ຕາມນັ້ນແລ້ວ, ແຕ່ວັນທີ 24 ກຸມພາ ເປັນຕົ້ນໄປ, ບັນດາກຸ່ມປະຕິບັດງານ ຈະປະຕິບັດການເດີນເຮືອນໍາສົ່ງບັດເລືອກຕ້ັງມາຍັງເກາະ, ຈຸດເກາະ ຂຶ້ນກັບເຂດພິເສດເຈື່ອງຊາ ແນໃສ່ຮັບປະກັນ 100% ຜູ້ມີສິດເລືອກຕັ້ງໄດ້ປະຕິບັດສິດ ແລະພັນທະພົນລະເມືອງຂອງຕົນ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. ພາບ: qdnd.vn

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ໂຮ່ຊວນເຈື່ອງ ເນັ້ນໜັກວ່າ: ພ້ອມກັບທົ່ວປະເທດ, ແຂວງແຄ໊ງຮວ່າ ພວມຕັ້ງໜ້າກະກຽມໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະຜູ້ແທນສະພາປະຊາຊົນທຸກຂັ້ນອາຍຸການ 2026-2031. ນີ້ແມ່ນເຫດການການເມືອງທີ່ສໍາຄັນ ເຊິ່ງໄດ້ຈັດຕ້ັງພາຍຫຼັງຜົນສໍາເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ.

leftcenterrightdel
ທ່ານ ໂຮ່ຊວນເຈື່ອງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: qdnd.vn
leftcenterrightdel
ທ່ານ ຟ້າມແທັງລຽມ ປະທານຄະນະກໍາມະການປະຊາຊົນເຂດພິເສດເຈື່ອງຊາ ລາຍງານວຽກງານກະກຽມການເລືອກຕັ້ງ ຢູ່ເຈື່ອງຊາ ທີ່ກອງປະຊຸມ. ພາບ: qdnd.vn

ລາຍງານກ່ຽວກັບວຽກງານກະກຽມການເລືອກຕັ້ງ, ທ່ານ ຟ້າມແທັງລຽມ ປະທານຄະນະກໍາມະການປະຊາຊົນເຂດພິເສດເຈື່ອງຊາ ໃຫ້ຮູ້ວ່າ, ເຂດພິເສດເຈື່ອງຊາ ມີເຂດເລືອກຕັ້ງ 21 ແຫ່ງງ ດ້ວຍ 21 ກຸ່ມເລືອກຕັ້ງ.

ວຽກງານກະກຽມເລືອກຕ້ັງກ່ອນເວລາ ຢູ່ເຈື່ອງຊາ ໄດ້ຜັນຂະຫຍາຍຢ່າງຄົບຖ້ວນ, ລອບຄອບຖີ່ຖ້ວນ, ຖືກຕາມກໍານົດ, ຮັບປະກັນໃຫ້ມື້ເລືອກຕ້ັງ ໄດ້ດໍາເນີນສໍາເລັດຢ່າງດີງາມ. ເອກະສານ ແລະວັດຖຸທີ່ກ່ຽວຂ້ອງທັງໝົດໄດ້ນໍາສົ່ງໄປຍັງເກາະຕ່າງໆ ເພື່ອເຜີຍແຜ່ເຖິງຜູ້ມີສິດເລືອກຕ້ັງ. ບັນດາກຸ່ມເລືອກຕັ້ງ, ໜ່ວຍເລືອກຕັ້ງຢູ່ເກາະຕ່າງໆ ໄດ້ຝຶກແອບຢ່າງລະອຽດລະອໍກ່ຽວກັບເນື້ອໃນທີ່ກ່ຽວຂ້ອງເຖິງວຽກງານເລືອກຕ້ັງ, ຮັບປະກັນປະຕິບັດສໍາເລັດໜ້າທີ່ເປັນຢ່າງດີ.

leftcenterrightdel
ມອບ-ຮັບຕູ້ໃສ່ບັດເລືອກຕ້ັງ ໃຫ້ແກ່ຜູ້ຕາງໜ້າຄະນະປະຕິບັດງານ. ພາບ: qdnd.vn

ກໍາປັ່ນສອງລໍາທີ່ນໍາສ່ົງຄະນະປະຕິບັດງານ ຂອງຄະນະກໍາມະການເລືອກຕ້ັງເຂດພິເສດເຈື່ອງຊາ ອອກຈາກທ່າກໍາປັ່ນກໍາແຣງ (ແຂວງແຄ໊ງຮວ່າ) ຄັ້ງນີ້ຈະເຮັດໜ້າທີ່ຈັດຕ້ັງບ່ອນບັດເລືອກຕັ້ງກ່ອນເວລາຢູ່ຈຸດເກາະຕ່າງໆ. ນອກຈາກຕູ້ຫຼັກ 22 ໜ່ວຍ, ຍັງມີຕູ້ສໍາຮອງ 16 ໜ່ວຍໄປພ້ອມ.

leftcenterrightdel
ທ່ານພັນໂທ ຈິ້ງຊວນບິ່ງ ກ່າວຄໍາເຫັນກ່ອນເວລາເດີນທາງ. ພາບ: qdnd.vn
leftcenterrightdel
ບັນດາຜູ້ແທນມາຍັງທ່າກໍາປັ່ນ ເພື່ອສົ່ງຄະນະປະຕິບັດງານ. ພາບ: qdnd.vn

ຕາງໜ້າໃຫ້ຄະນະປະຕິບັດງານ, ທ່ານພັນໂທ ຈິ້ງຊວນບິ່ງ ພະນັກການເມືອງ ກອງພັນທີ 3, ກອງພົນນ້ອຍ 146, ທະຫານເຮືອເຂດ 4 ສະແດງຄວາມຕັດສິນໃຈປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ, ກຽມພ້ອມ, ເປັນເຈົ້າການບໍ່ປະໃຫ້ຕົກຢູ່ໃນທ່າຮັບ, ບັງເອີນໃນທຸກກໍລະນີ, ຮັບປະກັນຄວາມປອດໄພ, ຖືກຕາມແຜນການທີ່ໄດ້ວາງອອກຢ່າງມີໄຊ.

ໂດຍ: ໄຊນີດາ