ໃນຂະບວນການກວດພະຍາດ, ແພດທະຫານສອງປະເທດ ໄດ້ຕັ້ງໜ້າໂຄສະນາເຜີຍແຜ່, ໃຫ້ຄຳປຶກສາ, ແນະນຳປະຊາຊົນກ່ຽວກັບວິທີການສົ່ງເສີມຮັກສາສຸຂະພາບສ່ວນຕົວ, ການດຳເນີນຊີວິດສີວິໄລ, ປອດໃສ, ເປັນເຈົ້າການປ້ອງກັນ, ຕ້ານບັນດາພະຍາດທົ່ວໄປ ເອົາໃຈໃສ່ຮັກສາອະນາໄມ, ເບິ່ງແຍງດູແລສຸຂະພາບໃຫ້ເດັກນ້ອຍ. ເມື່ອກວດພະຍາດກໍ່ພົບເຫັນວ່າບາງຄົນມີພະຍາດອັນຕະລາຍ, ເຂົາເຈົ້າໄດ້ຮັບການແລກປ່ຽນ, ໃຫ້ຄໍາປຶກສາຈາກທ່ານໝໍ, ແລະຖືກສົ່ງໄປຫາຮາກຖານການແພດທີ່ເໝາະສົມເພື່ອສືບຕໍ່ການປິ່ນປົວ. ພ້ອມກັບການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ກໍາລັງເສນາຮັກຫວຽດນາມ ໄດ້ມອບຂອງຂວັນຫຼາຍພູດໃຫ້ຮາກຖານການແພດ, ອຳນາດການປົກຄອງທ້ອງຖິ່ນເພື່ອຮັບໃຊ້ວຽກງານເບິ່ງແຍງດູແລ, ປົກປັກຮັກສາສຸຂະພາບຂອງປະຊາຊົນ.

leftcenterrightdel
ປະຊາຊົນມາຈົດທະບຽນລ້ວນແຕ່ໄດ້ຮັບການກວດພະຍາດ, ໃຫ້ຄໍາປຶກສາ ແລະແຈກຢາຍຢາໂດຍບໍ່ເສຍຄ່າຈາກແພດທະຫານຂອງສອງປະເທດ. ພາບ: ວັນຈຽນ

ຕາມແຜນການແລ້ວ, ວັນທີ 14 ຕຸລາ, ກຳລັງເສນາຮັກຫວຽດນາມ ແລະລາວ ຈະເຄື່ອນໄຫວຢູ່ສຸກສາລາທະຫານ-ປະຊາຊົນມິດຕະພາບຊາຍແດນ ຫວຽດນາມ - ລາວ (ຕາແສງ ລອງເສີບ, ເມືອງມົກເຈົາ, ແຂວງເຊີນລາ) ເພື່ອຜັນຂະຫຍາຍການເຄື່ອນໄຫວກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນໃນເຂດດັ່ງກ່າວ. ນີ້ກໍ່ແມ່ນມື້ຜັນຂະຫຍາຍການເຄື່ອນໄຫວສຸດທ້າຍຂອງກຳລັງແພດທະຫານສອງປະເທດຢູ່ເຂດຊາຍແດນ ຫວຽດນາມ - ລາວ ໃນລາຍການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2.

ໂດຍ: ຈາງຫງວຽນ