leftcenterrightdel
ທ່ານພົນເອກ ຟານວັນຢາງ ເປັນປະທານກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຮຽກຮ້ອງໃນໄລຍະຈະມາເຖິງ, ພະນັກງານ, ນັກຮົບທົ່ວກອງທັບ ສືບຕໍ່ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ຄຸ້ມຄອງເຂດນ່ານຟ້າ, ນ່ານທະເລ, ເຂດຊາຍແດນ, ພາຍໃນປະເທດ, ເຄືອຂ່າຍອິນເຕີແນັດຢ່າງໜັກແໜ້ນ; ເປັນຕົ້ນແມ່ນບໍລິເວນຍຸດທະສາດ, ຈຸດສຸມ; ກໍາແໜ້ນ, ຕີລາຄາ, ຄາດຄະເນສະພາບການຢ່າງຖືກຕ້ອງ, ເປັນເສນາທິການຢ່າງທັນການ, ແກ້ໄຂສະພາວະການຢ່າງມີປະສິດທິຜົນ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນຢ່າງໝັ້ນແກ່ນ, ສົມທົບກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນທົ່ວປະເທດ...

ເພີ່ມທະວີການຄວບຄຸມ ແລະສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍຢູ່ຊາຍແດນ, ທະເລ, ໝູ່ເກາະ; ຮັກສາກໍາລັງທະຫານເຮືອ, ຕໍາຫຼວດທະເລ, ກອງເຮືອທະຫານລາດຜູ້ປະຈໍາການກຽມພ້ອມສູ້ຮົບຢູ່ເຂດທະເລທີ່ສຳຄັນ. ຕັ້ງໜ້າປ່ຽນແປງໃໝ່, ຍົກສູງຄຸນນະພາບການສຶກສາດ້ານການເມືອງ, ແນວຄິດ, ຂໍ້ມູນຂ່າວສານ ແລະໂຄສະນາ; ເພີ່ມທະວີການປົກປ້ອງພື້ນຖານແນວຄິດຂອງພັກ, ຕໍ່ສູ້ປະຕິເສດທັດສະນະທີ່ຜິດພາດ, ເປັນປໍລະປັກ. ຊີ້ນໍາສືບຕໍ່ການຮໍ່າຮຽນ, ຊາບຊຶມ, ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ແລະມະຕິຂອງສູນກາງພັກຢ່າງເຂັ້ມງວດ. ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031  ຢ່າງແໜ້ນແຟ້ນ ແລະຖືກຕ້ອງຕາມຂໍ້ກໍານົດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ຜັນຂະຫຍາຍລາຍການ, ແຜນການພົວພັນຕ່າງປະເທດດ້ານປ້ອງກັນຊາດປີ 2026 ຢ່າງແໜ້ນແຟ້ນ. ເປັນເຈົ້າການ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຮັບປະກັນພະລາທິການ, ເຕັກນິກ, ອຸດສາຫະກຳປ້ອງກັນຊາດ, ວິທະຍາສາດການທະຫານຢ່າງຄົບຖ້ວນ ແລະທັນການເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. ຈັດຕັ້ງ “ບຸນເຕັດປູກຕົ້ນໄມ້ຮູ້ບຸນຄຸນລຸງໂຮ່ຕະຫຼອດໄປ” ເປັນຢ່າງດີ. ຜັນຂະຫຍາຍທຸກດ້ານຂອງວຽກງານການເງິນຢ່າງມີປະສິດທິຜົນ; ຮັບປະກັນງົບປະມານໃຫ້ພຽງພໍ ແລະທັນການ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່, ເປັນຕົ້ນແມ່ນການຕ້ອນຮັບນັກຮົບໃໝ່ ແລະເປີດບັ້ນອົບຮົມ-ຝຶກແອບ ປີ 2026...

ໂດຍ: ເຈິ່ນຮວ່ຽນ