ບໍ່ຍອມທໍ້ຖອຍຕໍ່ຄວາມຫຍຸ້ງຍາກລຳບາກ, ອັນຕະລາຍ, ພະນັກງານ, ນັກຮົບກອງພົນ 316 (ທະຫານເຂດ 2) ຍາມໃດກໍ່ສາມັກຄີ, ຮ່ວມແຮງຮ່ວມໃຈດ້ວຍຄວາມຕັດສິນໃຈຊ່ວຍເຫຼືອປະຊາຊົນ.

ພາຍຫຼັງຫຼາຍມື້ທີ່ຕັ້ງໜ້າຊອກຫາຜູ້ປະສົບເຄາະຮ້າຍທີ່ຫາຍສາບສູນນັ້ນ, ຜິວໜັງຂອງພົນທະຫານຊັ້ນ 1 ເຈົາອາແທ່ງ, ນັກຮົບກອງຮ້ອຍ 7 (ກອງພັນ 8, ກອງພັນໃຫຍ່ 98, ກອງພົນ 316) ຄືວ່າດຳແຫຼ້ກວ່າ, ຄູ່ຕາຄືວ່າໂກນກວ່າ. ແຕ່ເມື່ອຖືກຖາມກ່ຽວກັບໜ້າທີ່, ເຈົາອາແທ່ງ ຢືນຢັນວ່າ: “ເຖິງວ່າຍັງມີຄວາມຫວັງເລກນ້ອຍກໍ່ຕາມ, ຂ້າພະເຈົ້າ ແລະເພື່ອນຮ່ວມກົມກອງກໍ່ຈະກຽມພ້ອມ. ພວກຂ້າພະເຈົ້າ ບໍ່ຍອມຈຳນົນຕໍ່ຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງເດັດຂາດ”. ເພື່ອພິສູດໃຫ້ຄຳຢືນຢັນຂອງຕົນ, ພົນທະຫານຊັ້ນ 1 ເຈົາອາແທ່ງ ໄດ້ຍື່ນຄ້ອນໄມ້ໄຜ່ - ເຄື່ອງມືເພື່ອຊອກຫາຜູ້ປະສົບເຄາະຮ້າຍ - ດ້ວຍແຖວໜັງສືສີຂາວວ່າ "ບໍ່ທໍ້ຖອຍຕໍ່ຄວາມລໍາບາກ" ແລ້ວເວົ້າວ່າ: "ເຂົ້າໃຈແຈ້ງໜ້າທີ່" ຕໍ່ສູ້ໃນໄລຍະສັນຕິພາບ", ຂ້າພະເຈົ້າ ແລະເພື່ອນຮ່ວມກົມກອງຍາມໃດກໍ່ມີແນວຄິດຢ່າງໝັ້ນຄົງ ແລະແນ່ວແນ່. ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນປະຕິບັດສຳເລັດໜ້າທີ່ໄດ້ຮັບມອບໝາຍ. ທຸກສິ່ງສຸກຢ່າງເພື່ອປະຊາຊົນບ້ານໜູ.”

leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 98 (ກອງພົນ 316) ຮ່ວມແຮງຮ່ວມໃຈຊອກຫາຜູ້ປະສົບເຄາະຮ້າຍຢູ່ບ້ານໜູ, ຕາແສງຟຸກແຄ໋ງ (ເມືອງບ໋າວອຽນ, ແຂວງລາວກາຍ). ພາບ: qdnd.vn

ບ້ານເກີດຂອງ ເຈົາອາແທ່ງ ຢູ່ຕາແສງຈູງຈາຍ (ເທດສະບານຊາປາ, ແຂວງລາວກາຍ). ນັບແຕ່ຄາວຍັງເປັນເດັກນ້ອຍ, ເຈົາອາແທ່ງ ເຄີຍປີນພູ, ຂ້າມປ່າ. ເຖິງຢ່າງໃດກໍ່ຕາມ, ອ້າຍບໍ່ເຄີຍເຫັນພາຍຸນ້ຳຖ້ວມທີ່ຮ້າຍແຮງ ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຄືພາຍຸຢາກີຈັກເທື່ອ. ໃນຊຸມມື້ຜ່ານມາ, ເຈົາອາແທ່ງ ແລະກົມກອງໄດ້ເຂົ້າຮ່ວມການປ້ອງກັນ, ຕ້ານໄພນໍ້າຖ້ວມຢູ່ເມືອງຮ້າຮວ່າ (ຝູເທາະ). ເມື່ອເກີດນ້ຳແກ່ງ, ດິນເຊາະເຈື່ອນຢູ່ບ້ານໜູ, ອ້າຍ ແລະເພື່ອນຮ່ວມກົມກອງໄດ້ຮັບຄຳສັ່ງເດີນທາງມາແຫ່ງນີ້ຢ່າງຮີບດ່າວ ເພື່ອປະຕິບັດໜ້າທີ່ກູ້ໄພ. ຕໍ່ໜ້າຄວາມເສຍຫາຍຢ່າງໜັກໜ່ວງຂອງປະຊາຊົນ, ແທ່ງ ແລະເພື່ອນຮ່ວມກົມກອງໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນບັນເທົາຄວາມເຈັບປວດຂອງປະຊາຊົນຢູ່ທີ່ນີ້. ກ່ອນທີ່ເຂົ້າເປັນທະຫານ, ແທ່ງໄດ້ມີເມຍ ແລະລູກສາວ. ເຊັດເຫື່ອໄຫຼເປັນຢາດເທິງໃບໜ້າມອມແມມດ້ວຍຂີ້ຕົມ, ອ້າຍແບ່ງປັນວ່າ: “ບຸນໄຫວ້ພະຈັນປີນີ້, ຂ້າພະເຈົ້າບໍ່ທັນສົ່ງຂອງຂວັນໃຫ້ລູກສາວ. ຂ້າພະເຈົ້າຈະສູ້ຊົນປະຕິບັດສຳເລັດໜ້າທີ່ເພື່ອເປັນຂອງຂວັນມອບໃຫ້ລູກ.”

ເມື່ອເວົ້າເຖິງຄອບຄົວ, ພົນທະຫານຊັ້ນ 1 ຈາວລາວສື, ນົກຮົບກອງຮ້ອຍ 6, ກອງພັນ 8, ກອງພັນໃຫຍ່ 98 ໄດ້ແບ່ງປັນຄວາມຫຍຸ້ງຍາກຢູ່ແນວຫຼັງຂອງຕົນ. ໃນຊຸມມື້ຜ່ານມາ, ພາຍຸ ແລະຝົນຕົກຍັງເຮັດໃຫ້ເຮືອນຫຼັງນ້ອຍຂອງຄອບຄົວ ສື້ຖືກເປ່ເພ. ແຕ່ໂຊກດີ, ເຖິງວ່າຈະຖືກເສຍຫາຍກ່ຽວກັບຊັບສິນກໍ່ຕາມ, ແຕ່ຄອບຄົວຍັງປອດໄພຢູ່. ຜ່ານໂທລະສັບຂອງຜູ້ບັນຊາການ, ອ້າຍໄດ້ສົ່ງຂໍ້ຄວາມຫາພໍ່ຂອງຕົນແມ່ນທ່ານ ຈາວຢ່ວນລົ້ວ ວ່າ: "ລູກກຳລັງຊອກຫາກູ້ຊີບກູ້ໄພຢູ່ບ້ານໜູ, ພໍ່ແມ່ຢູ່ບ້ານພະຍາຍາມແກ້ໄຂຜົນຮ້າຍຢ້ອນຫຼັງແດ່ເດີ. ຍ້ອນໜ້າທີ່ຊ່ວຍເຫຼືອປະຊາຊົນ, ລູກບໍ່ສາມາດກັບມາຊ່ວຍເຫຼືອຄອບຄົວໃນເວລານີ້ໄດ້". ໂດຍຮູ້ວ່າ ລູກຊາຍປະຕິບັດງານຢູ່ບ່ອນປະສົບກັບຄວາມຫຍຸ້ງຍາກ, ລຳບາກ, ທ່ານລົ້ວ ໄດ້ລະດົມກໍາລັງໃຈໃຫ້ສື້ຮັກສາສຸຂະພາບ, ຮັບປະກັນຄວາມປອດໄພ ແລະສູ້ຊົນປະຕິບັດໜ້າທີ່ໃຫ້ປະສົບຜົນສຳເລັດ. ຂໍ້ຄວາມລະດົມກຳລັງໃຈຂອງພໍ່ໄດ້ກາຍເປັນກໍາລັງໜູນຊ່ວຍໃຫ້ສື້ ແລະເພື່ອນຮ່ວມກົມກອງຜ່ານຜ່າທຸກຄວາມຫຍຸ້ງຍາກລຳບາກເພື່ອຊອກຫາຜູ້ປະສົບເຄາະຮ້າຍ.

ຍາກທີ່ຈະພັນລະນາໄດ້ໝົດກ່ຽວກັບຄວາມທຸກຍາກໃນຊຸມມື້ທີ່ພະນັກງານ, ນັກຮົບປະຕິບັດໜ້າທີ່ຊອກຫາ ແລະກູ້ຊີບກູ້ໄພຢູ່ບ້ານໜູ. ແຕ່ພະນັກງານ, ນັກຮົບກອງພົນ 316 ທຸກຄົນບໍ່ຍອມທໍ້ຖອຍ. ບາງສະຫາຍຕ້ອງຈົມໃຕ້ຂີ້ຕົມເປັນເວລາຫຼາຍຊົ່ວໂມງ,  ຫຼາຍສະຫາຍໄດ້ຍ່າງລຽບຕາມຫ້ວຍນັບສິບກິໂລແມັດເພື່ອຊອກຫາຜູ້ປະສົບເຄາະຮ້າຍ. ພວກຂ້າພະເຈົ້າໄດ້ພົບປະກັບພົນທະຫານຊັ້ນ 1 ຟຸ່ງຍືກວ່ຽນ, ນັກຮົບກອງຮ້ອຍ 7, ກອງພັນ 8 ແລະສິບຕີ ໂດ້ຕ໊ຽນນາມ, ນັກຮົບກອງຮ້ອຍ 6, ກອງພັນ 8 ຂອງກອງພັນໃຫຍ່ 98 ເມື່ອສອງຄົນຫາກໍ່ກັບມາຈາກໂຮງໝໍເມືອງບາວອຽນ. ພວກຂ້າພະເຈົ້າ ໄດ້ຮູ້ແລ້ວວ່າ, ໃນວິວັດການປະຕິບັດໜ້າທີ່, ມີນັກຮົບ 2 ຄົນຖືກບາດເຈັບຍ້ອນວັດຖຸແຫຼມແທງໃສ່ຕີນ, ຕ້ອງໄປປິ່ນປົວຢູ່ໂຮງໝໍ. ເຖິງວ່າບາດແຜບໍ່ໄດ້ຫາຍດີໝົດກໍ່ຕາມ, ແຕ່ເມື່ອສາມາດຍ່າງໄປ, ທັງສອງຄົນໄດ້ສະໝັກໃຈກັບຄືນປະຕິບັດໜ້າທີ່ຊອກຫາຜູ້ປະສົບເຄາະຮ້າຍຢູ່ບ້ານໜູ.

ທ່ານພັນໂທ ເລືອງວິ້ງຟຸກ, ຮອງຫົວໜ້າການເມືອງກອງພັນໃຫຍ່ 98 ໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ມີຄວາມພາກພູມໃຈຕໍ່ພະນັກງານ, ນັກຮົບຂອງກົມກອງ. ໃນໄລຍະປະສົບກັບຄວາມຫຍຸ້ງຍາກ, ຄຸນທາດຂອງທະຫານລຸງໂຮ່ ໃນໃຈເຂົາເຈົ້າຍິ່ງແຜ່ຂະຫຍາຍ. ນີ້ແມ່ນ “ຊັບສິນ” ທາງດ້ານຈິດໃຈອັນໃຫຍ່ຫຼວງຂອງກອງພັນໃຫຍ່ 98. ພວກຂ້າພະເຈົ້າ ຈະສືບຕໍ່ຮັກສາ, ເສີມຂະຫຍາຍ, ຮັບປະກັນໃຫ້ກອງພັນໃຫຍ່ ຍາມໃດກໍ່ມີຄວາມເຂັ້ມແຂງເພື່ອພ້ອມແລ້ວທີ່ຈະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ”.

ໂດຍ: ຈາງຫງວຽນ