leftcenterrightdel
ພົນໂທ ຈິ້ງວັນກວຽດ ໂອ້ລົມກັບການນໍາສູນ Fidel Castro Ruz. ພາບ: ກວາງຖັ໊ງ.

ສູນ Fidel Castro Ruz ເປັນບ່ອນເຕົ້າໂຮມເກັບກໍາ, ອະນຸລັກຮັກສາ ແລະເຊີດຊູບັນດາມໍລະດົກຂອງຜູ້ບັນຊາການສູງສຸດ ກູບາ ເພື່ອຮັບໃຊ້ຈຸດປະສົງຄົ້ນຄວ້າ ແລະເຜີຍແຜ່ບັນດາຄຸນຄ່າດ້ານແນວຄິດຂອງຜູ້ນໍາ Fidel Castro Ruz ໃຫ້ແກ່ຄົນຮຸ່ນຫຼັງ.

leftcenterrightdel
ພົນໂທ ຈິ້ງວັນກວຽດ ຮັບຟັງການແນະນໍາກ່ຽວກັບບັນດາວັດຖຸພັນຂອງຜູ້ນໍາ Fidel Castro Ruz. ພາບ: ກວາງຖັ໊ງ.

ພາຍຫຼັງຜູ້ນໍາ Fidel Castro Ruz ເສຍຊີວິດ, ລັດກູບາ ໄດ້ປະກາດໃຊ້ລັດຖະບັນຍັດພິເສດກ່ຽວກັບການສ້າງຕັ້ງສູນ Fidel Castro Ruz ຍ້ອນວ່າ ແມ່ນຄວາມປາດຖະໜາຂອງຜູ້ນໍາ Fidel Castro Ruz ໃນຄາວຍັງມີຊີວິດນັ້ນແມ່ນບໍ່ມີຖະໜົນສາຍໃດ, ສວນສາທາລະນະ, ໂຮງຮຽນ, ໂຮງໝໍ ຫຼື ສູນໃດໆໃສ່ຊື່ຂອງທ່ານ.

ເນື່ອງໃນໂອກາດນີ້, ທ່ານພົນໂທ ຈິ້ງວັນກວຽດ ໄດ້ມອບສັນຍະລັກຂອງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໃຫ້ສູນ Fidel Castro Ruz, ມອບຂອງຂວັນຂອງຄະນະຜູ້ແທນພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ ແລະສະແດງຄວາມປາດຖະໜາວ່າ ຄະນະນໍາສູນ Fidel Castro Ruz ຈະພະຍາຍາມຮັກສາ ແລະແນະນໍາບັນດາຮູບພາບ, ວັດຖຸພັນລໍ້າຄ່າກ່ຽວກັບຊີວິດ, ພາລະກິດປະຕິວັດຂອງຜູ້ນໍາ Fidel Castro Ruz ໃຫ້ແກ່ປະຊາຊົນ ກູບາ ແລະເພື່ອນມິດສາກົນ.

ໂດຍ: ກວຽດເຕິມ