leftcenterrightdel
ກໍາປັ່ນ 18 ໃນຮູບແຖວຝຶກຊ້ອມ Kakadu 2024, ຢູ່ນອກຝັ່ງນະຄອນ Darwin, ອົດສະຕາລີ. ພາບ: qdnd.vn

ທ່ານພົນຈັດຕະວາ Paul O’Grady, ຫົວໜ້າກອງກໍາປັ່ນເທິງໜ້ານໍ້າ, ທະຫານເຮືອ ອົດສະຕາລີ ໃຫ້ຮູ້ວ່າ, ການຝຶກຊ້ອມຢູ່ທະເລ ລວມມີການເຄື່ອນໄຫວ ຄື: ເຄື່ອນທີ່ຮູບແຖວ, ຊອກຫາກູ້ໄພ, ໜູນຊ່ວຍມະນຸດສະທໍາ ແລະກູ້ຊ່ວຍໄພພິບັດ, ສະນັ້ນ ຄວາມສາມາດ ທີ່ ກໍາປັ່ນ 18 ນໍາມາຈະໄດ້ຮັບ ແລະປະສົມປະສານ ເຂົ້າໃນການຝຶກຊ້ອມ.

ບັນດາຫົວຂໍ້ຝຶກຊ້ອມ ທີ່ ທະຫານເຮືອຫວຽດນາມ ເຂົ້າຮ່ວມທີ່ການຝຶກຊ້ອມຄັ້ງນີ້ແມ່ນການເຄື່ອນໄຫວທີ່ບໍ່ແມ່ນການສູ້ຮົບ. ຕໍ່ໜ້າແຕ່ລະຫົວຂໍ້, ນາຍທະຫານເຮືອອົດສະຕາລີ ແລະບາງປະເທດ ເຂົ້າຮ່ວມລ້ວນແຕ່ພ້ອມກັບສະມາຊິກໜ່ວຍກໍາປັ່ນ 18 ແລະຄະນະປະຕິບັດງານໄດ້ແລກປ່ຽນ, ແບ່ງປັນບົດຮຽນ ເພື່ອເປັນເອກະພາບຕໍ່ໜ້າທີ່ ແລະເຂົ້າໃຈວິທີປະຕິບັດໜ້າທີ່ຂອງກັນ. ກໍາປັ່ນ 18 ໄດ້ປະຕິບັດການຍົກເຮືອອີໂມຂຶ້ນ, ຍົກເຮືອອີໂມລົງ; ລໍາລຽງຂົນສົ່ງທາງອາກາດດ້ວຍເຮລີກອບເຕີຂອງທະຫານເຮືອອົດສະຕາລີ; ລໍາລຽງຂົນສົ່ງ ແລະລາກແກ່ຢູ່ທະເລ ດ້ວຍກໍາປັ່ນຂອງທະຫານເຮືອຝຣັ່ງ; ເຄື່ອນທີ່ໃນຮູບແຖວຝຶກຊ້ອມ ເພື່ອຖ່າຍຮູບເທິງອາກາດ; ດໍາເນີນການປຶກສາຫາລື ແລະຢ້ຽມຢາມກໍາປັ່ນຂອງບັນດາປະເທດ. ກໍາປັ່ນ 18 ໄດ້ປະຕິບັດສໍາເລັດທຸກການ ເຄື່ອນໄຫວໃນການຝຶກຊ້ອມຢູ່ທະເລເປັນຢ່າງດີ ແລະໄດ້ຮັບການຕີລາຄາສູງຈາກທະຫານເຮືອປະເທດເຈົ້າພາບ ແລະບັນດາປະເທດເຂົ້າຮ່ວມ.

ໂດຍ: ໄຊຊະນະ