ຕາມແຜນການແລ້ວ, ບັນດາອົງການ, ກົມກອງທີ່ກ່ຽວຂ້ອງໄດ້ຕັ້ງໜ້າ, ເປັນເຈົ້າການສ້າງແຜນການ, ສຸມໃສ່ປະຕິບັດບັນດາເນື້ອໃນລາຍການພິທີເປີດຕາມຮູບການເວທີສະແດງ; ກໍ່ສ້າງເນື້ອໃນແນວຄວາມຄິດ, ແອບສະແດງສິລະປະ; ຄັດເລືອກຮູບພາບ, ເອກະສານ, ວັດຖຸພັນ, ຮູບຈຳລອງ, ສຳເລັດໂຄງຮ່າງວາງສະແດງວັດທະນະທຳຫວຽດນາມ ຕາມເວລາທີ່ໄດ້ກໍານົດ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: qdnd.vn

ໃນໄລຍະຈະມາເຖິງ, ບັນດາອົງການ, ກົມກອງຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານທີ່ໄດ້ຮັບມອບໝາຍ, ຮັບປະກັນຄຸນນະພາບ, ປະສິດທິຜົນ ແລະຄວາມປອດໄພໃນທຸກດ້ານ. ບັນດາການເຄື່ອນໄຫວວັດທະນະທຳ, ສິລະປະຢູ່ທີ່ງານວາງສະແດງຕ້ອງເປັນເອກະພາບ, ມີວິທະຍາສາດ, ເຊື່ອມຕໍ່, ປະກອບສ່ວນໂຄສະນາເຜີຍແຜ່, ແນະນຳຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳ, ປະເທດຊາດ ແລະຊາວຫວຽດນາມ ກໍ່ຄືວັດທະນະທຳ, ສິລະປະຂອງກອງທັບປະຊາຊົນຫວຽດນາມ, ສ້າງຄວາມປະທັບໃຈທີ່ດີໃຫ້ປະຊາຊົນທົ່ວປະເທດ ແລະເພື່ອນມິດສາກົນ...

ໂດຍ: ຈາງຫງວຽນ