ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳ ຫວຽດນາມ
ກປ.ອອນໄລ - ຕອນເຊົ້າວັນທີ 14 ມີນາ, ທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ hewei, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ເນັ້ນໜັກວ່າ, ພາຍໃຕ້ການຊີ້ນຳຍຸດທະສາດຂອງການນຳຂັ້ນສູງຂອງ 2 ພັກ ແລະ 2 ປະເທດ, ການພົວພັນຮ່ວມມືລະຫວ່າງ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ. ໃນການຢ້ຽມຢາມເຊິ່ງກັນ ແລະກັນໄລຍະຜ່ານມາ, ການນຳຂັ້ນສູງຂອງສອງພັກ ແລະສອງປະເທດຢືນຢັນວ່າຈະສືບຕໍ່ລົງເລິກ ແລະເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຊຸກຍູ້ການກໍ່ສ້າງປະຊາຄົມແບ່ງປັນອະນາຄົດຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດຕາມທິດ “6 ກວ່າ”.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ທີ່ການຕ້ອນຮັບ. ພາບ: qdnd.vn |
    |
 |
ທ່ານ hewei ເອກອັກຄະລັດຖະທູດຈີນ ທີ່ການຕ້ອນຮັບ. ພາບ: qdnd.vn |
ຕາມທ່ານພົນໂທ ຮວ່າງຊວນຈ໊ຽນ ແລ້ວ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໄດ້ຢືນຢັນວ່າແມ່ນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນການພົວພັນຮ່ວມມືລະຫວ່າງສອງປະເທດ, ສະແດງໃຫ້ເຫັນຜ່ານຫຼາຍເນື້ອໃນ, ຂົງເຂດການຮ່ວມມື ແລະບັນລຸໝາກຜົນແທດຈິງ, ມີປະສິດທິຜົນ. ໃນໄລຍະຈະມາເຖິງ, ບົນພື້ນຖານຄວາມຮັບຮູ້ລວມລະຫວ່າງການນຳຂັ້ນສູງສອງປະເທດ, ບັນດາເອກະສານ, ຂໍ້ຕົກລົງທີ່ການນຳກະຊວງປ້ອງກັນປະເທດສອງປະເທດໄດ້ລົງນາມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແໜີສອງຝ່າຍສືບຕໍ່ຊຸກຍູ້ ແລະຜັນຂະຫຍາຍບັນດາເນື້ອໃນ, ຂົງເຂດຮ່ວມມືຢ່າງມີປະສິດທິຜົນ, ຊີ້ນຳບັນດາອົງການກ່ຽວຂ້ອງຂອງ 2 ຝ່າຍເຮັດວຽກງານກະກຽມໃຫ້ລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນຫວຽດນາມ - ຈີນ ຄັ້ງທີ 9 ຄາດວ່າຈະດໍາເນີນໃນເດືອນ ເມສາ 2025 ຈະມາເຖິງເປັນຢ່າງດີ.
    |
 |
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn |
ທີ່ການພົບປະ, ທ່ານເອກອັກຄະລັດຖະທູດຈີນ ສະແດງຄວາມພາກພູມໃຈຕໍ່ບັນດາໝາກຜົນທີ່ພົ້ນເດັ່ນໃນການຮ່ວມມືລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດໃນໄລຍະຜ່ານມາ; ຕີລາຄາສູງການເຮັດວຽກກັບທ່ານພົນໂທ ຮວ່າງຊວນຈ໊ຽນ, ຜ່ານນັ້ນ 2 ຝ່າຍໄດ້ປຶກສາຫາລື ແລະເຫັນດີເປັນເອກະພາບບັນດາເນື້ອໃນການຮ່ວມມືສຳຄັນທີ່ຈະຕ້ອງໄດ້ຮັບການຜັນຂະຫຍາຍ ແລະຊຸກຍູ້ໃນໄລຍະຈະມາເຖິງ, ໃນນັ້ນ ມີການພົບປະແລກປ່ຽນມິດຕະພາບປ້ອງກັນຊາຍແດນຫວຽດນາມ - ຈີນ ຄັ້ງທີ 9, ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດ ແລະການພົວພັນຄູ່ຮ່ວມມື ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ ເລິກເຊິ່ງກວ່າ.
ໂດຍ: ໄຊນີດາ