ກ່າວຄຳເຫັນທີ່ພິທີ, ທ່ານພົນໂທ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານດີເດັ່ນຂອງກອງບັນຊາການ 86 ໃນການປະຕິບັດໜ້າທີ່ການເມືອງຈຸດສຸມ ແລະວຽກງານກໍ່ສ້າງສໍານັກບັນຊາກອງບັນຊາການຮັບປະກັນຄວາມຄືບໜ້າ, ຄຸນນະພາບ, ຄວາມປອດໄພ.

leftcenterrightdel
ທ່ານພົນໂທ ຫງວຽນເຕິນເກືອງ ກ່າວຄໍາເຫັນທີ່ພິທີ. ພາບ: ຝູເຊີນ

ໃນໄລຍະຈະມາເຖິງ, ເພື່ອປະຕິບັດພາລະບົດບາດ, ໜ້າທີ່ຂອງກົມກອງໃຫ້ເປັນຢ່າງດີ, ສະຫາຍຫົວໜ້າກົມໃຫຍ່ເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ຮຽກຮ້ອງໃຫ້ຄະນະພັກ, ກອງບັນຊາການ 86 ຕ້ອງເອົາໃຈໃສ່ຊາບຊຶມຢ່າງເລິກເຊິ່ງ ແລະຜັນຂະຫຍາຍ, ປະຕິບັດແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ມະຕິຂອງຄະນະພັກການທະຫານສູນກາງ ກະຊວງປ້ອງກັນປະເທດກ່ຽວກັບການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນມະຕິສູນກາງ 8 (ສະໄໝທີ XIII) ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດ ໃນສະພາບການໃໝ່; ນໍາພາຢ່າງຮັດກຸມ, ສ້າງແຜນການຢ່າງມີວິທະຍາສາດ ແລະຜັນຂະຫຍາຍບັນດາມາດຕະການໃນການຝຶກແອບ, ກຽມພ້ອມສູ້ຮົບ ແລະກໍ່ສ້າງກົມກອງຢ່າງຄົບຊຸດ, ສົມເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກສາປະເທດຊາດທາງດ້ານອິນເຕີເນັດ. ຄຽງຂ້າງນັ້ນ, ຄະນະພັກ ແລະກອງບັນຊາການ 86 ເອົາໃຈໃສ່ກໍ່ສ້າງກຳລັງສູ້ຮົບທາງອິນເຕີເນັດໃຫ້ “ຍອດຢ້ຽມ, ກະທັດຫັດ, ເຂັ້ມແຂງ, ລົງເລິກຂະແໜງ, ເກັ່ງວິຊາສະເພາະ”.

leftcenterrightdel
ຜູ້ແທນຕັດແຖບຜ້າເປີດນໍາໃຊ້ຫ້ອງບັນຊາກອງບັນຊາການ 86. ພາບ: ຝູເຊີນ

ພ້ອມກັນນັ້ນ, ຍູ້ແຮງຂອດບຸກທະລຸ, ສຸມໃສ່ກໍ່ສ້າງຄະນະພັກ ແລະອົງການຈັດຕັ້ງພັກໃຫ້ໝັນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ຄຸນສົມບັດ, ການຈັດຕັ້ງ ແລະພະນັກງານຕິດພັນກັບການກໍ່ສ້າງກົມກອງໃຫ້ໝັ້ນຄົງເຂັ້ມແຂງຮອບດ້ານ “ເປັນແບບຢ່າງ, ດີເດັ່ນ” ຮັບ ແລະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບການມອບໝາຍຢ່າງມີໄຊ.

ໂດຍ: ທະນາພອນ