ເຂົ້າຮ່ວມການຝຶກຊ້ອມຮ່ວມ ມີພະນັກງານ, ນັກຮົບ, ລູກເຮືອຂອງສອງກໍາປັ່ນຕໍາຫຼວດທະເລ 8001, ກອງບັນຊາການຕໍາຫຼວດທະເລ ເຂດ 3 ແລະກໍາປັ່ນ KN Pulau Dana 323 ຂອງກໍາລັງຕໍາຫຼວດທະເລ ອິນໂດເນເຊຍ. ທ່ານພັນເອກພິເສດ ຫງວຽນມິງແຄ໋ງ ຮອງຜູ້ບັນຊາການ, ຫົວໜ້າເສນາທິການຕໍາຫຼວດທະເລ ເຂດ 3 ເປັນຜູ້ບັນຊາລວມໃນການຝຶກຊ້ອມ.

leftcenterrightdel
ກໍາປັ່ນຕໍາຫຼວດທະເລ 8001 ແລະກໍາປັ່ນ KN Pulau Dana 323 ຂອງກໍາລັງຕໍາຫຼວດທະເລ ອິນໂດເນເຊຍ ສົມທົບກັນພົ່ນນໍ້າດັບເພີງກູ້ເອົາກໍາປັ່ນ. ພາບ: ດຶກດິ້ງ.

ເນື້ອໃນການຝຶກຊ້ອມ ແມ່ນກູ້ເອົາກໍາປັ່ນຖືກໄຟໄໝ້ ແລະກູ້ເອົາຊີວິດຜູ້ປະສົບເຄາະຮ້າຍຢູ່ທະເລ. ບັນດາກໍາປັ່ນຂອງຕໍາຫຼວດທະເລສອງຝ່າຍ ໄດ້ປະສານສົມທົບກັນພົ່ນນໍ້າດັບໄຟ; ກູ້ຊ່ວຍຜູ້ປະສົບເຄາະຮ້າຍຂຶ້ນກໍາປັ່ນ, ປະຖົມພະຍາບານ. ດ້ວຍການ ປະສານສົມທົບຢ່າງແໜ້ນແຟ້ນພ້ອມກັບຄວາມຕັດສິນໃຈສູງຂອງນາຍທະຫານ ແລະລູກເຮືອສອງກໍາລັງ, ບັນດາໜ້າທີ່ໄດ້ຜັນຂະຫຍາຍສໍາເລັດຜົນ, ປະກອບສ່ວນປະຕິບັດສໍາເລັດການຝຶກຊ້ອມຮ່ວມຢ່າງດີເດັ່ນ. ນີ້ແມ່ນການເຄື່ອນໄຫວທີ່ແທດຈິງ ເພື່ອໃຫ້ກໍາລັງຕໍາຫຼວດທະເລສອງປະເທດ ພົບປະແລກປ່ຽນ, ຖອດຖອນບົດຮຽນເຊິ່ງກັນແລະກັນກ່ຽວກັບຄວາມສາມາດແກ້ໄຂບັນດາກໍລະນີຂອງຖັນແຖວພະນັກງານກໍາປັ່ນ ແລະການກະທໍາຂອງລູກເຮືອ ໃນວຽກງານຊອກຫາ, ກູ້ຊີບ, ກູ້ໄພ, ສະກັດກັ້ນ ແລະຕ້ານອັກຄີໄພຢູ່ທະເລ.

ກ່ອນໜ້ານັ້ນ, ກອງບັນຊາການຕໍາຫຼວດທະເລ ເຂດ 3 ໄດ້ຈັດຕັ້ງພິທີສົ່ງກໍາປັ່ນ KN Pulau Dana 323 ຂອງກໍາປັ່ນຕໍາຫຼວດທະເລ ອິນໂດເນເຊຍ ອອກຈາກທ່າກໍາປັ່ນ PTSC ນະຄອນ ຫວູງເຕົາ, ສິ້ນສຸດການຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ບ່າເຣ້ຍ-ຫວູງເຕົາ.

ໂດຍ: ໄຊຊະນະ