ໂດຍສືບທອດມະຕິສູນກາງຄັ້ງທີ 8 (ຊຸດທີ XIII) ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່, ກອງປະຊຸມໃຫຍ່ ຄັ້ງທີ  XIV ມີບາດກ້າວພັດທະນາໃໝ່, ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງກວ່າກ່ຽວກັບຜົນປະໂຫຍດຂອງປະເທດ-ຂອງຊາດ ແລະເນື້ອໃນຄວາມໝັ້ນຄົງແຫ່ງຊາດໃນຂົງເຂດຕ່າງໆ, ຄື: ຮັບປະກັນ ແລະ ປົກປ້ອງຜົນປະໂຫຍດຂອງປະເທດ-ຂອງຊາດໃຫ້ສູງສຸດ; ປົກປ້ອງອິດທິພົນຊື່ສຽງ, ຖານະບົດບາດ, ທີ່ຕັ້ງສາກົນຂອງປະເທດ; ປົກປັກຮັກສາຄວາມໝັ້ນຄົງຂອງລະບອບ, ຄວາມໝັ້ນຄົງດ້ານວັດທະນະທໍາແນວຄິດ, ຄວາມໝັ້ນຄົງດ້ານເສດຖະກິດ-ການເງິນ, ຄວາມປອດໄພທາງໄຊເບີ-ຖານຂໍ້ມູນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ, ຄວາມໝັ້ນຄົງແຫຼ່ງນໍ້າ.

ເອກະສານກອງປະຊຸມໃຫຍ່ ຄັ້ງທີ  XIV ຂອງພັກ ໄດ້ເພີ່ມເຕີມທີ່ຕັ້ງ, ບົດບາດໃໝ່ຂອງເປົ້າໝາຍ, ໜ້າທີ່ປົກປັກຮັກສາສິ່ງແວດລ້ອມ, ການພົວພັນຕ່າງປະເທດ ແລະການເຊື່ອມໂຍງເຂົ້າກັບສາກົນ; ໂດຍຢືນຢັນວ່າ: “ພັດທະນາເສດຖະກິດ-ສັງຄົມ, ປົກປັກຮັກສາສິ່ງແວດລ້ອມເປັນໃຈກາງ; ກໍ່ສ້າງພັກແມ່ນຫຼັກແຫຼ່ງແກ່ນສານ; ພັດທະນາວັດທະນະທຳ, ມະນຸດແມ່ນພື້ນຖານ; ເພີ່ມທະວີການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະຍູ້ແຮງການພົວພັນຕ່າງປະເທດ,  ເຊື່ອມໂຍງເຂົ້າກັບສາກົນແມ່ນສຳຄັນ, ເປັນປະຈໍາ”. ການພັດທະນາດັ່ງກ່າວແນໃສ່ກຳນົດທິດຢ່າງຈະແຈ້ງກວ່າ ກ່ຽວກັບຄວາມຮັບຜິດຊອບຂອງກຳລັງປະກອບອາວຸດ ແລະທົ່ວສັງຄົມຕໍ່ກັບໜ້າທີ່ປ້ອງກັນຄວາມສະຫງົບທີ່ບໍ່ເປັນການທະຫານ, ພາລະກິດປົກປັກຮັກສາປະເທດຊາດແຕ່ໄກ, ແຕ່ຫົວທີ, ຈາກນອກຜືນແຜ່ນດິນ.

ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ  XIII, ພັກໄດ້ກໍານົດວ່າ: “ປຸກລຸກຈິດໃຈຮັກຊາດຢ່າງແຂງແຮງ, ເຈດຈໍານົງສ້າງຄວາມເຂັ້ມແຂງຂອງຊາດດ້ວຍຕົນເອງ, ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະຄວາມຄາດຫວັງພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ, ມີຄວາມຜາສຸກ…”. ເອກະສານກອງປະຊຸມໃຫຍ່ ຄັ້ງທີ  XIV ຂອງພັກ ໄດ້ເນັ້ນໜັກວ່າ: “ເສີມຂະຫຍາຍກຳລັງແຮງ, ຄຸນທາດ, ສະຕິປັນຍາຂອງຊາວຫວຽດນາມ, ກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ “ທ່າຮົບໃນຈິດໃຈປະຊາຊົນ”, ສົມທົບກຳລັງແຮງຂອງຊາດກັບກຳລັງແຮງຂອງຍຸກສະໄໝ”. ຈຸດໃໝ່ແມ່ນເຊີດຊູບົດບາດຂອງມະນຸດດ້ວຍຖານະເປັນເຈົ້າກໍາຂອງພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນສັງກາດໃໝ່. ນີ້ແມ່ນການກໍານົດທິດທີ່ລຸລ່ວງ, ສຳຄັນ ແລະຈຳເປັນທີ່ສຸດ, ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງເຖິງທັດສະນະວິທະຍາສາດ, ຖືກຕ້ອງຂອງພັກໃນການປຸກລະດົມສົ່ງເສີມ, ໃຫ້ກຳລັງໃຈ, ເສີມຂະຫຍາຍປັດໄຈມະນຸດ ແລະບົດບາດ “ທ່າຮົບໃນຈິດໃຈປະຊາຊົນ” ໃນພາລະກິດປົກປັກຮັກສາປະເທດຊາດ.

leftcenterrightdel
ກໍາລັງປະກອບອາວຸດ ເດີນຂະບວນສວນສະໜາມ ທີ່ພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ, ເດືອນພຶດສະພາ ປີ 2024. ພາບ: qdnd.vn

ຈາກຄວາມຮັບຮູ້ຢ່າງເລິກເຊິ່ງກ່ຽວກັບສະພາບການ, ສະພາບແວດລ້ອມທາງການເມືອງ, ຄວາມໝັ້ນຄົງທ່ົວໂລກ ແລະຄວາມຮຽກຮ້ອງຕ້ອງການປົກປັກຮັກສາປະເທດແຕ່ໄກ, ແຕ່ຫົວທີ, ປົກປັກຮັກສາປະເທດຊາດກ່ອນທີ່ຍັງບໍ່ທັນມີອັນຕະລາຍ, ເອກະສານກອງປະຊຸມໃຫຍ່ ຄັ້ງທີ  XIV ຂອງພັກ ໄດ້ເພີ່ມເຕີມເນື້ອໃນໃໝ່, ເຊີດຊູລັກສະນະເປັນເຈົ້າການ “ເພີ່ມທະວີການປ້ອງກັນຊາດທົ່ວປວງຊົນ, ເປັນເຈົ້າການປ້ອງກັນ... ກໍ່ສ້າງເຂດປ້ອງກັນໃຫ້ເປັນເຈົ້າການຢ່າງໜັກແໜ້ນ”; “ເດັດດ່ຽວ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕ, ເອກະພາບ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ປົກປັກຮັກສາປະເທດຊາດແຕ່ໄກ, ແຕ່ຫົວທີ” ເພື່ອກໍານົດທິດການຮັບຮູ້ເຖິງຄວາມຈໍາເປັນຕ້ອງ “ເຫັນກ່ອນ, ຮູ້ກ່ອນ”, ສ້າງທ່າທີຈິດໃຈເປັນເຈົ້າການ, ໄປກ່ອນ, ໄປລັດໜ້າ, ກະກຽມກ່ອນ, ສະກັດກັ້ນກ່ອນ, ແຕ່ໄກ, ແກ້ໄຂໄພອັນຕະລາຍກ່ອນ;   ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ.

ມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໄດ້ກຳນົດວ່າ: “ສົມທົບຢ່າງແໜ້ນແຟ້ນ ແລະມີປະສິດທິຜົນລະຫວ່າງເສດຖະກິດ, ວັດທະນະທຳ, ສັງຄົມ, ການພົວພັນຕ່າງປະເທດກັບການປ້ອງກັນຊາດ ແລະລະຫວ່າງການປ້ອງກັນຄວາມສະຫງົບກັບເສດຖະກິດ, ວັດທະນະທຳ, ສັງຄົມ ແລະການພົວພັນຕ່າງປະເທດ”. ເອກະສານກອງປະຊຸມໃຫຍ່ ຄັ້ງທີ  XIV ໄດ້ເຊີດຊູລັກສະນະກົມກຽວ ແລະເພີ່ມເຕີມໜ້າທີ່, ປົກປັກຮັກສາສິ່ງແວດລ້ອມໃນການສົມທົບນີ້: “ຕິດພັນຢ່າງແໜ້ນແຟ້ນ, ກົມກຽວລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ, ປົກປັກຮັກສາສິ່ງແວດລ້ອມ ກັບການປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນ”. ຕໍ່ໜ້າຄວາມຮຽກຮ້ອງຕ້ອງການຂອງການພັດທະນາໄວ ແລະຍືນຍົງ, ກໍຄືໄພອັນຕະລາຍ ແລະສິ່ງທ້າທາຍຄວາມໝັ້ນຄົງທີ່ບໍ່ເປັນການທະຫານນັບມື້ນັບເພີ່ມຂຶ້ນສູງ, ເປັນຕົ້ນແມ່ນໄພທຳມະຊາດ, ມົນລະພິດສິ່ງແວດລ້ອມນິເວດ, ພັກ ໄດ້ວາງແຜນນະໂຍບາຍ ນໍາໜ້າທີ່ປົກປັກຮັກສາສິ່ງແວດລ້ອມ ແມ່ນວຽກງານອັນຈຳເປັນ, ຮີບດ່ວນ ແລະສຳຄັນ, ຕ້ອງສົມທົບກັນຢ່າງແໜ້ນແຟ້ນ, ກົມກຽວໃນການພັດທະນາເສດຖະກິດ-ສັງຄົມ, ປັບປຸງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການເຄື່ອນໄຫວດ້ານຕ່າງໆ.

ກອງປະຊຸມໃຫຍ່ ຄັ້ງທີ  XIII ຂອງພັກ ໄດ້ກໍານົດ ສູ້ຊົນຮອດປີ 2030 ກໍ່ສ້າງກອງທັບປະຊາຊົນ, ຕໍາຫຼວດປະຊາຊົນ ປະຕິວັດ, ເປັນກໍາລັງຫຼວງ, ແຫຼມຄົນ, ທັນສະໄໝ. ເຖິງຢ່າງໃດກໍ່ຕາມ, ເອກະສານກອງປະຊຸມໃຫຍ່ ຄັ້ງທີ  XIV  ຂອງພັກ ໄດ້ລະບຸຢ່າງຈະແຈ້ງວ່າ: “ກໍ່ສ້າງກອງທັບປະຊາຊົນ, ຕໍາຫຼວດປະຊາຊົນ ປະຕິວັດ, ເປັນກໍາລັງຫຼວງ, ແຫຼມຄົນ, ທັນສະໄໝ”. ການກໍ່ສ້າງກອງທັບ ແລະຕຳຫຼວດໃຫ້ທັນສະໄໝ ໄດ້ຮັບການຍູ້ໄວກ່ອນກໍານົດເວລາໜຶ່ງອາຍຸການ, ພັກໄດ້ຄິດໄລ່ຢ່າງລະອຽດ ,  ມີວິທະຍາສາດບົນພື້ນຖານທິດສະດີ, ພຶດຕິກຳຕົວຈິງ, ພາລະກິດທີ່ໃຫຍ່ຫຼວງ, ກໍາລັງແຮງບົ່ມຊ້ອນ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງປະເທດ, ກໍາແໜ້ນແຫຼ່ງຊັບພະຍາກອນທຳມະຊາດ, ສັງຄົມ, ພາຍໃນ ແລະພາຍນອກຂອງປະເທດ ແລະກໍາລັງປະກອບອາວຸດ; ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງ ຄວາມຕັດສິນໃຈດ້ານການເມືອງເປັນຢ່າງສູງຂອງພັກ, ແຕ່ກໍ່ແມ່ນຄວາມຮຽກຮ້ອງຕ້ອງການໃຫ້ມີຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງທົ່ວພັກ, ທ່ົວກອງທັບ, ທ່ົວປວງຊົນໃນການກໍ່ສ້າງກຳລັງປະກອບອາວຸດ ໃຫ້ຕອບສະໜອງຄວາມຮຽກຮ້ອງຕ້ອງການໜ້າທີ່ປົກປັກຮັກສາປະເທດຊາດໃນສັງກາດໃໝ່.

ກໍ່ສ້າງພື້ນຖານປ້ອງກັນຊາດໃຫ້ທັນສະໄໝກໍ່ແມ່ນບາດກ້າວພັດທະນາໃໝ່, ດ້ວຍຄວາມເຂັ້ມແຂງ, ທັນສະໄໝທັງດ້ານກໍາລັງແຮງບົ່ມຊ້ອນ, ກຳລັງ, ທ່າຮົບປ້ອງກັນຊາດ. ຄວາມຮຽກຮ້ອງຕ້ອງການໃໝ່ແມ່ນເລີ່ມມາຈາກການພັດທະນາຂອງວິທະຍາສາດ-ເຕັກໂນໂລຢີ, ເສດຖະກິດພູມປັນຍາ, ເຕັກໂນໂລຢີດີຈີຕອນ... ທັງສ້າງບາດກ້າວບຸກທະລຸ ໃຫ້ແກ່ການພັດທະນາ ທັງສ້າງໄພອັນຕະລາຍ, ສິ່ງທ້າທາຍໃຫ້ທຸກປະເທດ, ໃນນັ້ນມີຫວຽດນາມ. ສະນັ້ນ, ຕອ້ງມີພື້ນຖານປ້ອງກັນຊາດທັນສະໄໝ ຈຶ່ງມີຄວາມສາມາດປົກປັກຮັກສາໃຫ້ແກ່ການພັດທະນາແບບຍືນຍົງ.

ການຄົ້ນຄວ້າ, ກໍາແໜ້ນເນື້ອໃນຫຼັກແຫຼ່ງ, ເປັນຕົ້ນແມ່ນບັນດາຈຸດໃໝ່ ໃນເອກະສານຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ເວົ້າລວມ,  ກ່ຽວກັບຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ປົກປັກຮັກສາປະເທດຊາດເວົ້າສະເພາະແມ່ນມີຄວາມຈຳເປັນທີ່ສຸດ. ບົນພື້ນຖານການຊາບຊຶມຢ່າງເລິກເຊິ່ງ, ທົ່ວພັກ, ທົ່ວປວງຊົນ, ພິເສດ ແມ່ນທົ່ວກອງທັບຕ້ອງຍົກສູງຄວາມຮູ້, ເຫັນໄດ້ຢ່າງຈະແຈ້ງກ່ຽວກັບຄວາມຮັບຜິດຊອບ ແລະຈັດຕັ້ງຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ, ມີປະສິດທິຜົນ, ປະກອບສ່ວນເຂົ້າໃນການປະຕິບັດພາລະກິດສ້າງສາ ແລະ ປົກປັກຮັກສາປະເທດໃນສັງກາດພັດທະນາໃໝ່ຢ່າງມີໄຊ.

ໂດຍ: ທູຈາງ