ຕາມທ່ານພັນເອກ ຮວ່າງດີ່ງຕ໋ວນ, ນັກການເມືອງກອງບັນຊາການທະຫານເມືອງຝູກເທາະ ແລ້ວ, ຄະນະພັກ, ກອງບັນຊາການທະຫານເມືອງ ໄດ້ຊາບຊຶມ, ຜັນຂະຫຍາຍເອກະສານສະບັບຕ່າງໆຂອງຂັ້ນເທິງກ່ຽວກັບການປະຕິບັດວຽກງານນະໂຍບາຍສໍາລັບກອງທັບ ແລະແນວຫຼັງກອງທັບໃຫ້ມີປະສິດທິຜົນ. ກອງບັນຊາການທະຫານເມືອງໄດ້ເປັນເສນາທິການເພື່ອໃຫ້ຄະນະພັກເມືອງ, ຄະນະກໍາມະການປະຊາຊົນເມືອງຊີ້ນໍາ-ນໍາພາບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ, ທ້ອງຖ່ິນກໍາແໜ້ນ, ກວດກາຄືນສະເໜີຕໍ່ຂັ້ນມີອຳນາດເພື່ອແກ້ໄຂລະບອບ, ນະໂຍບາຍຕໍ່ຜູ້ມີຄຸນງາມຄວາມດີ, ຄອບຄົວນະໂຍບາຍ, ຄົນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກພິເສດໃຫ້ເປັນຢ່າງດີ.

leftcenterrightdel
ເປົ້າໝາຍນະໂຍບາຍຢູ່ຕາແສງຕາມທວ໋ນ, ເມືອງຝຸກເທາະ, ນະຄອນຮ່າໂນ້ຍ ໄດ້ຮັບການກວດ, ໃຫ້ຄໍາປຶກສາສຸຂະພາບໂດຍບໍ່ເສຍຄ່າ. ພາບ:​ ກວາງດົງ

ແມ່ເຖົ້າ ກ່ຽວທິຢຸງ (ບ້ານ 5, ຕາແສງແຊນເຝືອງ, ເມືອງຝຸກເທາະ) ແມ່ນໜຶ່ງໃນບັນດາກໍລະນີໄດ້ຮັບຄວາມເອົາໃຈໃສ່, ຊ່ວຍເຫຼືອຄືດັ່ງກ່າວ. ໃນເຮືອນຫຼັງໃໝ່ມີເນື້ອທີ່ເກືອບ 40m2, ແມ່ເຖົ້າ ຢຸງ ມີຄວາມສະເທຶອນໃຈຫຼາຍ ແລະຮູ້ບຸນຄຸນຕໍ່ຄວາມເອົາໃຈໃສ່ຂອງກອງບັນຊາການນະຄອນຫຼວງຮ່າໂນ້ຍ, ກອງບັນຊາການທະຫານເມືອງຝຸກເທາະ, ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນທ້ອງຖິ່ນທີ່ໄດ້ໜູນຊ່ວຍທັງດ້ານວັດຖຸ, ຄ່າແຮງງານເພື່ອຊ່ວຍແມ່ເຖົ້າກໍ່ສ້າງເຮືອນຫຼັງນີ້. ແມ່ເຖົ້າ ກ່ຽວທິຢຸງ ແມ່ນຄອບຄົວປະສົບກັບຄວາມຫຍຸ້ງຍາກ; ຖືກເຈັບເປັນຕະຫຼອດ ແລະບໍ່ມີວຽກເຮັດງານທໍາ, ຢູ່ຄົນດຽວໃນເຮືອນທີ່ຖືກເປ່ເພຢ່າງໜັກໜ່ວງມາຫຼາຍປີ. ແມ່ເຖົ້າ ຢຸງ ແບ່ງປັນວ່າ “ຖ້າບໍ່ມີການຊ່ວຍເຫຼືອຈາກທະຫານ ແລະອໍານາດການປົກຄອງທ້ອງຖິ່ນ, ຄິດວ່າໝົດຊີວິດນີ້ຂ້າພະເຈົ້າກໍ່ບໍ່ມີເຮືອນຢູ່ຄືແນວນີ້ໄດ້”.

ບໍ່ພຽງແຕ່ແມ່ເຖົ້າ ຢຸງ ເທົ່ານັ້ນຍັງມີຫຼາຍກໍລະນີປະສົບກັບຄວາມຫຍຸ້ງຍາກ, ເປົ້າໝາຍນະໂຍບາຍອື່ນໃນບໍລິເວນເມືອງຝຸກເທາະ ເມື່ອໄດ້ຮັບຄວາມເອົາໃຈໃສ່, ການຊ່ວຍເຫຼືອຈາກອົງການການທະຫານເມືອງ, ຄະນະພັກ, ອໍານາດການປົກຄອງທ້ອງຖິ່ນລ້ວນແຕ່ມີຄວາມສະເທືອນໃຈເຊັ່ນດຽວກັນ. ໃນໄລຍະຜ່ານມາ, ກອງບັນຊາການທະຫານເມືອງຝຸກເທາະ ໄດ້ສົມທົບກັບອົງການທີ່ກ່ຽວຂ້ອງ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມເຮັດວຽກງານນະໂຍບາຍ, ລະດົມກໍາລັງໃຈທາງດ້ານຈິດໃຈ, ວັດຖຸໃຫ້ເປົ້າໝາຍນະໂຍບາຍ, ຜູ້ມີຄຸນງານຄວາມດີ, ຜູ້ປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນເປັນຢ່າງດີ. ແຕ່ຕົ້ນປີມາຮອດປະຈຸບັນ, ກອງບັນຊາການທະຫານເມືອງໄດ້ເປັນເສນາທິການໃຫ້ຄະນະພັກ, ຄະນະກໍາມະການປະຊາຊົນເມືອງຈັດຕັ້ງບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ, ວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7); ສົມທົບກັບໂຮງໝໍຫຼາຍຂະແໜງເມືອງຝຸກເທາະ ຈັດຕັ້ງການກວດພະຍາດ, ໃຫ້ຄໍາປຶກສາສົ່ງເສີມສຸຂະພາບ, ແຈກຢຸກຢາ, ມອບຂອງຂວັນໃຫ້ເປົ້າໝາຍນະໂຍບາຍນັບຮ້ອຍຄົນໃນບໍລິເວນ, ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ... ມຸ່ງເຖິງສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງ, ກອງບັນຊາການທະຫານເມືອງໄດ້ ແລະກໍາລັງຍູ້ແຮງບັນດາການເຄື່ອນໄຫວຕອບບຸນແທນຄຸນ, ຊ່ວຍເຫຼືອບັນດາຄົນປະສົບກັບຄວາມຫຍຸ້ງຍາກ ເພື່ອປະກອບສ່ວນເພີ່ມທະວີການພົວພັນສາມັກຄີທະຫານ ແລະປະຊາຊົນ, ສ້າງ “ທ່າຮົບໃນຈິດໃຈປະຊາຊົນ” ໃຫ້ນັບມື້ນັບໝັ້ນແກ່ນ.

ໂດຍ: ໄຊນີດາ