ດ້ວຍຄວາມເປັນກຽດ ແລະເອກອ້າງທະນົງໃຈ, ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ລາຍງານຜົນງານຕໍ່ລຸງໂຮ່ ກ່ຽວກັບໝາກຜົນທີ່ຕັ້ງໜ້າໃນການກະກຽມ, ຜັນຂະຫຍາຍກອງຊ່າງແສງເລກ 3 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 6  ໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວ ສະຫະປະຊາຊາດຢູ່ Abyei (UNISFA) ແລະຄະນະປະຕິບັດງານຮັກສາສັນຕິພາບຂອງສະຫະປະຊາຊາດຢູ່ຊູດັງໃຕ້ (UNMISS).

leftcenterrightdel
 
leftcenterrightdel
ພິທີຖະຫວາຍທູບທຽນ ຢູ່ອະນຸສາວະລີນັກຮົບວິລະຊົນເສຍສະຫຼະຊີວິດເພື່ອຊາດ, ຢູ່ຖະໜົນ ບັກເຊີນ. ພາບ: qdnd.vn

ໃນຊຸມປີຜ່ານມາ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບຢ່າງແໜ້ນແຟ້ນກັບບັນດາອົງການ, ກົມກອງເພື່ອຄັດເລືອກ, ບຳລຸງກໍ່ສ້າງກໍາລັງ ແລະຜັນຂະຫຍາຍ; ພ້ອມກັນນັ້ນຄຸ້ມຄອງ, ບັນຊາ ແລະປະສານງານທົ່ວກໍາລັງຂອງກອງທັບປະຊາຊົນຫວຽດນາມ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ, ເພື່ອຮັບປະກັນການປະຕິບັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍໃຫ້ສຳເລັດເປັນຢ່າງດີ ແລະດີເລີດ.

leftcenterrightdel
ການນໍາກົມຮັກສາສັນຕິພາບຫວຽດນາມ ພ້ອມດ້ວຍບັນດາຜູ້ແທນ ແລະສະມາຊິກຂອງສອງກົມກອງ ເຂົ້າສຸສານໄວ້ອາໄລປະທານໂຮ່ຈີມິນ.ພາບ: qdnd.vn

ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ ໃຫ້ຮູ້ວ່າ: ທຸກວຽກງານກະກຽມໃຫ້ກອງຊ່າງແສງເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ທີ່ອອກເດີນທາງໄປປະຕິບັດໜ້າທີ່ໄດ້ສໍາເລັດໂດຍພື້ນຖານແລ້ວ. ພະນັກງານ ແລະພາລະກອນຂອງສອງກົມກອງດັ່ງກ່າວມີຄວາມອຸ່ນອ່ຽນໃຈປະຕິບັດງານ, ກຽມພ້ອມອອກເດີນທາງໄປປະຕິບັດພາລະກິດຮັກສາສັນຕິພາບຂອງອົງການສະຫະປະຊາຊາດ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ກ່າວຄໍາເຫັນທີ່ພິທີລາຍງານຜົນງານຕໍ່ລຸງໂຮ່. ພາບ: qdnd.vn
leftcenterrightdel
ພັນໂທ, ທ່ານໝໍ ເຈິ່ນແອັງດຶກ, ຜູ້ອໍານວຍການໂຮງໝໍກາງສະໜາມ ຂັ້ນ 2 ເລກ 6 ກ່າວຄຳປະຕິຍານຕັດສິນໃຈ. ພາບ: qdnd.vn

ເນື່ອງໃນໂອກາດນີ້, ກົມຮັກສາສັນຕິພາບຫວຽດນາມ ໄດ້ປຸກລະດົມຂະບວນການແຂ່ງຂັນ ດ້ວຍຫົວຂໍ້: “ສາມັກຄີ, ເປັນແບບຢ່າງ, ມີລະບຽບວິໄນ, ເປັນເຈົ້າການ, ປະດິດຄິດສ້າງ, ເດັດຂາດມີໄຊ”, ໃນນັ້ນໄດ້ວາງອອກເນື້ອໃນມາດຖານການແຂ່ງຂັນຢ່າງລະອຽດ, ຄື: ຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ກອງທັບ ແລະປະຊາຊົນ; ເຊີດຊູຈິດໃຈສາມັກຄີພາຍໃນ, ນ້ຳໃຈສາມັກຄີລະຫວ່າງທະຫານ ແລະປະຊາຊົນ, ສາມັກຄີສາກົນ, ຮ່ວມແຮງຮ່ວມໃຈເປັນຈິດໜຶ່ງໃຈດຽວກັນ, ໜູນຊ່ວຍເຊິ່ງກັນ ແລະກັນ, ຊ່ວຍເຫຼືອກັນຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະສິ່ງທ້າທາຍເພື່ອປະຕິບັດສຳເລັດໜ້າທີ່, ຮັບປະກັນຄວາມປອດໄພໃນວິວັດການປະຕິບັດໜ້າທີ່...

leftcenterrightdel
ການນໍາກົມຮັກສາສັນຕິພາບຫວຽດນາມ, ຜູ້ຕາງໜ້າບັນດາອົງການ, ກົມກອງພ້ອມດ້ວຍພະນັກງານ, ພາລະກອນຂອງກອງຊ່າງແສງ ເລກ 3 ແລະໂຮງໝໍກາງສະໜາມຂັ້ນ 2 ເລກ 6 ຖ່າຍຮູບເປັນທີ່ລະນຶກ. ພາບ: qdnd.vn

ຕໍ່ໜ້າດວງວິນຍານຂອງລຸງໂຮ່, ຕາງໜ້າພະນັກງານ, ພາລະກອນ ແລະສອງກົມກອງ, ຫົວໜ້າກອງຊ່າງແສງ ເລກ 3 ແລະ ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຢຶດໝັ້ນຄຸນທາດການເມືອງ, ຮັກສາຄວາມສາມັກຄີພາຍໃນ, ມີຄວາມເຫັນດີເຫັນພ້ອມ, ແກ້ໄຂທຸກຄວາມຫຍຸ້ງຍາກເພື່ອປະຕິບັດສຳເລັດທຸກໜ້າທີ່ວຽກງານທີ່ພັກ, ລັດ ແລະກອງທັບມອບໃຫ້; ດ້ວຍວຽກງານທີ່ລະອຽດ, ປະກອບສ່ວນແຜ່ຂະຫຍາຍຄຸນທາດອັນດີງາມຂອງທະຫານລຸງໂຮ່ ໃນຍຸກໃໝ່.

ໂດຍ: ທູຈາງ