ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນຫຼວງພຽງຢາງ, ທ່ານພົນໂທ ຮວ່າງຊວນຈຽນ ໄດ້ພົບປະກັບທ່ານພົນຕີ Kim Min Seop, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ສປປ.ເກົາຫຼີ. ທີ່ການພົບປະ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການໂລກ ແລະພາກພື້ນ, ສະພາບການຂອງປະເທດ, ກອງທັບ, ນະໂຍບາຍການພົວພັນຕ່າງປະເທດ ແລະນະໂຍບາຍປ້ອງກັນປະເທດຂອງແຕ່ລະປະເທດ.

leftcenterrightdel
ບັນຍາກາດທີ່ການພົບປະສອງຝ່າຍ. ພາບ: qdnd.vn

ທ່ານພົນໂທ ຮວ່າງຊວນຈຽນ ຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ກອງທັບ ແລະປະຊາຊົນ ສປປ.ເກົາຫຼີ ບັນລຸໄດ້ໃນຊຸມປີຜ່ານມາ ພາຍໃຕ້ການນຳພາຂອງພັກແຮງງານເກົາຫຼີ ໂດຍທ່ານ Kim Jong Un ເລຂາທິການໃຫຍ່ພັກແຮງງານ ເກົາຫຼີ, ປະທານກິດຈະການແຫ່ງລັດ ສປປ ເກົາຫຼີ, ຜູ້ບັນຊາການສູງສຸດກຳລັງປະກອບອາວຸດປະຊາຊົນ ສປປ.ເກົາຫຼີ ເປັນຜູ້ນໍາໜ້າ.

ເນັ້ນໜັກເຖິງມູນເຊື້ອການພົວພັນອັນດີງາມລະຫວ່າງ 2 ປະເທດ, ທ່ານພົນຕີ Kim Min Seop ໄດ້ຢືນຢັນຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ສປປ.ເກົາຫຼີ ໃນການພັດທະນາການພົວພັນຮ່ວມມືລະຫວ່າງກອງທັບສອງປະເທດ.

ໃນໄລຍະຈະມາເຖິງ, ສອງຝ່າຍຈະສຸມໃສ່ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພິເສດແມ່ນຄະນະຜູ້ແທນຂັ້ນສູງ; ການຮ່ວມມືດ້ານການບຳລຸງສ້າງ; ການພົບປະແລກປ່ຽນວັດທະນະທໍາການທະຫານ ແລະກິລາກອງທັບ; ຄົ້ນຄວ້າຜັນຂະຫຍາຍການຮ່ວມມືດ້ານເສນາຮັກ, ໃນນັ້ນມີຕຳລາຢາພື້ນເມືອງ; ການຮ່ວມມືດ້ານທະຫານຊາຍແດນ, ອຸດສາຫະກຳປ້ອງກັນຊາດ, ເຕັກໂນໂລຊີການທະຫານ, ແບ່ງປັນຂໍ້ມູນຂ່າວສານ ແລະບັນດາບັນຫາຄົ້ນຄວ້າຍຸດທະສາດ, ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ... ກ່ຽວກັບການຮ່ວມມືໃນວຽກງານພັກ, ວຽກງານການເມືອງ, ສອງຝ່າຍສືບຕໍ່ຜັນຂະຫຍາຍບັນດາເນື້ອໃນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງກົມໃຫຍ່ການເມືອງຂອງສອງປະເທດ ຢ່າງມີປະສິດທິຜົນ, ຈຸດສຸມແມ່ນການແລກປ່ຽນຄະນະຜູ້ແທນລົງເລິກຂະແໜງການ, ໂຄສະນາເຜີຍແຜ່, ສຶກສາອົບຮົມການເມືອງ, ແລກປ່ຽນປະສົບການໃນວຽກງານພັກ, ວຽກງານການເມືອງ... ປະກອບສ່ວນພັດທະນາການພົວພັນດ້ານປ້ອງກັນຊາດສອງຝ່າຍຢ່າງແທດຈິງ.

ໂດຍ: ຈາງຫງວຽນ