ທີ່ກອງປະຊຸມ, ກົມອົບຮົມ ໄດ້ປະກາດຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ວ່າດ້ວຍການສ້າງຕັ້ງຄະນະຈັດຕັ້ງ ແລະລາຍງານວຽກງານກະກຽມຈັດຕັ້ງການພົບປະແລກປ່ຽນ. ຕາມນັ້ນແລ້ວ, ກົມອົບຮົມ ໄດ້ເປັນປະທານ, ສົມທົບ ແລະແນະນໍາບັນດາອົງການ, ກົມກອງທີ່ກ່ຽວຂ້ອງ ສ້າງແຜນການ; ລົງສຳຫຼວດບ່ອນກິນຢູ່ພັກເຊົາ, ບ່ອນຝຶກແອບຂອງກອງກຽດຕິຍົດຈາກບັນດາປະເທດ ແລະຄະນະຈັດຕັ້ງ... ກົມອົບຮົມ ກໍ່ໄດ້ສົ່ງຄຳເຊີນໄປຍັງບັນດາປະເທດສະມາຊິກອາຊຽນ ແລະສ້າງທີ່ຢູ່ອີເມວຂອງກະຊວງປ້ອງກັນປະເທດຫວຽດນາມ ເພື່ອໃຫ້ບັນດາປະເທດໄດ້ຕິດຕໍ່ພົວພັນ; ສົມທົບກັບກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ) ແລະບັນດາອົງການທີ່ກ່ຽວຂ້ອງເພື່ອແລກປ່ຽນກັບບັນດາທູດທະຫານຂອງບັນດາປະເທດທີ່ປະຈໍາຢູ່ຫວຽດນາມ ຢ່າງຕັ້ງໜ້າເພື່ອກຳໄດ້ຂໍ້ມູນຂອງບັນດາປະເທດທີ່ລົງທະບຽນເຂົ້າຮ່ວມ.

leftcenterrightdel
ຜູ້ແທນທະຫານເຂດ 7  ປະກອບຄຳເຫັນທີ່ກອງປະຊຸມ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ບັນດາອົງການ, ກົມກອງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຄັດເລືອກນັກເສບ, ຜັນຂະຫຍາຍການຝຶກແອບ, ຝຶກຊ້ອມ; ສ້າງແຜນລະອຽດຢ່າງທັນການ; ເປັນເຈົ້າການຜັນຂະຫຍາຍວຽກງານກະກຽມ; ຈັດຕັ້ງການເຄື່ອນໄຫວກ່ຽວກັບການຖະແຫຼງຂ່າວ,  ໂຄສະນາເປັນຢ່າງດີ; ຮັບປະກັນຄວາມປອດໄພຢ່າງເດັດຂາດໃນວິວັດການຝຶກແອບ ແລະການສະແດງ.

ໂດຍ: ຈາງຫງວຽນ