leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ຕ້ອນຮັບທ່ານ Reha Denemec. ພາບ: ຮວ່າງຫວູ.

ທີ່ການຕ້ອນຮັບ, ທ່ານພົນໂທ ຟ້າມຮວ່າຍນາມ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍຖືເປັນສໍາຄັນການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດ. ໃນໄລຍະຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ຕວກກີ ໄດ້ຮັບ ໝາກຜົນຕັ້ງໜ້າຫຼາຍຢ່າງ, ໂດຍສະເພາະແມ່ນການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ກະຊວງປ້ອງກັນປະເທດຫວຽດນາມ ໄດ້ສົ່ງຄະນະ ໄປແລກປ່ຽນມາດຕະການເພີ່ມທະວີການຮ່ວມມື ແລະເຂົ້າຮ່ວມງານວາງສະແດງກ່ຽວກັບອຸດສາຫະກໍາປ້ອງກັນຊາດ ໂດຍ ຕວກກີ ຈັດຕັ້ງ. 

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ ມອບຂອງຂວັນໃຫ້ທ່ານ Reha Denemec. ພາບ: ຮວ່າງຫວູ.

ທ່ານພົນໂທ ຟ້າມຮວ່າຍນາມ ຂອບໃຈທ່ານ Reha Denemec ທີ່ໄດ້ປະກອບສ່ວນຕັ້ງໜ້າເຂົ້າໃນການຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດປ້ອງກັນຊາດ ຕວກກີ ກັບບັນດາອົງການ, ວິສາຫະກິດປ້ອງກັນຊາດຂອງກະຊວງປ້ອງກັນປະເທດຫວຽດນາມ; ສະເໜີ ໃນໄລຍະຈະມາເຖິງ, ສອງຝ່າຍຈະຊຸກຍູ້, ສົມທົບກັນ, ລົງນາມບັນດາເອກະສານຮ່ວມມືໂດຍໄວ, ສ້າງຂອບນິຕິກໍາເພື່ອຜັນຂະຫຍາຍບັນດາຂົງເຂດຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ. ທ່ານພົນໂທ ຟ້າມຮວ່າຍນາມ ຕີລາຄາສູງຄວາມເອົາໃຈໃສ່ຂອງວິສາຫະກິດປ້ອງກັນຊາດ ຕວກກີ ທີ່ມີຕໍ່ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2024; ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍຊົມເຊີຍ ແລະພ້ອມແລ້ວທີ່ຈະສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດປ້ອງກັນຊາດຕວກກີ ວາງສະແດງຜະລິດຕະພັນ ຢູ່ງານວາງສະແດງ.

leftcenterrightdel
ທ່ານພົນໂທ ຟ້າມຮວ່າຍນາມ, ທ່ານ Reha Denemec ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຮວ່າງຫວູ.

ສ່ວນທ່ານ Reha Denemec ເນັ້ນໜັກວ່າ ໃນໄລຍະຜ່ານມາ ການພົວພັນ ຕວກກີ-ຫວຽດນາມ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ; ພ້ອມທັງສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ໃຫ້ສອດຄ່ອງກັບຄວາມຕ້ອງການ, ຄວາມສາມາດຂອງແຕ່ລະຝ່າຍ.

ໂດຍ: ໄຊຊະນະ