ໃນໄລຍະ 3 ວັນທີ່ປະຕິບັດວຽກງານດັ່ງກ່າວ, ແພດທະຫານສອງປະເທດໄດ້ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນໄດ້ 2.105 ຄົນ ຢູ່ເຂດຊາຍແດນເມືອງສົບເບົາ (ແຂວງຫົວພັນ, ລາວ) ແລະເມືອງມົກເຈົາ (ແຂວງເຊີນລາ). ຢູ່ຕາມຈຸດກວດຕ່າງໆ, ກໍາລັງເສນາຮັກຫວຽດນາມ ພ້ອມກັບບັນດາພະນັກງານຫຼັກແຫຼ່ງທີ່ມີລະດັບຄວາມຮູ້ດ້ານວິຊາສະເພາະ, ມີປະສົບການທີ່ມາຈາກໂຮງໝໍກອງທັບ 6 (ທະຫານເຂດ 2) ແລະໂຮງໝໍສູນກາງກອງທັບ 108 ຂອງຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານລວມມີ 35 ຄົນ ນັ້ນແມ່ນພະນັກງານ, ພາລະກອນເສນາຮັກຂອງລາວ ເພື່ອຜັນຂະຫຍາຍຫ້ອງກວດຄັດກອງຕາມຮູບແບບປິດລັບຢ່າງຄົບຖ້ວນ. ໃນວິວັດການກວດພະຍາດ, ເສນາຮັກຂອງທັງສອງປະເທດໄດ້ຕັ້ງໜ້າໂຄສະນາເຜີຍແຜ່, ໃຫ້ຄໍາປຶກສາ, ແນະນຳໃຫ້ປະຊາຊົນກ່ຽວກັບວິທີເບິ່ງແຍງດູແລ, ຮັກສາສຸຂະພາບ, ເປັນເຈົ້າການປ້ອງກັນ ແລະຕ້ານພະຍາດທີ່ແຜ່ລະບາດ, ເບິ່ງແຍງດູແລສຸຂະພາບຂອງເດັກນ້ອຍ. ໄປພ້ອມກັບການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ແລ້ວ, ກໍາລັງເສນາຮັກຫວຽດນາມ ຍັງໄດ້ມອບຂອງຂວັນອັນມີຄ່າຫຼາຍຢ່າງໃຫ້ຮາກຖານສາທາລະນະສຸກ, ອຳນາດການປົກຄອງທ້ອງຖິ່ນ ເພື່ອຮັບໃຊ້ເຂົ້າໃນການເບິ່ງແຍງດູແລ, ຮັກສາສຸຂະພາບຂອງປະຊາຊົນ.

leftcenterrightdel
ການນຳຄະນະເສນາຮັກສອງປະເທດ ຢ້ຽມຢາມຖາມຂ່າວສຸຂະພາບ, ມອບຂອງຂວັນໃຫ້ເປົ້າໝາຍນະໂຍບາຍຢູ່ຕາແສງລອງເສິບ, ເມືອງມົກເຈົາ, ແຂວງເຊີນລາ. ພາບ: ວັນຈຽນ.

ການເຄື່ອນໄຫວກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ເຂດຊາຍແດນ ຫວຽດນາມ-ລາວ ຂອງກໍາລັງເສນາຮັກສອງປະເທດແມ່ນໂອກາດ ເພື່ອໃຫ້ພະນັກງານ, ພາລະກອນເສນາຮັກສອງປະເທດໄດ້ພົບປະແລກປ່ຽນ, ແບ່ງປັນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນໃນການປະກອບອາຊີບການແພດ ແລະວຽກງານຈັດຕັ້ງເສນາຮັກໃນເງື່ອນໄຂສະເພາະ, ເພີ່ມທະວີນ້ຳໃຈສາມັກຄີ, ປະກອບສ່ວນປັບປຸງຄວາມສາມັກຄີ, ມິດຕະພາບລະຫວ່າງປະຊາຊົນ, ກອງທັບ ແລະຂະແໜງເສນາຮັກສອງປະເທດ.

ໂດຍ: ຈາງຫງວຽນ