ລາຍງານທີ່ກອງປະຊຸມໃຫ້ເຫັນວ່າ ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ໄດ້ຈັດຕັ້ງສໍາເລັດຜ່ານສອງຄັ້ງກ່ອນໃນປີ 2022 ແລະ2024, ດ້ວຍຂອບຂະໜາດນັບມື້ນັບເປີດກວ້າງ, ຄຸນນະພາບທີ່ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງ, ດຶງດູດການເອົາໃຈໃສ່ຂອງຫາງສຽງພາຍໃນປະເທດ ແລະປະຊາຄົມສາກົນ. ງານວາງສະແດງແມ່ນພະຍານຫຼັກຖານຢ່າງຈະແຈ້ງໃຫ້ແກ່ແນວທາງການພົວພັນຕ່າງປະເທດດ້ານປ້ອງກັນຊາດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບຂອງຫວຽດນາມ, ພ້ອມທັງຢືນຢັນການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນຫວຽດນາມ ແລະອິດທິພົນຊື່ສຽງຂອງອຸດສາຫະກໍາປ້ອງກັນຊາດຂອງປະເທດ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັງ ເປັນປະທານກອງປະຊຸມ. ພາບ: ຫງວຽນຮົ່ງຊາງ

ຄາດວ່າ, ງານວາງສະແດງຄັ້ງທີ 3 ຈະມີຂອບຂະໜາດໃຫຍ່ກວ່າ, ຫຼາຍຂົງເຂດກວ່າ, ປະສານສົມທົບຫຼາຍກິດຈະກຳ, ຄື: ວາງສະແດງຜະລິດຕະພັນ, ກອງປະຊຸມສໍາມະນາ, ການເຝິກຊ້ອມ, ສະແດງພູມສາດຕົວຈິງ ແລະເຊື່ອມຕໍ່ວິສາຫະກິດ; ພ້ອມທັງມີຄວາມໝາຍທາງດ້ານການເມືອງ, ການພົວພັນຕ່າງປະເທດທີ່ເລິກເຊິ່ງເມື່ອຈັດຕັ້ງກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 82 ປີ.

leftcenterrightdel
ທ່ານພົນໂທ ຫງວຽນເຈື່ອງຖັງ ສະຫຼຸບກອງປະຊຸມ. ພາບ: ຫງວຽນຮົ່ງຊາງ

ກ່າວຄໍາເຫັນສະຫຼຸບ, ທ່ານພົນໂທ ຫງວຽນເຈື່ອງຖັງ ຮັບຮູ້ຈິດໃຈຮັບຜິດຊອບຂອງບັນດາອົງການ, ກົມກອງໃນວຽກງານກະກຽມ; ຮຽກຮ້ອງໃຫ້ກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງທີ່ກ່ຽວຂ້ອງ, ກວດກາຄືນການປະຕິບັດສໍາເລັດແຜນຮ່າງຮັບປະກັນຢ່່າງແໜ້ນແຟ້ນ, ຕິດແທດກັບຕົວຈິງ, ປະຕິບັດສໍາເລັດໃນເດືອນ ມີນາ 2026 ເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວແຕ່ເດືອນເມສາ 2026. ເນັ້ນໜັກຄວາມໝາຍສໍາຄັນພິເສດຂອງເຫດການ, ທ່ານພົນໂທ ຫງວຽນເຈື່ອງຖັງ ຢືນຢັນວ່າ ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ບໍ່ພຽງແຕ່ແມ່ນການເຄື່ອນໄຫວການພົວພັນຕ່າງປະເທດດ້ານປ້ອງກັນຊາດສໍາຄັນເທົ່ານັ້ນ ຫາກຍັງແມ່ນຂີດໝາຍສະແດງໃຫ້ເຫັນອິດທິພົນຊື່ສຽງ, ຄວາມສາມາດຈັດຕັ້ງ, ຂະໜາດເຊື່ອມໂຍງຂອງປະເທດ. ສະນັ້ນ, ວຽກງານກະກຽມຕ້ອງດໍາເນີນແຕ່ກ່ອນ, ຮອບດ້ານ, ແໜ້ນແຟ້ນ, ລອບຄອບຖ່ີຖ້ວນ, ສົມກຽດໃນທຸກດ້ານ; ພິເສດຕ້ອງຮັບປະກັນຄວາມປອດໄພໃຫ້ຄົນ, ພາຫະນະ, ອຸປະກອບກ່ອນ ແລະໃນການດໍາເນີນງານວາງສະແດງ ຢ່າງເດັດຂາດ.

ໂດຍ: ໄຊນີດາ