ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ເລຂາຄະນະພັກການທະຫານສູນກາງ, ໄດ້ເນັ້ນໜັກເຖິງການເຕີບໃຫຍ່ຂອງທະຫານເຮືອປະຊາຊົນຫວຽດນາມ; ສ້າງໄດ້ຜົນງານອັນດີເລີດ ແລະພິເສດດີເລີດຫຼາຍຢ່າງໃນການຕໍ່ສູ້, ຝຶກແອບ, ກຽມພ້ອມສູ້ຮົບ, ອອກແຮງງານຜະລິດ, ປະຕິບັດງານ ແລະປະຕິບັດໜ້າທີ່ສາກົນ…

leftcenterrightdel
ທ່ານ ໂຕເລິມ ເລຂາທິການໃຫຍ່ ມອບນາມມະຍົດນັກວິລະຊົນກຳລັງປະກອບອາວຸດປະຊາຊົນໃຫ້ແຫ່ເຫຼົ່າທັບເຮືອ. ພາບ: qdnd.vn

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານເລຂາທິການໃຫຍ່ ສະເໜີໃຫ້ເຫຼົ່າທັບເຮືອສືບຕໍ່ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ກ່ຽວກັບການທະຫານ, ການປ້ອງກັນຊາດ, ໂດຍຈຸດສຸມແມ່ນບັນດາຈິນຕະນາການ, ຄວາມຮັບຮູ້ໃໝ່ກ່ຽວກັບການປ້ອງກັນຊາດ, ປົກປັກຮັກສາປະເທດຊາດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ພ້ອມກັນນັ້ນ, ກໍ່ເປັນເຈົ້າການຄົ້ນຄວ້າ, ກຳແໜ້ນສະພາບການ, ເສນາທິການ, ສະເໜີບັນດາມາດຕະການແກ້ໄຂຕໍ່ພັກ, ລັດ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຢ່າງທັນການທັງປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ເກາະຂອງປະເທດຊາດຢ່າງເຂັ້ມແຂງ, ທັງຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບທາງທະເລເພື່ອສ້າງສາ, ພັດທະນາປະເທດຊາດ.

ໂດຍ: ຈາງຫງວຽນ