ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຫງວຽນຈ້ອງເຫງັຍ ຮັບຮູ້, ຍ້ອງຍໍຊົມເຊີຍນໍ້າໃຈຮັບຜິດຊອບ, ຄວາມມານະພະຍາຍາມ, ເປັນເຈົ້າການຂອງບັນດາອົງການ, ກົມກອງໃນໄລຍະຜ່ານມາ. ທ່ານພົນເອກ ຫງວຽນຈ້ອງເຫງັຍ ເນັ້ນໜັກວ່າ ປີໃໝ່ປີມະເມຍ 2026 ເປັນລະດູບານໃໝ່ທີ່ມີຄວາມໝາຍພິເສດ, ເມື່ອກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ຫາກໍ່ປະສົບຜົນສໍາເລັດຢ່າງຈົບງາມ; ປະເທດ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຮຽກຮ້ອງຕ້ອງການ, ຄວາມຄາດຫວັງ ແລະຄວາມຮັບຜິດຊອບສູງກວ່າ. ໃນສະພາບການນັ້ນ, ການຈັດຕັ້ງການເຄື່ອນໄຫວວຽກງານພັກ, ວຽກງານການເມືອງເປັນຢ່າງດີນັບແຕ່ຊຸມວັນຕົ້ນປີມີຄວາມໝາຍສໍາຄັນ, ປະກອບສ່ວນຮັກສາສະຖຽນລະພາບດ້ານແນວຄິດ, ສ້າງບັນຍາກາດ ແລະຈິດໃຈແຂ່ງຂັນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະຕັດສິນໃຈປະຕິບັດສໍາເລັດໜ້າທີ່ໃນທົ່ວກອງທັບ.

leftcenterrightdel
 
leftcenterrightdel
ທ່ານພົນເອກ ຫງວຽນຈ້ອງເຫງັຍ ເປັນປະທານກອງປະຊຸມ. ພາບ: ຮວ່າງຫວຽດ.

ທ່ານພົນເອກ ຫງວຽນຈ້ອງເຫງັຍ ຕີລາຄາວ່າ ໃນຊ່ວງບຸນປີໃໝ່ປະຈໍາຊາດ ປີມະເມຍ 2026, ການເຄື່ອນໄຫວວຽກງານພັກ, ວຽກງານການເມືອງ ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ຄົບຊຸດ, ໃກ້ຊິດຕິດແທດກັບຕົວຈິງ, ມຸ່ງໄປສູ່ຮາກຖານຢ່າງແຂງແຮງ. ຫຼາຍໜ້າທີ່ກະທັນຫັນ, ເກີດຂຶ້ນໃໝ່ ໄດ້ຮັບການແກ້ໄຂຢ່າງທັນການ, ມີປະສິດທິພາບ, ສະແດງໃຫ້ເຫັນຄຸນທາດ, ຄວາມຮັບຜິດຊອບ ແລະອາລົມຈິດຂອງກອງທັບທີ່ມີຕໍ່ປະຊາຊົນ.

ທ່ານພົນເອກ ຫງວຽນຈ້ອງເຫງັຍ ເນັ້ນໜັກເປັນພິເສດເຖິງໜ້າທີ່ຮັບໃຊ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ສະໄໝທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2026-2031. ນີ້ແມ່ນໜ້າທີ່ການເມືອງອັນສໍາຄັນ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງກອງທັບ ຕໍ່ພັກ, ລັດ ແລະປະ ຊາຊົນ. ບັນດາອົງການ, ກົມກອງ ຕ້ອງເປັນເຈົ້າການໃນການເປັນເສນາທິການ, ແນະນໍາ, ເຮັດດີວຽກງານໂຄສະນາເຜີຍແຜ່, ກໍານົດທິດແນວຄິດ; ຮັບປະກັນການຜັນຂະຫຍາຍປະຕິບັດຖືກຕາມຂໍ້ກໍານົດ, ຖືກກົດໝາຍ, ປະຊາທິປະໄຕ, ມີລະບຽບແບບແຜນ, ປອດໄພ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກສະຖານະການ.

leftcenterrightdel
 
leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມກອງປະຊຸມ. ພາບ: ຮວ່າງຫວຽດ.

ທ່ານ ຫົວໜ້າກົມໃຫຍ່ການເມືອງ ສົ່ງຄໍາອວຍພອນປີໃໝ່, ອວຍພອນສຸຂະພາບ, ມີຄວາມເບີກບານມ່ວນຊື່ນ, ຜາສຸກ ແລະຄວາມຄາດຫວັງອຸທິດສ່ວນໃໝ່ມາຍັງພະນັກງານ, ລັດຖະກອນ, ນັກຮົບຂອງກົມໃຫຍ່ການເມືອງ ແລະຄອບຄົວ ທຸກຖ້ວນໜ້າ.

ທ່ານພົນເອກ ຫງວຽນຈ້ອງເຫງັຍ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍມູນເຊື້ອ ອັນສະຫງ່າລາສີ, ຈິດໃຈສາມັກຄີ, ເປັນເອກະພາບ ແລະຄວາມຮັບຜິດຊອບສູງ, ກົມໃຫຍ່ການເມືອງ ຈະສືບຕໍ່ຮັກສາບົດບາດສໍາຄັນເປັນພິເສດ; ຊາບຊຶມຢ່າງເລິກເຊິ່ງຈິດໃຈ “ຄວາມເປັນກຽດໄປຄຽງຄູ່ກັບຄວາມຮັບຜິດຊອບ”, ຫັນຄວາມຄາດຫວັງພັດທະນາ ກາຍເປັນການກະທໍາທີ່ລະອຽດ, ພ້ອມກັບທົ່ວກອງທັບ ເສີມຂະຫຍາຍຄຸນທາດທະຫານລຸງໂຮ່, ປະຕິບັດສໍາເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ, ປະກອບສ່ວນກໍ່ສ້າງກອງທັບປະຊາຊົນຫວຽດນາມ ປະຕິວັດ, ມີລະບຽບແບບແຜນ, ແຫຼມຄົມ, ທັນສະໄໝ.

ໂດຍ: ໄຊຊະນະ