leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບະ, ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນຫວຽດນາມ ມອບຊໍ່ດອກໄມ້ໃຫ້ທ່ານພົນຕີ ເຈືອງທຽນໂຕ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ພາບ: ຫວຽດຈຸງ

ຕາງໜ້າໃຫ້ຄະນະພັກ, ຄະນະບັນນາທິການໜັງສືພິມກອງທັບປະຊາຊົນ, ທ່ານພົນຈັດຕະວາ ດວ່ານຊວນໂບະ, ເລຂາຄະນະພັກ, ຫົວໜ້າບັນນາທິການ ໄດ້ລາຍງານໃຫ້ທ່ານພົນຕີ ເຈືອງທຽນໂຕ ຮັບຊາບກ່ຽວກັບໝາກຜົນວຽກງານຂອງກົມກອງໃນໄລຍະຜ່ານມາ, ພິເສດແມ່ນປີ 2024. ຕາມນັ້ນແລ້ວ, ໜັງສືພິມກອງທັບປະຊາຊົນ ໄດ້ກໍາແໜ້ນບັນດາບັນຫາພາຍໃນ ແລະຕ່າງປະເທດ, ເປັນເຈົ້າການໂຄສະນາເຜີຍແຜ່ກ່ຽວກັບຫຼາຍບັນຫາສຳຄັນບັນລຸໝາກຜົນທີ່ດີຜ່ານຫຼາຍບົດຂ່າວທີ່ມີຄຸນນະພາບ; ປະຕິບັດພາລະບົດບາດການກໍານົດທິດຫາງສຽງສັງຄົມໄດ້ເປັນຢ່າງດີ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ຫວຽດຈຸງ
leftcenterrightdel
ທ່ານພົນຈັດຕະວາ ດວ່ານຊວນໂບະ ລາຍງານສະພາບການເຄື່ອນໄຫວຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ແຕ່ຕົ້ນປີ  2024 ມາຮອດປັດຈຸບັນ. ພາບ: ຫວຽດຈຸງ
leftcenterrightdel
ທ່ານພົນຕີ ເຈືອງທຽນໂຕ ກ່າວຄໍາເຫັນທີ່ການເຮັດວຽກ. ພາບ: ຫວຽດຈຸງ

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານພົນຕີ ເຈືອງທຽນໂຕ ໄດ້ຍ້ອງຍໍຊົມເຊີຍຜົນງານຂອງພະນັກງານ, ນັກຂ່າວ, ບັນນາທິການ, ພາລະກອນ, ນັກຮົບ ແລະຜູ້ອອກແຮງງານຂອງໜັງສືພິມກອງທັບປະຊາຊົນຫວຽດນາມ ໃນການປະຕິບັດໜ້າທີ່ການເມືອງໃນເດືອນຕຸລາ ປີ 2024. ທ່ານຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ເນັ້ນໜັກວ່າ ໜັງສືພິມກອງທັບປະຊາຊົນ ຕ້ອງສືບຕໍ່ຍູ້ແຮງການໂຄສະນາເຜີຍແຜ່, ສ່ອງແສງໜ້າທີ່ຍຸດທະສາດນັ້ນແມ່ນການສ້າງສາ, ປົກປັກຮັກສາປະເທດຊາດ; ຕິດຕາມການເຄື່ອນໄຫວຂອງທົ່ວກອງທັບຢ່າງໃກ້ຊິດ, ເອົາໃຈໃສ່ເຖິງບັນດາອົງການ, ກົມກອງຢູ່ເຂດຫ່າງໄກສອກຫຼີກ. 

ໂດຍ: ຈາງຫງວຽນ