leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ເປັນປະທານກອງປະຊຸມ. ພາບ: ຢຸຍດົງ.

ຕີລາຄາທີ່ກອງປະຊຸມ ໂດຍເຫັນວ່າ ເດືອນກຸມພາ 2026, ກົມໃຫຍ່ເສນາທິການ ໄດ້ຊີ້ນໍາທົ່ວກອງທັບ ປະຕິບັດສໍາເລັດທຸກໜ້າທີ່; ຮັກສາລະບອບກຽມພ້ອມສູ້ຮົບຢ່າງເຂັ້ມງວດ, ກໍາແໜ້ນສະພາບການ, ເປັນເສນາທິການແກ້ໄຂບັນດາກໍລະນີຢ່າງມີປະສິດທິຜົນ ແລະທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນໄວ້ຢ່າງໝັ້ນຄົງ.

leftcenterrightdel
ບັນຍາກາດກອງປະຊຸມແລກປ່ຽນວຽກງານ. ພາບ: ຢຸຍດົງ.

ສະຫຼຸບກອງປະຊຸມ, ທ່ານພົນເອກ ຫງວຽນເຕິນເກືອງ ຍ້ອງຍໍຊົມເຊີຍບັນດາໝາກຜົນອັນພົ້ນເດັ່ນໃນການປະຕິບັດໜ້າທີ່ຂອງບັນດາອົງການ, ກົມກອງ; ຮຽກຮ້ອງໃຫ້ທົ່ວກອງທັບ ຮັກສາເຂັ້ມງວດລະບອບກຽມພ້ອມສູ້ຮົບ, ຕິດຕາມ, ກໍາແໜ້ນສະພາບການ, ໂດຍສະເພາະແມ່ນໃນບໍລິເວນຈຸດສຸມ, ທະເລ, ໝູ່ເກາະ, ຊາຍແດນ; ເປັນເສນາທິການຢ່າງທັນການ, ແກ້ໄຂບັນດາກໍລະນີຢ່າງມີປະສິດທິຜົນ, ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ; ສົມທົບກັນຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນທົ່ວປະເທດ, ໂດຍສະເພາະແມ່ນໃນໂອກາດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2026-2031.

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ຮອງຫົວໜ້າກົມໃຫຍ່ເສນາທິການ ແລະທ່ານພົນຕີ ເລວັນເຮື໊ອງ ຮອງຫົວໜ້າກົມໃຫຍ່ເສນາທິການ. ພາບ: ຢຸຍດົງ.

ທ່ານພົນເອກ ຫງວຽນເຕິນເກືອງ ໃສ່ໃຈວ່າ ພ້ອມກັບການຈັດຕັ້ງພິທີເປີດການຝຶກອົບຮົມ ປີ 2026, ບັນດາໜ່ວຍປະຕິບັດງານຂອງກົມໃຫຍ່ເສນາທິການ ໄດ້ຕິດຕາມການອົບຮົມຫັດແອບຢ່າງແໜ້ນແຟ້ນ, ຊີ້ນໍາແກ້ໄຂຈຸດອ່ອນຢ່າງທັນການ; ປັບປຸງເນື້ອໃນຝຶກອົບຮົມໃຫ້ພະນັກງານກອງບັນຊາການທະຫານຕາແສງ. ທົ່ວກອງທັບ ເພີ່ມທະວີການເຄື່ອນໄຫວກວດກາການທະຫານ, ຈັດຕັ້ງການລາດຕະເວນ, ເວນຍາມປ້ອງກັນຄວາມປອດໄພອົງການ, ກົມກອງ, ບັນດາເປົ້າໝາຍ; ຮັກສາເຂັ້ມງວດລະບຽບແບບແຜນ, ຄຸ້ມຄອງລະບຽບວິໄນຢ່າງແໜ້ນແຟ້ນ ແລະຮັກສາຄວາມປອດໄພໃນການຈະລາຈອນ...

leftcenterrightdel
ທ່ານພົນເອກ ຫງວຽນເຕິນເກືອງ ມອບນາມມະຍົດນັກຮົບແຂ່ງຂັນຂັ້ນຮາກຖານໃຫ້ແກ່ບັນດາສະຫາຍທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊ ປີ 2025. ພາບ: ຢຸຍດົງ.

ເນື່ອງໃນໂອກາດນີ້, ທ່ານພົນເອກ ຫງວຽນເຕິນເກືອງ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ແກ່ທ່ານພົນໂທ ຮວິ່ງຈ໊ຽນຖັ໊ງ ຮອງຫົວໜ້າກົມໃຫຍ່ເສນາທິການ ແລະທ່ານພົນຕີ ເລວັນເຮື໊ອງ ຮອງຫົວໜ້າກົມໃຫຍ່ເສນາທິການ; ມອບນາມມະຍົດນັກຮົບແຂ່ງຂັນຂັ້ນຮາກຖານໃຫ້ແກ່ບັນດາສະຫາຍທີ່ມີຜົນງານດີເດັ່ນໃນຂະບວນການແຂ່ງຂັນເດັດຂາດມີໄຊ ປີ 2025.

ໂດຍ: ໄຊຊະນະ