ການຢ້ຽມຢາມເພື່ອແນໃສ່ຫັນຄວາມຮັບຮູ້ລວມຂອງການນໍາຂັ້ນສູງສອງປະເທດ, ສອງກອງທັບ, ປະກອບສ່ວນເພີ່ມທະວີການພົວພັນສາມັກຄີທີ່ເປັນມູນເຊື້ອ, ມິດຕະພາບແບບພິເສດລະຫວ່າງສອງປະເທດ, ສອງກອງທັບ ແລະລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ກັບກົມການເມືອງ/ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ.

ໜັງສືພິມກອງທັບປະຊາຊົນຂໍແນະນໍາບາງຮູບພາບກ່ຽວກັບການເຄື່ອນໄຫວຂອງທ່ານພົນໂທ ຈິ້ງວັນກວຽດ ແລະຄະນະຜູ້ແທນການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ຢູ່ ກູບາ.

leftcenterrightdel
ຄະນະຜູ້ແທນພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ແລະຄະນະຜູ້ແທນກົມການເມືອງ/ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ ຖ່າຍຮູບລວມ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ໃຫ້ສໍາພາດຕໍ່ອົງການສື່ມວນຊົນກູບາ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ມອບຂອງຂວັນໃຫ້ຄອບຄົວນັກຊ່ຽວຊານການແພດກູບາ ທີ່ເຄີຍມາຫວຽດນາມ ໜູນຊ່ວຍປ້ອງກັນ, ຕ້ານພະຍາດໂຄວິດ-19. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ພ້ອມດ້ວຍຄະນະຜູ້ແທນພະນັກງານຂັ້ນສູງກອງທັບປະຊາຊົນຫວຽດນາມ ຢ້ຽມຢາມກອງພົນລົດຕັງ 1011, ກະຊວງບັນດາກໍາລັງປະກອບອາວຸດປະຕິວັດກູບາ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ກ່າວຄໍາເຫັນທີ່ການເຈລະຈາກັບທ່ານພົນໂທ Álvaro Lopez Miera ກໍາມະການກົມການເມືອງພັກກອມມູນິດກູບາ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິບັດກູບາ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ Álvaro Lopez Miera ກໍາມະການກົມການເມືອງພັກກອມມູນິດກູບາ, ລັດຖະມົນຕີກະຊວງບັນດາກໍາລັງປະກອບອາວຸດປະຕິບັດກູບາ ມອບດາບສະບັບຄັດລອກຂອງວິລະຊົນແຫ່ງຊາດກູບາ Antonio Maceo ໃຫ້ທ່ານພົນໂທ ຈິ້ງວັນກວຽດ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ມອບຂອງຂວັນໃຫ້ວິທະຍາຄານການທະຫານຂັ້ນສູງກະຊວງບັນດາກຳລັງປະກອບອາວຸດປະຕິວັດກູບາ. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ມອບຂອບຂວັນໃຫ້ສະມາຄົມມິດຕະພາບກູບາ-ຫວຽດນາມ ແລະຜູ້ຕາງໜ້ານັກຮຽນຕາແສງ Acapulco, ນະຄອນຫຼວງ La Habana. ພາບ: qdnd.vn
leftcenterrightdel
ທ່ານພົນໂທ ຈິ້ງວັນກວຽດ ໂອ້ລົມຢ່າງສະໜິດສະໜົມກັບນັກຮົບເກົ່າກູບາ. ພາບ: qdnd.vn

ໂດຍ: ໄຊນີດາ