ມາຮອດປະຈຸບັນ, ວຽກງານຝຶກແອບຂອງສອງກົມກອງໄດ້ສຳເລັດຕາມແຜນການທີ່ວາງອອກ, ຮັບປະກັນຖືກຕາມລະບຽບການ ແລະຄວາມຮຽກຮ້ອງຕ້ອງການຂອງສະຫະປະຊາຊາດ. ວຽກງານກະກຽມໃຫ້ແກ່ພິທີອອກເດີນທາງຄາດວ່າຈະດໍາເນີນໃນວັນທີ 24 ກັນຍານີ້. ໃນເວລາທີ່ຍັງເຫຼືອກ່ອນອອກເດີນທາງ, ກົມຮັກສາສັນຕິພາບຫວຽດນາມ ຈະຈັດຕັ້ງການຝຶກແອບເພີ່ມເຕີມກ່ຽວກັບການນຳໃຊ້ເຄື່ອງປັ່ນໄຟຟ້າ ແລະສ້ອມແປງອຸປະກອນ ເພື່ອຍົກສູງກຳລັງຄວາມສາມາດ ແລະຄວາມຊຳນານຂອງກອງຊ່າງແສງເລກ 3 ຕາມຄວາມຮຽກຮ້ອງຕ້ອງການຕົວຈິງຢູ່ຄະນະປະຕິບັດງານ.

leftcenterrightdel
ທ່ານພົນໂທ ຟຸ່ງສິ໊ເຕິນ ກ່າວຄໍາເຫັນຊີ້ນໍາການກວດກາ. ພາບ: qdnd.vn

ທ່ານພົນໂທ ຟຸ່ງສິ໊ເຕິນ ໄດ້ຊີ້ນໍາກົມຮັກສາສັນຕິພາບຫວຽດນາມ ພ້ອມດ້ວຍບັນດາອົງການ, ກົມກອງອື່ນໆສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ກະກຽມດ້ານບຸກຄະລາກອນ ແລະພາຫະນະ, ອຸປະກອນເປັນຢ່າງດີ, ຖືກຕາມມາດຕະຖານຂອງ ສປຊ ເພື່ອປະຕິບັດວຽກງານຢູ່ບໍລິເວນເປັນຢ່າງດີ, ກໍ່ຄືຮັບປະກັນໃຫ້ສອງກົມກອງອອກເດີນທາງຖືກຕາມແຜນການທີ່ໄດ້ວາງອອກ; ຮີບດ່ວນປະຕິບັດສໍາເລັດຂອດສຸດທ້າຍໃນການກະກຽມ ເພື່ອໃຫ້ພິທີດັ່ງກ່າວສາມາດຈັດຂຶ້ນຢ່າງສຳເລັດຜົນ, ວຽກງານຂົນສົ່ງບຸກຄະລາກອນ ແລະສິນຄ້າເຂົ້າບໍລິເວນຖືກຕາມຕາຕະລາງທີ່ກຳນົດໄວ້, ຮັບປະກັນຄວາມປອດໄພ; ສົມທົບກັບສະຖານທູດ ແລະທີ່ປຶກສາທູດປ້ອງກັນຊາດອົດສະຕາລີ ປະຈໍາ ຫວຽດນາມ ໜູນຊ່ວຍການຂົນສົ່ງໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄປປະຕິບັດໜ້າທີ່ຢູ່ຊູດັງໃຕ້ ແລະຕ້ອນຮັບໂຮງໝໍກາງສະໜາມຂັ້ນ 2 ເລກ 5 ກັບຄືນປະເທດ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: qdnd.vn

ທ່ານພົນໂທ ຟຸ່ງສິ໊ເຕິນ ຮຽກຮ້ອງໃຫ້ບັນດາກົມກອງສືບຕໍ່ເອົາໃຈໃສ່ວຽກງານແນວຫຼັງ ແລະໜູນຊ່ວຍດ້ານນະໂຍບາຍໃຫ້ບັນດາສະມາຊິກຂອງກອງຊ່າງແສງເລກ 3 ແລະໂຮງໝໍກາງສະໜາມ ຂັ້ນ 2 ເລກ 6 ເພື່ອສ້າງຄວາມອຸ່ນອ່ຽນໃຈໃຫ້ແກ່ສະມາຊິກຂອງ 2 ກົມກອງກະກຽມເດີນທາງໄປປະຕິບັດພາລະກິດຮັກສາສັນຕິພາບຂອງສະຫະປະຊາຊາດ.

ໂດຍ: ທະນາພອນ