ຊຸດຝຶກອົບຮົມແມ່ນເພື່ອແນໃສ່ແລກປ່ຽນຄວາມຮູ້ດ້ານວິຊາການ, ບົດຮຽນ ແລະເພີ່ມທະວີການພົວພັນປະສານສົມທົບໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢູ່ເຂດຊາຍແດນ, ຮ່ວມກັນກໍ່ສ້າງເສັ້ນຊາຍແດນລວມລະຫວ່າງສອງປະເທດສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະພ້ອມກັນພັດທະນາຍືນຍົງ, ຍາວນານ.

leftcenterrightdel
ບັນຍາກາດທີ່ພິທີເປີດຊຸດຝຶກອົບຮົມ. ພາບ: ເລແທກ

ຜ່ານຊຸດຝຶກອົບຮົມ ໄດ້ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ແລະພິເສດແມ່ນລະຫວ່າງກອງບັນຊາການທະຫານຊາຍແດນແຂວງເງະອານ ກັບກອງບັນຊາການທະຫານແຂວງຊຽງຂວາງ ແລະແຂວງຫົວພັນ.

ໃນເວລາຝຶກອົບຮົມ, ນັກສໍາມະນາກອນລາວ ຈະໄດ້ບຳລຸງຄວາມຮູ້ພື້ນຖານຈໍານວນໜຶ່ງກ່ຽວກັບວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ, ວຽກງານການທະຫານ, ວຽກງານຊາຍແດນ...

ກ່າວຄໍາເຫັນທີ່ພິທີ, ທ່ານພັນເອກພິເສດ ໂຮ່ກວຽດຖັງ ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການທະຫານຊາຍແດນແຂວງເງະອານ ສະເໜີໃຫ້ພະນັກງານ, ນັກສໍາມະນາກອນ ຕ້ອງຕັ້ງໜ້າຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມ, ກໍາແໜ້ນເນື້ອໃນບົດສອນ ເພື່ອກັບຄືນກົມກອງຖ່າຍທອດຄວາມຮູ້ໃຫ້ເພື່ອນສະຫາຍທີ່ຍັງບໍ່ທັນເຂົ້າຮ່ວມການຝຶກອົບຮົມ ແລະໝູນໃຊ້ເຂົ້າໃນພຶດຕິກໍາຕົວຈິງວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນຢ່າງມີໄຫວພິບ ແລະປະດິດສ້າງ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ເລແທກ

ສໍາລັບຄະນະຈັດຕັ້ງຊຸດຝຶກອົບຮົມ ຕ້ອງຮັກສາ, ບໍລິຫານຫ້ອງຮຽນຕາມເນື້ອໃນທີ່ໄດ້ອະນຸມັດຜ່ານ; ຄຸ້ມຄອງນັກສໍາມະນາກອນປະຕິບັດຕາມຂໍ້ກໍານົດ; ກວດກາການສິດສອນ ແລະຮໍ່າຮຽນຂອງຄູອາຈານ ແລະນັກສໍາມະນາກອນ ຢ່າງເປັນປະຈໍາ, ສະເໜີກອງບັນຊາການທະຫານຊາຍແດນແຂວງເງະອານ ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ.

ຈັດຕັ້ງການກວດກາ, ຕີລາຄາໝາກຜົນຊຸດຮຽນຢ່າງເຂັ້ມງວດ, ພາວະວິໄສ, ຖືກຕ້ອງ; ຮັກສາບັນດາການເຄື່ອນໄຫວສິລະປະວັດທະນະທໍາ, ກິລາກາຍະກໍາ; ພິເສດແມ່ນໃນຊົ່ວໂມງພັກ, ວັນພັກ; ພ້ອມກັນນັ້ນ ບົນພື້ນຖານຜົນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມຂອງນັກສໍາມະນາກອນ ສະເໜີໃຫ້ກອງບັນຊາການທະຫານແຂວງເງະອານ ຍ້ອງຍໍຊົມເຊີຍບັນດາສະຫາຍທີ່ມີຜົນງານດີເດັ່ນໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ.

ໂດຍ: ໄຊຊະນະ