leftcenterrightdel
ການນໍາທະຫານເຂດ 3 ມອບຂອງຂວັນໃຫ້ກໍາລັງໃຈທີມເຂົ້າຮ່ວມງານແຂ່ງຂັນກິລາຊ່າງແສງ ທົ່ວກອງທັບປີ 2026. ພາບ: qdnd.vn

ເຂົ້າຮ່ວມງານແຂ່ງຂັນກິລາຊ່າງແສງທົ່ວກອງທັບປີ 2026, ທີມຂອງທະຫານເຂດ 3 ມີຄູຝຶກ, ພະນັກງານ, ນັກຮົບຂະແໜງຊ່າງແສງ 161 ສະຫາຍ ທີ່ໄດ້ຄັດເລືອກຈາກກົມກອງຕ່່າງໆ, ຄື: ກອງພົນນ້ອຍຊ່າງແສງ 513, ກອງພົນ 395, ໂຮງ 10 ຊ່າງແສງ (ຫ້ອງເສນາທິການ ທະຫານເຂດ 3). ຫຼັງຈາກການກະກຽມ ແລະຝຶກແອບເປັນເວລາກວ່າ 7 ເດືອນ, ທີມຊ່າງແສງຂອງທະຫານເຂດ 3 ຍາມໃດກໍ່ຍົກສູງຈິດໃຈຄວາມຮັບຜິດຊອບ, ແກ້ໄຂຄວາມຫຍຸ້ງຍາກທຸກຢ່າງ, ຕ້ັງໜ້າຝຶກແອບເນື້ອໃນງານແຂ່ງຂັນກິລາ ໃຫ້ຖືກຕ້ອງຕາມແຜນການທີ່ວາງອອກ; ເອົາໃຈໃສ່ເປັນພິເສດເຖິງການຝຶກແອບດ້ານເຕັກນິກໃຫ້ບຸກຄົນ ແລະໝວດ; ແບບ​ແຜນ​ການ​ການ​ປະ​ຕິ​ບັດ​ງານ ແລະນໍ້າສຽງຂອງຜູ້ບັນຊາການ, ການກະທຳຂອງໝວດລ້ວນແຕ່ບັນລຸໄດ້ຈຸດປະສົງ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກ. ຜ່ານການກວດກາ, 100% ເນື້ອໃນງານແຂ່ງຂັນກິລາລ້ວນແຕ່ຮັບປະກັນດີກວ່າເມື່ອທຽບໃສ່ກັບລະບຽບການ.

ໂດຍ: ໄຊນີດາ