ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ສຳພາດພົນຈັດຕະວາ ດ່າວວັນເຍີ້ນ, ຮອງຜູ້ບັນຊາການ, ຫົວໜ້າເສນາທິການກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ກ່ຽວກັບຫົວຂໍ້ນີ້.

ນັກຂ່າວ: ພາຍຸລູກທີ 3 ຜ່ານມາໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງຕໍ່ກັບບັນດາທ້ອງຖິ່ນຂອງຮ່າໂນ້ຍ. ແມ່ນກຳລັງຫຼັກແຫຼ່ງໃນການປ້ອງກັນ, ຕ້ານ ແລະແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ສະນັ້ນກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ເປັນເສນາທິການ, ຊີ້ນຳ ແລະຜັນຂະຫຍາຍກຳລັງເພື່ອປະຕິບັດໜ້າທີ່ນີ້ຄືແນວໃດ, ຂໍຮຽນສະຫາຍ?

leftcenterrightdel
ການນຳນະຄອນຫຼວງຮ່າໂນ້ຍ ແລະກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ກວດກາການຝຶກຊ້ອມ. ພາບ: ຫຶວທູ

ທ່ານພົນຈັດຕະວາ ດ່າວວັນເຍີ້ນ: ດ້ວຍບົດບາດແມ່ນອົງການປະຈຳການໃນການຊອກຫາ, ກູ້ຊີບກູ້ໄພຂອງຄະນະບັນຊາວຽກງານປ້ອງກັນ, ຕ້ານໄພທຳມະຊາດ ແລະຊອກຫາກູ້ຊີບກູ້ໄພນະຄອນຫຼວງຮ່າໂນ້ຍ, ພ້ອມທັງແມ່ນອົງການປະຈຳການຄະນະບັນຊາປ້ອງກັນພົນລະເຮືອນນະຄອນຫຼວງຮ່າໂນ້ຍ,ນັບແຕ່ເມື່ອຮັບຂ່າວພະຍາກອນອາກາດພາຍຸລູກທີ 3 ຈະພັດເຂົ້ານະຄອນຫຼວງຮ່າໂນ້ຍ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງປະຕິບັດການເວນຍາມ 100% ພົນທະຫານ ແລະປະກາດໃຊ້ໂທລະເລກຈຳນວນ 12 ສະບັບເພື່ອຊີ້ນຳບັນດາອົງການ, ກົມກອງດຳເນີນການກວດກາຄືນ, ກວດກາແຜນການ, ວິທີການຮັບມື; ກວດກາ, ກວດກາຄືນບັນດາບ່ອນສຳຄັນ; ສົມທົບກັບອຳນາດການປົກຄອງທ້ອງຖິ່ນດຳເນີນການຍົກຍ້າຍ 80 ຄອບຄົວຢູ່ບັນດາບໍລິເວນທີ່ມີຄວາມສ່ຽງດິນເຊາະເຈື່ອນ, ປະສານສົມທົບກັບພະນັກງານ, ພາລະກອນ, ນັກຮົບ ຈຳນວນ 10.000 ຄົນທີ່ສັງກັດກຳລັງປະກອບອາວຸດນະຄອນຫຼວງຮ່າໂນ້ຍ ແລະບັນດາກົມກອງຕັ້ງທັບຢູ່ບໍລິເວນ, ລະດົມພາຫະນະທຸກປະເພດດ້ວຍຈຳນວນກວ່າ 300 ຄັນ... ກຽມພ້ອມຮັບມືກັບພາຍຸ.

ປະຈຸບັນ, ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ຊີ້ນຳບັນດາອົງການ, ກົມກອງສືບຕໍ່ກຳແໜ້ນສະພາບການຂອງບໍລິເວນ, ເປັນເສນາທິການ, ພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມ; ສືບຕໍ່ສົມທົບກັບບັນດາອົງການຂອງກອງທັບທີ່ຕັ້ງທັບຢູ່ໃນບໍລິເວນ ເພື່ອກຽມພ້ອມກັບກຳລັງ, ພາຫະນະ, ເຂົ້າຮ່ວມປ້ອງກັນ, ຕ້ານ ແລະແກ້ໄຂບັນຫານ້ຳໄຫຼຜ່ານຄັນຄູກັນນ້ຳແມ່ນ້ຳຕິກ, ແມ່ນ້ຳບຸ່ຍ ແລະແກ້ໄຂກໍລະນີອື່ນໆ ທີ່ຈະເກີດຂຶ້ນຢູ່ໃນບໍລິເວນ. ພ້ອມທັງແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ບັນດາອົງການ, ກົມກອງກໍ່ຈັດຕັ້ງປະຕິບັດວຽກງານກະກຽມເພື່ອກຽມພ້ອມຈັດຕັ້ງການຝຶກຊ້ອມການປ້ອງກັນບໍລິຕົວນະຄອນຫຼວງຮ່າໂນ້ຍ ປີ 2024.

ນັກຂ່າວການຝຶກຊ້ອມປ້ອງກັນບໍລິຕົວ ໄດ້ກຳນົດວ່າໜ້າທີ່ສຳຄັນໃນວຽກງານການທະຫານ, ການປ້ອງກັນຊາດທ້ອງຖິ່ນ. ສະຫາຍສະມາດແບ່ງປັນກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງໜ້າທີ່ນີ້ຕໍ່ກັບບໍລິເວນນະຄອນຫຼວງຮ່າໂນ້ຍ?

ທ່ານພົນຈັດຕະວາ ດ່າວວັນເຍີ້ນ: ນະຄອນຫຼວງຮ່າໂນ້ຍ ມີທີ່ຕັ້ງສຳຄັນດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ແມ່ນບ່ອນທີ່ຕັ້ງສຳນັກງານຕ່າງໆຂອງອົງການສູນກາງພັກ, ລັດ ແລະບັນດາອົງການຈັດຕັ້ງການເມືອງ-ສັງຄົມ, ອົງການການທູດ, ອົງການຈັດຕັ້ງສາກົນ; ແມ່ນໃຈກາງທີ່ມີຂະໜາດໃຫຍ່ດ້ານວັດທະນະທຳ, ການສຶກສາ, ວິທະຍາສາດ- ເຕັກໂນໂລຢີ, ເສດຖະກິດ ແລະການພົວພັນແລກປ່ຽນກັບສາກົນຂອງທົ່ວປະເທດ. ເພາະສະນັ້ນ, ນະຄອນຫຼວງ ຍາມໃດກໍ່ແມ່ນບ່ອນທີ່ອິດທິກຳລັງປໍລະປັກ, ພວກປະຕິການດຳເນີນການມ້າງເພທຳລາຍ. ເພື່ອສ້າງພື້ນຖານເຂັ້ມແຂງ ແລະໜັກແໜ້ນໃນການປົກປັກຮັກສານະຄອນຫຼວງຮ່າໂນ້ຍ ໃນທຸກກໍລະນີ, ປະກອບສ່ວນປົກປັກຮັກສາປະເທດຊາດ "ແຕ່ຫົວທີ່, ແຕ່ໄກ" ຮຽກຮ້ອງອົງຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ຕ້ອງສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າສະໜາມຮົບທົ່ວປວງຊົນປ້ອງກັນຊາດ ຕິດພັນກັບທ່າສະໜາມທົ່ວປວງຊົນປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນ; ສ້າງເຂດປ້ອງກັນຕົວນະຄອນຫຼວງທີ່ມີຄວາມເຂັ້ມແຂງ ແລະໜັກແໜ້ນຢ່າງແທ້ຈິງ; ໄປເຂົ້າສູ່ລວງເລິກ, ມີຄວາມສາມາດບົ່ມຊ້ອນ ແລະກຳລັງແຮງສັງລວມນັບມື້ນັບສູງ, ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຂອງໜ້າທີ່ໃນສະພາບການໃໝ່. ໃນນັ້ນ, ຈັດຕັ້ງການກໍ່ສ້າງ, ເຄື່ອນໄຫວໃນເຂດປ້ອງກັນຕົວເວົ້າລວມ, ຈັດຕັ້ງການຝຶກຊ້ອມເຂດປ້ອງກັນຕົວນະຄອນຫຼວງເວົ້າສະເພາະ ໄດ້ກຳນົດແມ່ນໜ້າທີ່ຈຸດສຸມ.

ການຝຶກຊ້ອມໃນປີນີ້ເພື່ອແນໃສ່ສືບຕໍ່ຊາບຊຶມ ແລະປະຕິບັດຕາມຂໍ້ສະຫຼຸບສະບັບເລກທີ 64-KL/TW ລົງວັນທີ 30 ຕຸລາ 2019 ຂອງກົມການເມືອງ (ຊຸດທີ XII) ກ່ຽວກັບການເລັ່ງລັດປະຕິບັດມະຕິສະບັບເລກທີ 28-NQ/TW ລົງວັນທີ 22 ກັນຍາ 2008 ວ່າດ້ວຍການສືບຕໍ່ກໍ່ສ້າງບັນດາແຂວງ, ນະຄອນຂຶ້ນກັບສູນກາງ ກາຍເປັນເຂດປ້ອງກັນຕົວຢ່າງເຂັ້ມແຂງ ແລະໜັກແໜ້ນໃນສະພາບການໃໝ່; ມະຕິສະບັບເລກທີ 44-NQ/TW ລົງວັນທີ 24 ພະຈິກ 2023 ຂອງຄະນະບໍລິຫານງານສູນການພັກ (ຊຸດທີ XIII) ກ່ຽວກັບຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່. ການຝຶກຊ້ອມກໍ່ແມ່ນພື້ນຖານເພື່ອສືບຕໍ່ປັບປຸງ, ເພີ່ມທະວີຄວາມສາມາດບົ່ມຊ້ອນ, ກໍ່ສ້າງເຂດປ້ອງກັນຕົວ, ທ່າສະໜາມຮົບປ້ອງກັນຕົວພົນລະເຮືອນໃຫ້ມີຄວາມເຂັ້ມແຂງ ແລະໜັກແໜ້ນ.

ນີ້ກໍ່ແມ່ນກາລະໂອກາດເພື່ອຍົກສູງກຳລັງຄວາມສາມາດນຳພາຂອງຄະນະພັກທຸກຂັ້ນ, ການບໍລິຫານຂອງອຳນາດການປົກຄອງ, ບົດບາດເປັນເສນາທິການຂອງອົງການການທະຫານ, ຕຳຫຼວດ ແລະບັນດາພະແນກ, ຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນໃນການກໍ່ສ້າງ, ເຄື່ອນໄຫວປ້ອງກັນຕົວ. ແມ່ນພື້ນຖານເພື່ອບັນດາພະແນກ, ຄະນະ, ຂະແໜງການປັບປຸງ, ສຳເລັດລະບົບເອກະສານກ່ຽວຂ້ອງການສູ້ຮົບ, ປ້ອງກັນຕົວ. ພ້ອມທັງເພື່ອພະນັກງານ, ສະມາຊິກພັກ, ພາລະກອນ, ລັດຖະກອນ, ກຳລັງເຂົ້າຮ່ວມການຝຶກຊ້ອມເຊື່ອມຊຶມຄວາມຮູ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ສ້າງພື້ນຖານ, ກຳລັງໜູນເພື່ອອົງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນນະຄອນຫຼວງຮ່າໂນ້ຍ ສູ້ຊົນສຳເລັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ເພີ່ມທະວີການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສ້າງເຂດປ້ອງກັນຕົວນະຄອນຫຼວງຮ່າໂນ້ຍ ນັບມື້ນັບມີຄວາມເຂັ້ມແຂງ ແລະໜັກແໜ້ນ.

ນັກຂ່າວ: ແມ່ນບໍລິເວນຍຸດທະສາດທີ່ມີຄວາມສຳຄັນ, ສະນັ້ນເນື້ອໃນການຝຶກຊ້ອມຂອງນະຄອນຫຼວງຮ່າໂນ້ຍ ມີອັນໃດໃໝ່ ແລະແຕກຕ່າງກັບບັນດາແຂວງ, ນະຄອນອື່ນ, ຂໍຮຽນສະຫາຍ?

ທ່ານພົນຈັດຕະວາ ດ່າວວັນເຍີ້ນ: ປີນີ້, ບັນດາເນື້ອໃນການຝຶກຊ້ອມການປ້ອງກັນຕົວຂອງນະຄອນຫຼວງຮ່າໂນ້ຍ ໄດ້ປະຕິບັດຕາມແຜນນະໂຍບາຍປ່ຽນແປງໃໝ່ກ່ຽວກັບເນື້ອໃນ, ວິທີການ.

ທີໜຶ່ງ: ນີ້ແມ່ນການຝຶກຊ້ອມທີ່ມີຂະໜາດໃຫຍ່, ກຳລັງ, ອາວຸດຍຸດທະພັນ, ພາຫະນະ ແລະການປະສານສົມທົບລະຫວ່າງເຫຼົ່າທັບ, ເຫຼົ່າຮົບໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ໃນນັ້ນມີການເຂົ້າຮ່ວມຂອງ 17 ກົມກອງຂຶ້ນກັບກະຊວງປ້ອງກັນປະເທດ ທີ່ຕັ້ງທັບໃນບໍລິເວນ. ພິເສດການຝຶກຊ້ອມຄັ້ງນີ້ມີການປ່ຽນແປງໃໝ່ກ່ຽວກັບວິທີການຈັດຕັ້ງ. ເປັນຄັ້ງທຳອິດມີການເຂົ້າຮ່ວມຂອງ 28 ອົງການທີ່ມີຈາກຄະນະ, ກະຊວງ, ຂະແໜງການພ້ອມກັນເຂົ້າຮ່ວມໃນຄະນະຊີ້ນຳການຝຶກຊ້ອມ, ຊີ້ນຳນະຄອນຫຼວງດຳເນີນການຝຶກຊ້ອມ.

ທີສອງ, ເມື່ອທຽບໃສ່ກັບການຝຶກຊ້ອມກ່ອນໜ້ານີ້, ການຝຶກຊ້ອມໃນປີນີ້ໄດ້ດຳເນີນຢູ່ໃນບໍລິເວນກວ້າງ. ບັນດາເຂດປ້ອງກັນຕົວໄດ້ຈັດຢູ່ບັນດາແຂວງ, ນະຄອນແຕ່ຮ່າໂນ້ຍ ຈົນຮອດ ຮ່ວາບິ່ງ, ບັກຢາງ.

ທີສາມ, ການຝຶກຊ້ອມຄັ້ງນີ້ໄດ້ນຳໃຊ້ລະບົບກິດຈະການໃຕ້ດິນ, ນຳໃຊ້ວັດຖຸອຸປະກອນອຸດສາຫະກຳປ້ອງກັນຊາດຫຼາຍຢ່າງ.

ທີສີ່, ນີ້ແມ່ນເງື່ອນໄຂເພື່ອລະບົບການເມືອງ, ບັນດາກຳລັງເຂົ້າຮ່ວມການຝຶກຊ້ອມຍົກສູງຄວາມສາມາດ, ຄວາມຮູ້ຮັບມືກັບທຸກກໍລະນີ.  ເພື່ອແກ້ໄຂໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງສະພາບຕົວຈິງ, ເປັນເຈົ້າການກຳແໜ້ນແຜນນະໂຍບາຍ, ແນວທາງຂອງພັກ ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ກຳແໜ້ນກົນອຸບາຍ, ເລລ່ຽມ, ວິທີການມ້າງເພທຳລາຍ, ການສູ້ຮົບຂອງອິດທິກຳລັງປໍລະປັກ, ເພື່ອຈາກນັ້ນຈຶ່ງສຳເລັດເນື້ອໃນການຝຶກຊ້ອມຕາມຄວາມຮຽກຮ້ອງຕ້ອງການ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ