ເປັນເວລາອາທິດປາຍພາຍຫຼັງໄພນໍ້າຖ້ວມຄັ້ງປະຫວັດສາດ, ໂດຍຜ່ານຜ່າຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ, ຕະຫຼອດວິວັດການຊອກຫາ, ສາຍຕາຂອງພະນັກງານ, ນັກຮົບເບິ່ງຄືວ່າໄດ້ຈັບຈ້ອງໄປທີ່ຂຸມເລິກ, ເຂີບຫີນ, ປ່າດົງ, ຕົ້ນໄມ້, ມານະພະຍາຍາມຊອກຫາຜູ້ປະສົບເຄາະຮ້າຍ. ສິບໂທ ຢ່າງສີອານົ໊ບ, ພະຍາບານກອງຮ້ອຍທີ 1, ກອງພັນທີ 1, ກອງພັນໃຫຍ່ 254, ກອງບັນຊາການທະຫານແຂວງລາວກາຍ ໄດ້ຍ່າງລຽບຕາມແຄມບວກຕົມ, ເອົາໄມ້ໄຜ່ສັກເຂົ້າໄປໃນດິນຕົມເລິກ, ສັງເກດອາການ, ສັນຍານຜູ້ເຄາະຮ້າຍຖືກຂີ້ຕົມຖົມຝັງ. ທັງປະຕິບັດໜ້າທີ່, ສິບໂທ ຢ່າງສີອານົ໊ບ ໄດ້ຍາດແຍ່ງແລກປ່ຽນ, ເຜີຍແຜ່ໃຫ້ເພື່ອນຮ່ວມກົມກອງ ບົດຮຽນໃນການຊອກຫາຜູ້ຫາຍສາບສູນ, ເປັນຕົ້ນແມ່ນສັນຍານທີ່ສາມາດລະບຸຕົວຕົນໄດ້ຢ່າງງ່າຍດາຍພາຍຫຼັງການຊອກຫາຜູ້ປະສົບເຄາະຮ້າຍຢູ່ໂຮງງານໄຟຟ້ານ້ຳຕົກນໍ້າລູ໊ກ.

leftcenterrightdel
ພະນັກງານ, ນັກຮົບກອງພັນໃຫຍ່ 254, ກອງບັນຊາການທະຫານແຂວງລາວກາຍ ຊອກຫາຜູ້ປະສົບເຄາະຮ້າຍທີ່ຫາຍສາບສູນຢູ່ບ້ານກ໊າຍ, ບ້ານນ້ຳຕົງ, ຕາແສງນ້ຳລູ໊ກ (ເມືອງບັ໊ກຮ່າ, ແຂວງລາວກາຍ). ພາບ: ຫງວຽນຮົ່ງສ໊າງ

ເມື່ອຖາມພະນັກງານ, ນັກຮົບວ່າກໍ່ຢ້ານໄພອັນຕະລາຍບໍ່, ຊັ້ນ 1 ລໍ່ວັນຢ້ຽນ, ອ້າຍລ້ຽງທະຫານ, ກອງພັນທີ 1 ຢືນຢັນວ່າ: “ອັນຕະລາຍ, ຄວາມລຳບາກຂອງທະຫານແມ່ນບໍ່ມີຫຍັງເມື່ອທຽບໃສ່ການສູນເສຍຍາດຕິພີ່ນ້ອງຂອງຄອບຄົວຢູ່ທີ່ນີ້. ພວກຂ້າພະເຈົ້າ ຫວັງວ່າ ຈະຊອກຫາຜູ້ປະສົບເຄາະຮ້າຍທີ່ຫາຍສາບສູນໄດ້ໃນໄວໆນີ້ເພື່ອໃຫ້ຄອບຄົວເຂົາເຈົ້າສາມາດບັນເທົາຄວາມເຈັບປວດ”.

ເມື່ອຮອດຕອນທ່ຽງ, ອາກາດຢູ່ເຂດພູສູງບັກຮ່າຍິ່ງຮ້ອນອົບເອົ້າຂຶ້ນຕື່ມ, ແຕ່ພະນັກງານ, ນັກຮົບຍັງຕັ້ງໜ້າຊອກຫາ. ໂດຍໄດ້ຕິດຕາມທະຫານຢ່າງໃກ້ຊິດໃນຂັ້ນຕອນການປະຕິບັດໜ້າທີ່ເປັນເວລາອາທິດກວ່າ, ທ່ານພັນເອກ ຫງວຽນຮືວນັງ, ຮອງຫົວໜ້າເສນາທິການກອງບັນຊາການທະຫານແຂວງລາວກາຍ ໄດ້ເຂົ້າໃຈຄວາມຫຍຸ້ງຍາກ, ລຳບາກ, ອັນຕະລາຍທີ່ທະຫານ ໄດ້ ແລະພວມຜ່ານຜ່າ. ຍ້ອນແນວນັ້ນ, ຍາມໃດອ້າຍກໍ່ໄດ້ເອົາໃຈໃສ່ສັງເກດ, ຕັກເຕືອນ ແລະແນະນໍາພະນັກງານ, ນັກຮົບກ່ຽວກັບທັກສະໃນການຮັບປະກັນຄວາມປອດໄພໃນການປະຕິບັດໜ້າທີ່. ຖ້າຫາກມີສະຫາຍໃດມີອາການອ່ອນເພຍ, ບໍ່ມີເຫື່ອແຮງ, ຈິ່ງໄດ້ສັ່ງໃຫ້ແພດທະຫານຟ້າວໃຫ້ການຊ່ວຍເຫຼືອນໍາໄປບ່ອນເຢັນປອດໂປ່ງ, ຕັ້ງໜ້າເບິ່ງແຍງ, ຟື້ນຟູສຸຂະພາບ. ຊັ້ນ 1 ຟ້າມວັນຮ໊ຽວ, ນັກຮົບໝູ່ທີ 1, ໝວດທີ 1, ກອງຮ້ອຍຊ່າງແສງ, ຫ້ອງເສນາທິການ, ກອງບັນຊາການທະຫານແຂວງລາວກາຍ ໃຫ້ຮູ້ວ່າ: “ເຖິງວ່າໜ້າທີ່ຫຍຸ້ງຍາກ, ລໍາບາກປານໃດກໍ່ຕາມແຕ່ພວກຂ້າພະເຈົ້າ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ເບິ່ງແຍງດູແລ,  ລະດົມກໍາລັງໃຈຢ່າງທັນການຈາກການນຳ, ຜູ້ບັນຊາການກົມກອງ. ຕໍ່ຄວາມເສຍຫາຍອັນໃຫຍ່ຫຼວງຂອງພໍ່ແມ່ປະຊາຊົນ, ພວກຂ້າພະເຈົ້າ ກໍານົດວ່າຕ້ອງມານະພະຍາຍາມຊ່ວຍປະຊາຊົນ ຄືຊ່ວຍຍາດຕິພີ່ນ້ອງ, ຊ່ວຍຄອບຄົວຂອງຕົນ".

ພາຍຫຼັງ 2 ວັນທີ່ມານະພະຍາຍາມຢ່າງບໍ່ຢຸດບໍ່ເຊົາ, ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງລາວກາຍ ໄດ້ຊອກເຫັນສົບຜູ້ເສຍຊີວິດເພີ່ມຕື່ມ 3/8 ສົບຢູ່ບ້ານກ໊າຍ, ບ້ານນ້ຳຕົງ. ເມື່ອຕາເວັນຕົກລັບຈອມພູ, ແນມເບິ່ງເງົາຂອງພະນັກງານ, ນັກຮົບເຄື່ອນທັບ, ສະຫາຍ ວ່າງວັນຈູງ, ເລຂາພັກຕາແສງນໍ້າລູ໊ກ ເວົ້າດ້ວຍຄວາມສະເທືອນໃຈວ່າ: “ໃນຊຸມມື້ຜ່ານມາ, ທະຫານ, ທະຫານລາດ ໄດ້ເອົາໃຈໃສ່ຊ່ວຍເຫຼືອພໍ່ແມ່ປະຊາຊົນຢູ່ເຂດໄພນໍ້າຖ້ວມຢ່າງສຸດຈິດສຸດໃຈ. ຈາກການຂົນສົ່ງສະບຽງອາຫານໄປເຖິງເຂດຫ່າງໄກສອກຫຼີກ, ໜູນຊ່ວຍບັນດາຄອບຄົວຢູ່ເຂດອັນຕະລາຍເພື່ອຍົກຍ້າຍປະຊາຊົນ ແລະຊັບສິນໄປຢູ່ບ່ອນປອດໄພ, ພ້ອມດ້ວຍກຳລັງເຂົ້າຮ່ວມຢ່າງຕັ້ງໜ້າໃນການຊອກຫາຜູ້ຫາຍສາບສູນ. ຊາວນໍ້າລູ໊ກ ມີຄວາມຮູ້ບຸນຄຸນຕໍ່ທະຫານລຸງໂຮ່!”.

ໂດຍ: ເຈິ່ນຮວ່ຽນ