະນັ້ນ, ເລື່ອງກະກຽມວຽກງານແມ່ນສໍາຄັນທີ່ສຸດ ແລະຕັດສິນໃຈເຖິງຄວາມສາມາດປະຕິບັດໜ້າທີ່ຂອງກົມກອງເປັນຢ່າງດີ”, ທ່ານພັນຕີ ດັ້ງວັນໂດ້, ກັບຕັນກໍາປັ່ນ 016-ກວາງຈູງ ໄດ້ແບ່ງປັນ.
ໃນນາມທີ່ເປັນກັບຕັນ, ທ່ານພັນຕີ ດັ້ງວັນໂດ້ ໄດ້ຊີ້ນໍາໂດຍກົງ, ກວດກາການກະກຽມວຽກງານໃນທຸກດ້ານ. ກ່ຽວກັບວຽກງານເປັນເສນາທິການ, ໄດ້ສຸມໃສ່ການສ້າງເອກະສານ, ແຜນການປະຕິບັດໜ້າທີ່ຢູ່ເຂດທະເລທີ່ຕ່າງກັນ, ໂດຍສະເພາະແມ່ນເຂດທະເລທີ່ຍັງບໍ່ເຄີຍໄດ້ໄປຜ່ານ;...
    |
 |
|
ການນໍາກອງບັນຊາການທະຫານເຮືອເຂດ 4 ມາສົ່ງຄະນະປະຕິບັດງານໄປຕາມກໍາປັ່ນ 016-ກວາງຈຸງ ເດີນທາງໄປຍັງອົດສະຕາລີ. ພາບ: ພາບ: qdnd.vn |
ວຽກງານຮັບປະກັນພະລາທິການ-ເຕັກນິກກໍ່ໄດ້ເອົາໃຈໃສ່ເປັນພິເສດໃຫ້ການເດີນເຮືອໃນເວລາຫຼາຍມື້. ຄະນະບັນຊາກໍາປັ່ນໄດ້ຈັດຕັ້ງການກວດກາວຽກງານຄຸ້ມຄອງ, ບຳລຸງຮັກສາ, ອຸປະກອນເຕັກນິກ ເພື່ອຮັບປະກັນໃຫ້ອຸປະກອນມີການເຄື່ອນໄຫວດີທີ່ສຸດ. ຮັບປະກັນອຸປະກອນສໍາຮອງຢ່າງຄົບຖ້ວນ, ກຽມພ້ອມແກ້ໄຂຖ້າມີກໍລະນີເກີດຂຶ້ນ...
ກ່ຽວກັບການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ, ໜ່ວຍພັກກໍາປ່ັນ 016-ກວາງຈູງ ໄດ້ອອກມະຕິສະເພາະກ່ຽວກັບການນໍາພາຈັດຕັ້ງປະຕິບັດໜ້າທີ່, ປຸກລະດົມການແຂ່ງຂັນຈຸດສູງ; ພົນທະຫານທີ່ເຂົ້າຮ່ວມ 100% ລ້ວນແຕ່ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະມີຄຸນນະພາບດ້ານການເມືອງທີ່ດີ. ບັນດາການເຄື່ອນໄຫວ ຄື ພິທີໄປຜ່ານເສັ້ນສູນສູດ, ວັນເກີດຂອງເພື່ອນຮ່ວມກົມກອງ, ການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງສາກົນ (8-3), ວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ (26-3) ກໍ່ໄດ້ຂຶ້ນແຜນຢ່າງລະອຽດ ແລະຝຶກແອບກັນຢ່າງຮອບຄອບຖີ່ຖ້ວນ.
ໃນຄະນະນັ້ນ, ທ່ານພັນເອກ ນາງ Alana Burkitt ທີ່ປຶກສາທູດປ້ອງກັນຊາດອົດສະຕາລີ ປະຈໍາ ຫວຽດນາມ ຢືນຢັນວ່າ, ການໄປປະຕິບັດງານຄັ້ງນີ້ຂອງກໍາປັ່ນ 016-ກວາງຈູງ ແມ່ນພະຍານຫຼັກຖານທີ່ພິສູດໃຫ້ເຫັນກໍາລັງແຮງຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງອົດສະຕາລີ ແລະຫວຽດນາມ, ສະແດງໃຫ້ເຫັນຜົນປະໂຫຍດລວມຂອງສອງປະເທດໃນການເພີ່ມທະວີການພົວພັນດ້ານປ້ອງກັນຊາດ. “ການຢ້ຽມຢາມກໍ່ສະແດງໃຫ້ເຫັນວ່າ ອົດສະຕາລີ ແລະຫວຽດນາມ ຖືເປັນສໍາຄັນຕໍ່ການແບ່ງປັນບົດຮຽນ ແລະແລກປ່ຽນທັກສະລະຫວ່າງທະຫານເຮືອສອງປະເທດ ກໍ່ຄືໃນພາກພື້ນ. ສິ່ງນີ້ໄດ້ຊີ້ໃຫ້ເຫັນວ່າ ພວກເຮົາສາມາດຮ່ວມມືກັນເພື່ອສ້າງສາຍສຳພັນລະຫວ່າງປະຊາຊົນສອງປະເທດ ແລະພ້ອມກັນໃຫ້ຄໍາໝັ້ນສັນຍາເພື່ອສະຖຽນລະພາບຂອງພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ”, ທ່ານພັນເອກ ນາງ Alana Burkitt ໄດ້ແບ່ງປັນ.
ທ່ານພັນເອກ ນາງ Alana Burkitt ຖືວ່າ ການໄປປະຕິບັດງານຄັ້ງນີ້ຂອງກໍາປັ່ນ 016-ກວາງຈູງ ໄປຍັງ Sydney ແມ່ນສັນຍາລັກໃຫ້ແກ່ຄວາມເລິກເຊິ່ງຂອງການພົວພັນດ້ານປ້ອງກັນຊາດທີ່ໄດ້ສ້າງຕັ້ງເມື່ອປີ 1998 ລະຫວ່າງສອງປະເທດ. ການພົວພັນນີ້ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງດ້ວຍການພົບປະເຈລະຈາຂັ້ນສູງໃນແຕ່ລະປີ, ການຈັດຊຸດບຳລຸງສ້າງ ແລະໂອກາດແລກປ່ຽນທັກສະຢ່າງຕໍ່ເນື່ອງໄດ້ຮັບການພັດທະນາ. ການຮ່ວມມືລະຫວ່າງກອງທັບສອງປະເທດໄດ້ເປີດກວ້າງໄປຍັງຂັ້ນເຫຼົ່າທັບດ້ວຍການເຄື່ອນໄຫວແລກປ່ຽນຍິງປືນ, ການຢ້ຽມຢາມກໍາປັ່ນຂອງກັນ ແລະການຢ້ຽມຢາມຂັ້ນສູງຄັ້ງຕ່າງໆ, ເຊິ່ງມໍ່ໆມານີ້ແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນເດືອນ ມັງກອນ ທີ່ຜ່ານມາຂອງທ່ານພົນຕີ Mark Hammond ຜູ້ບັນຊາການທະຫານເຮືອແຫ່ງລາຊະອານາຈັກອົດສະຕາລີ. ຄຽງຂ້າງກັນນັ້ນ, ແຕ່ປີ 2014 ເປັນຕົ້ນມາ, ອົດສະຕາລີ ໄດ້ສົມທົບກັບກົມຮັກສາສັນຕິພາບຫວຽດນາມ ເປີດກວ້າງລາຍການ ລວມທັງການແລກປ່ຽນທັກສະດ້ານພະລາທິການ, ຊ່າງແສງ, ປົກປັກຮັກສາກໍາລັງ, ການແພດ ແລະກອງປະຊຸມສໍາມະນາກ່ຽວກັບແມ່ຍິງ, ສັນຕິພາບ, ຄວາມໝັ້ນຄົງ. ໜ້າໃສ່ໃຈວ່າ, ອົດສະຕາລີ ໄດ້ຜັນຂະຫຍາຍເຮືອບິນຂົນສົ່ງ C-17 ເພື່ອໜູນຊ່ວຍຫວຽດນາມ ນຳສົ່ງບຸກຄະລາກອນ ແລະອຸປະກອນໃນ 7 ຄັ້ງທີ່ຜັນຂະຫຍາຍໂຮງໝໍກາງສະໜາມ ຂັ້ນ 2 ໄປຍັງຄະນະປະຕິບັດງານຮັກສາສັນຕິພາບ ສປຊ ຢູ່ຊູດັງໃຕ້.
Kakadu ແມ່ນການເຝິກຊ້ອມທະຫານເຮືອຫຼາຍຝ່າຍທີ່ອົດສະຕາລີ ໄດ້ຈັດຕັ້ງສອງປີເທື່ອໜຶ່ງ, ເລີ່ມແຕ່ປີ 1993 ເປັນຕົ້ນມາ. ປີ 2024, ກໍາປັ່ນ 18 ຂຶ້ນກັບກອງພົນນ້ອຍ 171, ທະຫານເຮືອເຂດ 2 ຂອງຫວຽດນາມ ກໍ່ໄດ້ເຂົ້າຮ່ວມການເຝິກຊ້ອມ Kakadu 2024 ຢູ່ Darwin, ອົດສະຕາລີ, ກາຍເປັນກໍາປັ່ນລໍາທໍາອິດຂອງທະຫານເຮືອປະຊາຊົນຫວຽດນາມ ທີ່ໄປເຂົ້າຮ່ວມເຫດການນີ້.
ຕາມແຜນການແລ້ວ, ຢູ່ອົດສະຕາລີ, ກໍາປ່ັນ 016-ກວາງຈູງ ແລະຄະນະ ຈະເຂົ້າຮ່ວມການເຄື່ອນໄຫວຂອງພິທີສວນສະໜາມກໍາປັ່ນທະຫານເຮືອສາກົນ ແລະການເຝິກຊ້ອມ Kakadu 2026, ລວມມີ: ການເຄື່ອນໄຫວຢູ່ທ່າກຳປັ່ນ (ພິທີເປີດການເຝິກຊ້ອມ, ກອງປະຊຸມການນໍາທະຫານເຮືອ, ກອງປະຊຸມເພື່ອຮັບຮອງເອົາແຜນການເດີນເຮືອ, ການຝຶກແອບຢູ່ທ່າກຳປັ່ນ, ການພົບປະແລກປ່ຽນ, ແຂ່ງຂັນກິລາ-ວັດທະນະທໍາ; ຢ້ຽມຊົມເຂດປູຊະນີຍະສະຖານປະຫວັດສາດ, ວັດທະນະທໍາທ້ອງຖິ່ນ; ຈັດງານລ້ຽງຢູ່ເທິງກໍາປັ່ນ...) ແລະການເຄື່ອນໄຫວເຝິກຊ້ອມຢູ່ທະເລດ້ວຍຫົວຂໍ້ທີ່ບໍ່ກ່ຽວຂ້ອງກັບການສູ້ຮົບ (ການຕິດຕໍ່ສື່ສານ, ການລຳລຽງຢູ່ທະເລ, ການຊອກຫາກູ້ໄພ-ກູ້ຊີບ, ການຝຶກແອບກຸ່ມນັກຊ່ຽວຊານຢູ່ທະເລ...).
ໂດຍ: ໄຊນີດາ