ສູ້ຊົນບືນຕົວຂຶ້ນໃນແຕ່ລະມື້
ກອງບັນຊາການຕໍາຫຼວດທະເລເຂດ 3 ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 7 ມີນາ 2001, ໂດຍປະຕິບັດໜ້າທີ່ຄຸ້ມຄອງ, ປະຕິບັດກົດໝາຍຢູ່ເຂດທະເລທີ່ກວ້າງໃຫຍ່ໄພສານ. ໃນຕະຫຼອດໄລຍະ 25 ປີຜ່ານມາ, ພະນັກງານ, ນັກຮົບລຸ້ນຕ່າງໆຍາມໃດກໍ່ຍົກສູງຈິດໃຈ “ເດັດດ່ຽວ, ກ້າຫານ; ແກ້ໄຂຄວາມຫຍຸ້ງຍາກ; ສາມັກຄີ, ປະສານສົມທົບ; ຮັກສາກົດໝາຍຢ່າງເຂ້ັມງວດ”, ປັບປຸງຢ່າງບໍ່ຢຸດຢັ້ງ, ຂະຫຍາຍກໍາລັງ, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ.
    |
 |
|
ການນໍາຕໍາຫຼວດທະເລເຂດ 3 ມອບຖົງຢາໃຫ້ຊາວປະມົງ. ພາບ: qdnd.vn |
ທ່ານພັນເອກພິເສດ ເລວັນຕູ, ຫົວໜ້າການເມືອງຕໍາຫຼວດທະເລເຂດ 3 ໃຫ້ຮູ້ວ່າ: “ເຖິງວ່າ ທັງກໍ່ສ້າງກົມກອງໃຫ້ເປັນແບບແຜນ, ທັນສະໄໝ, ທັງປະຕິບັດໜ້າທີ່ໂດຍກົງຢູ່ທະເລໃນເງື່ອນໄຂດິນຟ້າອາກາດທີ່ຮ້າຍແຮງ, ສະພາບສັບສົນກໍ່ຕາມ, ແຕ່ພະນັກງານ, ນັກຮົບທົ່ວເຂດຍາມໃດກໍ່ຮັກສາຄຸນທາດການເມືອງ, ເຈດຈຳນົງຕັດສິນໃຈ ແລະຈິດໃຈຮັບຜິດຊອບສູງ. ການກະທໍາດ້ວຍທິດນໍາທີ່ວ່າ “ພະຍາຍາມແຕ່ລະມື້, ບືນຕົວຂຶ້ນແຕ່ລະເດືອນ, ສູ້ຊົນແຕ່ລະປີ” ໄດ້ກາຍເປັນກໍາລັງຜັກດັກຊຸກຍູ້ກົມກອງໃຫ້ມີຄວາມກ້າວໜ້າ, ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ”.
ຕໍາຫຼວດທະເລເຂດ 3 ຍາມໃດກໍ່ປະຕິບັດວຽກງານຝຶກແອບ, ກຽມພ້ອມສູ້ຮົບ, ກໍ່ສ້າງໃຫ້ມີລະບຽບແບບແຜນດ້ວຍໜ້າທີ່ປະຕິບັດກົດໝາຍຢູ່ທະເລໃຫ້ເປັນຢ່າງດີ; ຍົກສູງດ້ານວິຊາສະເພາະ, ວິຊາການໃຫ້ພະນັກງານ, ນັກຮົບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຢ່າງບໍ່ຢຸດຢັ້ງ.
    |
 |
|
ການຝຶກແອບຍົກສູງຄຸນນະພາບກຽມພ້ອມສູ້ຮົບຢູ່ກໍາປັ່ນຕໍາຫຼວດທະເລ. ພາບ: qdnd.vn |
ການມີໜ້າຂອງກໍາປັ່ນຕໍາຫຼວດທະເລລໍາຕ່າງໆຢູ່ທະເລໄດ້ກາຍເປັນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຊ່ວຍຊາວປະມົງມີຄວາມອຸ່ນອ່ຽນໃຈບືນຕົວຂຶ້ນ, ອອກສູ່ທະເລ. ຢູ່ທ່າມກາງທະເລອັນກວ້າງໃຫຍ່ໄພສານ, ຮູບພາບພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ຍາມໃດກໍ່ຕິດພັນດ້ວຍຄວາມໝົດຈິດໝົດໃຈ, ຮັບຜິດຂອບ ແລະຄວາມຜູກພັນຮັກໄຄ່.
ກອບກູ້ປະຊາຊົນ: ຄໍາສັ່ງຈາກຫົວໃຈ
ຄະນະພັກ, ກອງບັນຊາການຕໍາຫຼວດທະເລເຂດ 3 ຍາມໃດກໍ່ກໍານົດການ “ກອບກູ້ປະຊາຊົນ, ຊ່ວຍເຫຼືອປະຊາຊົນ, ປົກປ້ອງປະຊາຊົນ” ແມ່ນໜ້າທີ່ຕໍ່ສູ້ໃນສະໄໝສັນຕິພາບ. ນັ້ນບໍ່ພຽງແຕ່ແມ່ນຄໍາສັ່ງຈາກຂັ້ນເທິງເທົ່ານັ້ນ, ຫາກຍັງແມ່ນຄໍາສັ່ງຈາກຫົວໃຈຂອງພະນັກງານ, ນັກຮົບ, ແມ່ນການສະແດງອອກຢ່າງມີຊີວິດຊີວາຂອງຄຸນທາດອັນສູງສົ່ງຂອງທະຫານລຸງໂຮ່ ຢູ່ທ່າມກາງທະເລ.
ຕາມການຕີລາຄາຂອງທ່ານ ຫວໍວັນຢູງ ເລຂາພັກເມືອງຫວູງເຕົ່າ (ນະຄອນໂຮ່ຈີມິນ), ເຖິງວ່າຢູ່ໃນເງື່ອນໄຂທີ່ພາຍຸຮ້າຍກາດ ຫຼືຢູ່ເຂດທະເລທີ່ຫ່າງໄກ, ບ່ອນທີ່ມີສັນຍານແຈ້ງເຫດສຸກເສີນ, ບ່ອນນັ້ນມີກໍາປັ່ນຕໍາຫຼວດທະເລປະກົດຕົວຢ່າງທັນການ, ກຽມພ້ອມປະເຊີນໜ້າກັບອັນຕະລາຍ, ຍາດເອົາຄວາມຢູ່ລອດມາໃຫ້ຊາວປະມົງ. ບັນດາໜ້າວຽກນັ້ນໄດ້ປະກອບສ່ວນເສີມສ້າງການພົວພັນລະຫວ່າງທະຫານ ແລະປະຊາຊົນທີ່ສະໜິດຕິດພັນຢ່າງໜັກແໜ້ນ.
    |
 |
|
ທີມງານແພດໝໍຕໍາຫຼວດທະເລເຂດ 3 ໜູນຊ່ວຍປະຖົມພະຍາບານຊາວປະມົງທີ່ປະສົບໄພຢູ່ທະເລ. ພາບ: qdnd.vn |
ໃນຕະຫຼອດໄລຍະພັດທະນາ, ພະນັກງານ, ນັກຮົບຕໍາຫຼວດທະເລເຂດ 3 ໄດ້ເຂົ້າຮ່ວມການຊອກຫາ, ກູ້ໄພ-ກູ້ຊີບ 158 ຄັ້ງ; ຊ່ວຍດຶງພາຫະນະເຂົ້າຝັ່ງ 85 ລຳ; ນໍາສົ່ງຄົນກັບເຂົ້າດິນຕໍ່ແຜ່ນຢ່າງປອດໄພ 1.542 ຄົນ; ຈັດຕັ້ງການຮັບ, ມອບສາກສົບຜູ້ຖືກເຄາະຮ້າຍຖືກຕາມຂໍ້ກຳນົດ 44 ສົບ, ເຊິ່ງສະແດງໃຫ້ເຫັນຄວາມຮັກແພງ ແລະຮັບຜິດຊອບອັນເລິກເຊິ່ງທີ່ມີຕໍ່ປະຊາຊົນ.
ຢູ່ເບື້ອງຫຼັງການປະຕິບັດງານຕ່າງໆແມ່ນເລື່ອງລາວທີ່ເຕັມໄປດ້ວຍຄວາມຮັກແພງລະຫວ່າງທະຫານ ແລະປະຊາຊົນ. ພົ້ນເດັ່ນ, ຄື: ວັນທີ 3 ກຸມພາ 2018, ເຮືອຫາປາລໍາໜຶ່ງຂອງປະຊາຊົນເກີດອຸບັດຕິເຫດຢູ່ກາງທະເລ, ສະມາຊິກໃນເຮືອ 12 ຄົນຢືນຢູ່ຄວາມເປັນຕາຍ. ຍ້ອນການມີໜ້າຂອງພະນັກງານ, ນັກຮົບຕໍາຫຼວດທະເລເຂດ 3 ຢ່າງທັນການ, ສະມາຊິກກໍາປ່ັນໝົດທຸກຄົນຈຶ່ງໄດ້ຮັບການຊ່ວຍເຫຼືອໃນທັນທີ. ທ້າວ ເຈິ່ນດົງ, ຢູ່ເຂດພິເສດຝູກຸ໊ຍ (ເລິມດົ່ງ), ຕາງໜ້າໃຫ້ຊາວປະມົງທີ່ປະສົບໄພ, ສະແດງຄວາມໃນໃຈວ່່າ: “ໃນເວລາທີ່ຄັບຂັນ, ພວກອ້າຍຕໍາຫຼວດທະເລໄດ້ຊ່ວຍຊີວິດພວກຂ້າພະເຈົ້າ. ເຂົາເຈົ້າໄດ້ໃຫ້ຊີວິດແກ່ພວກຂ້າພະເຈົ້າ ຄັ້ງທີ 2”.
“ຟັງປະຊາຊົນເວົ້າ, ເວົ້າປະຊາຊົນຟັງ, ເຮັດໃຫ້ປະຊາຊົນເຊື່ອໝັ້ນ”
ຄຽງຂ້າງການປະຕິບັດກົດໝາຍຢູ່ທະເລ, ກອງບັນຊາການຕຳຫຼວດເຂດ 3 ຍາມໃດກໍ່ກໍານົດວຽກງານຂົນຂວາຍປະຊາຊົນ, ໂຄສະນາ, ເຜີຍແຜ່, ສຶກສາກົດໝາຍແມ່ນໜ້າທີ່ການເມືອງສໍາຄັນ, ປະກອບສ່ວນກໍ່ສ້າງ “ທ່າສະໜາມໃນໃຈປະຊາຊົນ” ຢູ່ເຂດທະເລ, ໝູ່ເກາະໃຫ້ໝັ້ນແກ່ນ.
ດ້ວຍທິດນໍາທີ່ວ່າ “ຟັງປະຊາຊົນເວົ້າ, ເວົ້າປະຊາຊົນຟັງ, ເຮັດໃຫ້ປະຊາຊົນເຊື່ອໝັ້ນ”, ພະນັກງານ, ນັກຮົບບໍ່ຢ້ານກົວຕໍ່ຄວາມຫຍຸ້ງຍາກ, ລົງໄປທ່າເຮືອແຕ່ລະບ່ອນ, ແຕ່ລະບ້ານຂອງຊາວປະມົງ, ພົບປະກັບຊາວປະມົງ, ຮັບຟັງແນວຄິດຈິດໃຈ, ແກ້ໄຂຂໍ້ຕິດຂັດຂອງປະຊາຊົນຢ່າງທັນການໃນວິວັດການອອກຫາປາຢູ່ທະເລທີ່ກວ້າງໃຫຍ່.
    |
 |
|
ພະນັກງານ, ນັກຮົບຕໍາຫຼວດທະເລເຂດ 3 ໂຄສະນາເຜີຍແຜ່ກົດໝາຍໃຫ້ຊາວປະມົງ. ພາບ: qdnd.vn |
ທ່ານພັນເອກພິເສດ ເຈິ່ນຊວນເລືອງ ຜູ້ບັນຊາການຕໍາຫຼວດທະເລເຂດ 3 ເນັ້ນໜັກວ່າ: ຄະນະພັກ, ກອງບັນຊາການຕຳຫຼວດທະເລເຂດ 3 ໄດ້ຊີ້ນໍາອົງການ, ກົມກອງຕ່າງໆກະກຽມເນື້ອໃນໂຄສະນາຕ້ອງໃຫ້ແທດຈິງ, ເຂົ້າໃຈງ່າຍ, ຕິດແທດກັບພຶດຕິກຳຕົວຈິງ, ສຸມໃສ່ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບທະເລ, ໝູ່ເກາະ; ຈຸດສຸມແມ່ນກົດໝາຍວ່າດ້ວຍທະເລຫວຽດນາມ, ກົດໝາຍວ່າດ້ວຍຕໍາຫຼວດທະເລຫວຽດນາມ ແລະຂໍ້ກຳນົດກ່ຽວກັບການຕ້ານ ແລະສະກັດກັ້ນການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກໍານົດ (IUU). ບໍ່ພຽງແຕ່ “ເວົ້າໃຫ້ປະຊາຊົນມີຄວາມເຂົ້າໃຈ” ເທົ່ານັ້ນ, ແຕ່ພະນັກງານ, ນັກຮົບ ຍັງໄດ້ແນະນໍາໃຫ້ປະຊາຊົນຢ່າງລະອຽດເພື່ອ “ເຮັດໃຫ້ຖືກຕ້ອງຕາມກົດໝາຍ”, ມີຄວາມອຸ່ນອ່ຽນໃຈອອກສູ່ທະເລ, ຂຸດຄົ້ນໃຫ້ຖືກຕາມກົດໝາຍ, ປະກອບສ່ວນພ້ອມກັບທົ່ວປະເທດຍົກເລີກ “ບັດເຫຼືອງ” ຂອງຄະນະກໍາມະການເອີລົບ.
ວຽກງານໂຄສະນາໄດ້ຈັດຕັ້ງຢ່າງຄົບຊຸດ, ມີໄຫວພິບ, ສອດຄ່ອງກັບບໍລິເວນຕ່າງໆ, ແຕ່ລະເປົ້າໝາຍ. ກົມກອງໄດ້ໂຄສະນາໂດຍກົງໃຫ້ປະຊາຊົນກວ່າ 640.000 ເທື່ອຄົນ; ແຈກໃບປິວ 512.000 ໃບ ແລະມອບທຸງຊາດນັບພັນຜືນ; ເອົາຂ່າວ, ບົດ, ສາລະຄະດີອອກວິທະຍຸ, ລົງໃນພາຫະນະສື່ມວນຊົນ 5.100 ບົດ; ສົມທົບກັບບັນດາອົງການສ່ືມວນຊົນຮັກສາເວັບໄຊ, ຄໍລໍາຢ່າງມີປະສິດທິຜົນ “ເພື່ອອະທິປະໄຕຄວາມໝັ້ນຄົງ, ຄວາມປອດໄພຢູ່ທະເລ, ໝູ່ເກາະ”...
    |
 |
|
ນັກຮຽນເປັນຈໍານວນຫຼວງຫຼາຍເຂົ້າຮ່ວມການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ໂດຍຕໍາຫຼວດທະເລເຂດ 3 ຈັດຕັ້ງ. ພາບ: qdnd.vn |
ຕົວເລກຕ່າງໆນັ້ນບໍ່ພຽງແຕ່ສະແດງໃຫ້ເຫັນຂະໜາດ, ລວງເລິກຂອງວຽກງານໂຄສະນາເທົ່່ານັ້ນ, ຫາກຍັງຢືນຢັນຄວາມສະໜິດຕິດພັນເລືອດເນື້ອລະຫວ່າງທະຫານ ແລະປະຊາຊົນ, ປະກອບສ່ວນແຜ່ຂະຫຍາຍຮູບພາບພະນັກງານ, ນັກຮົບຕໍາຫຼວດທະເລຫວຽດນາມ ທີ່ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນເຂົ້າໃນໜ້າທີ່ປົກປັກຮັກສາອະທິປະໄຕ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພຢູ່ທະເລ, ໝູ່ເກາະທີ່ສັກສິດຂອງປະເທດຊາດ.
ໂດຍ: ໄຊນີດາ