leftcenterrightdel
ທ່ານພົນເອກ ຟານວັນຢາງ ກ່າວຄໍາເຫັນຊີ້ນໍາທີ່ການເຮັດວຽກ. ພາບ: ວັນຈ້ຽນ.

ທີ່ການເຮັດວຽກ, ບັນດາອົງການ, ກົມກອງໄດ້ລາຍງານຜົນການຜັນຂະຫຍາຍວຽກງານວາງແຜນຜັງສໍາລັບບາງໂຄງການ, ກິດຈະການຄ້າຍທະຫານ; ຍົກໃຫ້ເຫັນຄວາມຫຍຸ້ງຍາກ, ຂໍ້ຕິດຂັດທີ່ຄວນສຸມໃສ່ນໍາພາ, ຊີ້ນໍາແກ້ໄຂ; ສະເໜີມາດຕະການຕ່າງໆ ເພື່ອຍູ້ແຮງຄວາມຄືບໜ້າ, ຍົກສູງຄຸນນະພາບວຽກງານວາງແຜນຜັງສໍາລັບບັນດາໂຄງການ, ກິດຈະການຄ້າຍທະຫານໃນກະຊວງປ້ອງກັນປະເທດໃນໄລຍະຜ່ານມາ. ທີ່ກອງປະຊຸມ, ບັນດາຜູ້ແທນ ໄດ້ປະກອບຄໍາເຫັນ, ເພີ່ມເຕີມ, ເຮັດແຈ້ງບັນດາໝາກຜົນທີ່ບັນລຸໄດ້ໃນວຽກງານວາງແຜນຜັງຄ້າຍທະຫານ; ແກ້ຂໍ້ຂ້ອງໃຈ, ເຮັດແຈ້ງບາງເນື້ອໃນທີ່ກ່ຽວຂ້ອງຂຶ້ບກັບສິດອໍານາດ, ຄວາມຮັບຜິດຊອບຂອງອົງການ, ກົມກອງ.

leftcenterrightdel
 
leftcenterrightdel
ຜູ້ແທນເຂົ້າຮ່ວມການເຮັດວຽກ. ພາບ: ວັນຈ້ຽນ.

ສະຫຼຸບທີ່ການເຮັດວຽກ, ທ່ານພົນເອກ ຟານວັນຢາງ ຮັບຮູ້, ຍ້ອງຍໍຊົມເຊີຍບັນດາໝາກຜົນຂອງບັນດາອົງການ, ກົມກອງ ໃນວຽກງານວາງແຜນຜັງສໍາລັບບັນດາໂຄງການ, ກິດຈະການຄ້າຍທະຫານຂອງທົ່ວກອງທັບໃນໄລຍະຜ່ານມາ; ຢັ້ງຢືນຄວາມໝາຍ, ຄວາມສໍາຄັນຂອງວຽກງານວາງແຜນຜັງສໍາລັບບາງເນື້ອໃນກໍ່ສ້າງຄ້າຍທະຫານເປັນກໍາລັງຫຼວງໃນກອງທັບ; ຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາບັນດາອົງການ, ກົມກອງເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີໄຫວພິບໃນການຜັນຂະຫຍາຍວຽກງານວາງແຜນຜັງ; ສົມທົບຢ່າງແໜ້ນແຟ້ນ, ແລກປ່ຽນເປັນປະຈໍາ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ຍູ້ໄວຄວາມຄືບໜ້າ, ຮັບປະກັນຄຸນນະພາບການວາງແຜນຜັງສໍາລັບບັນດາໂຄງການ, ກິດຈະການໃນກະຊວງປ້ອງກັນປະເທດ. ຜ່ານນັ້ນ, ສ້າງເງື່ອນໄຂອໍານວຍຄວາມສະດວກເພື່ອໃຫ້ຜູ້ຮັບເໝົາຜັນຂະຫຍາຍການກໍ່ສ້າງ, ຮັບປະກັນຄວາມຄືບໜ້າ, ຍົກສູງຄຸນນະພາບຂອງກິດຈະການ, ໂຄງການ, ປະກອບສ່ວນກໍ່ສ້າງກອງທັບ ປະຕິວັດ, ເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ວັນຈ້ຽນ.

ນອກຈາກເນື້ອໃນວຽກງານວາງແຜນຜັງແລ້ວ, ທີ່ການເຮັດວຽກ, ທ່ານພົນເອກ ຟານວັນຢາງ ໄດ້ຊີ້ນໍາກົມໃຫຍ່ພະລາທິການ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ຄົ້ນຄວ້າ, ເອົາໃຈໃສ່, ດັດປັບ, ຮັບປະກັນເງື່ອນໄຂການນຸ່ງຖື, ກິນຢູ່ພັກເຊົາ ແລະສະຫວັດດີການຕ່າງໆ ໃຫ້ກໍາລັງກອງທັບ ເປັນຢ່າງດີ ເພື່ອເຂົ້າຮ່ວມຊ່ວຍຄະນະພັກ, ອໍານາດການປົກຄອງ, ປະຊາຊົນບັນດາທ້ອງຖິ່ນ ຮັບມື, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ ຫົວທີ 3, ໃຫ້ກໍາລັງໃຈພະນັກງານ, ນັກຮົບຢ່າງທັນການ, ຊຸກຍູ້ອົງການ, ກົມກອງ ປະຕິບັດສໍາເລັດໜ້າທີ່ “ສູ້ຮົບໃນສະໄໝສັນຕິພາບ” ໃຫ້ເປັນຢ່າງດີ.

ໂດຍ: ໄຊຊະນະ