ເວລາ 18 ໂມງຂອງວັນທີ 12 ກັນຍາ, ຂະບວນລົດຂົນສົ່ງເຄື່ອງຊ່ວຍເຫຼືອປະຊາຊົນຢູ່ຕາແສງດານເຟື້ອງ ໄດ້ຕໍ່ກົ້ນກັນເປັນແຖວຍາວຢຽດ. ໜ່ວຍພະນັກງານ, ນັກຮົບຂອງກອງພັນໃຫຍ່ 174 (ກອງພົນ 316, ທະຫານເຂດ 2) ພວມຈັດແຖວຂຶ້ນເຮືອແຄນູ ເພື່ອໄປຊ່ວຍເຫຼືອບັນດາຄອບຄົວທີ່ຖືກຕົກຢູ່ໂດດດ່ຽວ. ສະຫາຍ ດິງຕ໊ຽນກວນ, ເລຂາຄະນະພັກ, ປະທານສະພາປະຊາຊົນຕາແສງດານເຟຶ້ອງ ແບ່ງປັນດ້ວຍຄວາມຕື້ນຕັນໃຈວ່າ: “ທົ່ວຕາແສງດານເຟື້ອງມີ 719 ຄອບຄົວພວມຖືກຕົກຢູ່ໂດດດ່ຽວ, ໄຟຟ້າບໍ່ມີຮອດມື້ທີສີ່ແລ້ວຍັງບໍ່ທັນແກ້ໄຂໄດ້, ທຸກການເຄື່ອນໄຫວຖືກຢຸດສະງັກ. ໂຊກດີທີ່ມີກຳລັງກອງທັບ, ທະຫານລາດປ້ອງກັນຕົວ, ຕຳຫຼວດມາໜູນຊ່ວຍປະຊາຊົນ”.

leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 174, ກອງພົນ 316 (ທະຫານເຂດ 2) ຂົນເຄື່ອງຊ່ວຍເຫຼືອໄປຮອດປະຊາຊົນຢູ່ຕາແສງດານເຟື້ອງ, ເມືອງຮະຮວ່າ ແລ້ວ. ພາບ: qdnd.vn

ໂດຍແມ່ນກຳລັງຕ້ານນ້ຳຖ້ວມທີ່ຢູ່ດ່ານໜ້າ, ກອງພັນໃຫຍ່ 174 ໄດ້ເຄື່ອນທັບມາຕາແສງດານເຟື້ອງ ແຕ່ຕອນເຊົ້າວັນທີ 11 ກັນຍາ. ຕາມທ່ານພັນໂທ ຫງວຽນຈ້ອງຮວ່າງຫຽບ, ຮອງຫົວໜ້າການເມືອງກອງພັນໃຫຍ່ 174 ໃຫ້ຮູ້ວ່າ ທາງກົມກອງໄດ້ລະດົມພະນັກງານ, ນັກຮົບຈຳນວນ 100 ກວ່າຄົນ ພ້ອມກັບກຳລັງທະຫານທ້ອງຖິ່ນ ເປັນເຈົ້າການໄປຮອດເຮືອນແຕ່ລະຄອບຄົວເພື່ອເອົາຜູ້ເຖົ້າ ແລະເດັກນ້ອຍໄປຢູ່ບ່ອນທີ່ປອດໄພ, ຮັກສາຊີວິດ, ຊັບສິນຂອງປະຊາຊົນ, ຕັ້ງໜ້າອະນາໄມສິ່ງແວດລ້ອມ, ກັກກັນພະຍາດ, ນຳເອົາເຄື່ອງໃຊ້ທີ່ຈຳເປັນໄປຊ່ວຍຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກ.

leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 174, ກອງພົນ 316 (ທະຫານເຂດ 2) ຊ່ວຍປະຊາຊົນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ. ພາບ: qdnd.vn

ເທດສະບານເມືອງຮະຮວ່າ ກໍ່ແມ່ນທ້ອງຖິ່ນທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸລູກທີ 3. ຢູ່ບ້ານ 1, ພະນັກງານ, ນັກຮົບກຳລັງຊ່ວຍເຫຼືອບັນດາຄອບຄົວເຮັດອະນາໄມ, ທຳຄວາມສະອາດເຮືອນຊານ. ເຮືອນຂອງທ່ານ ຫວູເລືອງບັ່ງ ມີແຕ່ຜົວເມຍເຖົ້າ 2 ຄົນທີ່ມີອາຍຸກວ່າ 70 ປີ. ເມື່ອນ້ຳຖ້ວມໄຫຼເຂົ້າເດີນໜ້າບ້ານ, ສອງຄົນໄດ້ແຕ່ຈັບມືກັນຢືນຢູ່ແຈເຮືອນຍ້ອນຢ້ານ. ຮອດເວລານ້ຳໄຫຼນອງ, ພໍດີອ້າຍທະຫານມາຮອດ, ໄດ້ພາຜູ້ເຖົ້າສອງຄົນນັ້ນໄປຍັງບ່ອນປອດໄພ. ເມື່ອນ້ຳຫຼຸດລົງ, ທະຫານພັດໄດ້ມາຊ່ວຍຄອບຄົວແກ້ໄຂຜົນຮ້າຍຢ້ອນຫຼັງ, ເຮັດໃຫ້ຊີວິດການເປັນຢູ່ເປັນປົກກະຕິ. ວັນທີ 12 ກັນຍາ, ຢູ່ບໍລິເວນເມືອງຮະຮ່ວາ, ກອງພັນໃຫຍ່ 174 ໄດ້ຊ່ວຍ 40 ຄອບຄົວຍົກຍ້າຍຊັບສິນ, ເຮັດອະນາໄມ, ທຳຄວາມສະອາດເຮືອນຊານ ແລະທາງຄົມມະນາຄົມໄດ້ຫຼາຍສີບກິໂລແມັດ, ຂົນສົ່ງແບກຫາບ, ແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ປະຊາຊົນ ໄດ້ຈຳນວນ 1.000 ພູດ.

leftcenterrightdel
ນ້ຳໃຈທະຫານ ແລະປະຊາຊົນຢູ່ເຂດນ້ຳຖ້ວມ ຮະຮວ່າ. ພາບ: qdnd.vn

ກ່ອນໜ້ານັ້ນ, ຍ້ອນຝົນຕົກໜັກຕິດຕໍ່ກັນຫຼາຍວັນ, ລະດັບນ້ຳຢູ່ແມ່ນ້ຳທາວ ຍຶ່ງຂຶ້ນໄວ. ດ້ວຍຈິດໃຈຟ້າວຟັ່ງ, ໃນຕອນບ່າຍວັນທີ 10 ກັນຍາ, ທະຫານກອງພັນໃຫຍ່ 316 ພ້ອມກັບກຳລັງເວນຍາມຢູ່ສຳນັກງານກອງບັນຊາການທະຫານເມືອງຮະຮວ່າ ແລະແຂວງຝູເທາະ ພ້ອມກັບກຳລັງທະຫານລາດທ້ອງຖິ່ນ ໄດ້ຍົກຍ້າຍ 1.980 ຄອບຄົວຈາກເຂດອັນຕະລາຍໄປຍັງບ່ອນປອດໄພ; ພ້ອມກັບທ້ອງຖິ່ນຜັນຂະຫຍາຍວິທີການກັນນ້ຳບໍ່ໃຫ້ໄຫຼຜ່ານຄັນຄູ...

ຄຽງບ່າຄຽງໄຫຼ່ພ້ອມກັບພະນັກງານ, ນັກຮົບຢູ່ບ່ອນຖືກນ້ຳຖ້ວມໃນບໍລິເວນ, ທ່ານພັນເອກພິເສດ ຫງວຽນຈູງດັ໊ກ, ຫົວໜ້າການເມືອງກອງພົນ 316 ໄດ້ລະດົມກຳລັງໃຈພະນັກງານ, ນັກຮົບ: “ບໍ່ວ່າຢູ່ໃນເງື່ອນໄຂ, ສະພາບການໃດກໍ່ຕາມຊີວິດ ແລະສຸຂະພາບຂອງປະຊາຊົນກໍ່ຕ້ອງມາກ່ອນໝູ່ໝົດ. ນ້ຳຖ້ວມຈະສືບຕໍ່ມີການຜັນແປຢ່າງສັບສົນ, ປະຊາຊົນຮະຮວ່າ ຍັງຕ້ອງການບັນດາສະຫາຍຊ່ວຍເຫຼືອ, ຈົ່ງເສີມຂະຫຍາຍມູນເຊື້ອຂອງກົມກອງ, ຮັກແພງພໍ່ແມ່ປະຊາຊົນຄືຍາດຕີພີ່ນ້ອງໃນຄອບຄົວ”.

ທະຫານ ເຮັດວຽກແຕ່ເຊົ້າຈົນຮອດເດິກ, ແຂ່ງຂັນກັບນ້ຳຖ້ວມ. ເອື້ອຍຄູ ເຈິ່ນທິບິກແຮ້ງ, ຫົວໜ້າໂຮງຮຽນປະຖົມເທດສະບານເມືອງຮະຮວ່າ ມີຄວາມຕື້ນຕັນໃຈຕໍ່ນ້ຳໃຈເພື່ອປະຊາຊົນຂອງພະນັກງານ, ນັກຮົບ. ໄດ້ຮັບຟັງຄວາມໃນໃຈຂອງເອື້ອຍອ້າຍຄູ ແລະປະຊາຊົນເມືອງຮະຮວ່າ, ພວກຂ້າພະເຈົ້າ ໄດ້ເຫັນຢ່າງຈະແຈ້ງກ່ຽວກັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັກແພງຂອງປະຊາຊົນທີ່ມີຕໍ່ອ້າຍທະຫານລຸງໂຮ່. ພາຍຸລູກທີ 3 ແລະຝົນຕົກໜັກໄດ້ກໍ່ຜົນຮ້າຍຢ່າງໜັກໜ່ວງໃຫ້ປະຊາຊົນ. ແຕ່ວ່າເມື່ອປະສົບກັບຄວາມຫຍຸ້ງຍາກ, ອັນຕະລາຍ, ຄຽງບ່າຄຽງໄຫຼ່ໄປພ້ອມກັບພໍ່ແມ່ປະຊາຊົນໄດ້ເຮັດໃຫ້ຮູບພາບ, ຄຸນທາດທະຫານລຸງໂຮ່ ຍິ່ງສະຫວ່າງສະໄຫວຂຶ້ນຕື່ມ.

ໂດຍ: ແສງເດືອນ